ຈີນ ປະກາດຄວບຄຸມການສົ່ງອອກແຮ່ Graphite ສະເທືອນວົງການ EV

36

ສຳນັກຂ່າວຣອຍເຕີ ລາຍງານວ່າ ກະຊວງການຄ້າຂອງຈີນ ໄດ້ປະກາດວ່າ: ຈະຄວບຄຸມການສົ່ງອອກຜະລິດຕະພັນ Graphite ບາງຊະນິດ ( Graphite ເປັນແຮ່ໂລຫະຊະນິດໜຶ່ງທີ່ມີນ້ຳໜັກເບົາຜິດປົກກະຕິ ) ຫາກຢາກສົ່ງອອກຜະລິດຕະພັນດັ່ງກ່າວ ຈະຕ້ອງໄດ້ຮັບອະນຸຍາດຈາກລັດຖະບານເສຍກ່ອນ.

ຂໍ້ຈຳກັດການສົ່ງອອກດັ່ງກ່າວ ມີຜົນຕັ້ງແຕ່ວັນທີ 1 ທັນວາ ເປັນຕົ້ນໄປ ໂດຍຜູ້ສົ່ງອອກຕ້ອງຂໍໃບອະນຸຍາດການສົ່ງອອກ Graphite 2 ປະເພດ ໄດ້ແກ່: 1). ວັດສະດຸ Graphite ສັງເຄາະທີ່ມີຄວາມບໍລິສຸດສູງ, ຄວາມແຂງແກ່ນສູງ ແລະ ມີຄວາມເຂັ້ມຂຸ້ນສູງ; 2). Graphite ເກັດທຳມະຊາດ ແລະ ຜະລິດຕະພັນ Graphite ເກັດທຳມະຊາດ.

ທັງນີ້ ຈີນ ເປັນຜູ້ຜະລິດ ແລະ ສົ່ງອອກ Graphite ລາຍໃຫຍ່ທີ່ສຸດຂອງໂລກ ໂດຍເປັນຜູ້ຜະລິດກວມເອົາ 67% ຂອງໂລກ ແລະ ເປັນຜູ້ກັ່ນ Graphite ສຳລັບໃຊ້ເປັນວັດສະດຸທີ່ໃຊ້ແອໂນດຂອງແບັດເຕີຣີລົດຍົນໄຟຟ້າ ( EV ) ຫຼາຍກວ່າ 90% ທີ່ໃຊ້ງານໃນທົ່ວໂລກ.

ກະຊວງການຄ້າຂອງຈີນ ລະບຸວ່າ: ຄວາມເຄື່ອນໄຫວຄັ້ງນີ້ “ ມີສ່ວນຊ່ວຍຮັບຮອງຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງຕ່ອງໂສ້ອຸປະທານໂລກ ແລະ ຕ່ອງໂສ້ອຸດສາຫະກຳ ແລະ ປະກອບສ່ວນປົກປ້ອງ ຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຊາດ ”.