ຄະນະຜູ້ແທນຂອງອົງການກວດກາແຫ່ງລັດ ເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ III ພາຍໃຕ້ຫົວຂໍ້ ເສັ້ນທາງສາຍໄໝປອດໃສຂາວສະອາດ

156

ຄະນະຜູ້ແທນຂອງອົງການກວດກາແຫ່ງລັດ ສປປ ລາວ ເຊິ່ງນໍາໂດຍ ທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ, ຫົວໜ້າຄະນະສະເພາະກິດຕິດຕາມກວດກາຄວາມປອດໃສໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ, ຫົວໜ້າຄະນະ, ພ້ອມດ້ວຍຄະນະ ລວມ 3 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ III, ພາຍໃຕ້ຫົວຂໍ້: ເສັ້ນທາງສາຍໄໝປອດໃສຂາວສະອາດ (Thematic Forum On Clean Silk Road) ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງປັກກິ່ງ ສປ ຈີນ ໃນຕອນບ່າຍຂອງວັນທີ 18 ຕຸລາ 2023 ມີຜູ້ເຂົ້າຮ່ວມຈາກ 31 ປະເທດອົງການຕ້ານການສໍ້ລາດບັງຫຼວງ ແລະ 6 ອົງການຈັດສາກົນ ແລະ ສະຖາບັນທີ່ກ່ຽວຂ້ອງ.


ກອງປະຊຸມດັ່ງກ່າວຮັບຜິດຊອບຈັດໂດຍຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາແຫ່ງຊາດຈີນ;ໂຍການກ່າວເປີດກອງປະຊຸມຂອງ ທ່ານ LIU Jinguo ຮອງເລຂາ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ, ຫົວໜ້າຄະນະກຳມະການກວດກາແຫ່ງຊາດຈີນ; ທ່ານ XU Feihong ຜູ້ຊ່ວຍ ລັດຖະ ມົນຕີກະຊວງການຕ່າງປະເທດ ສປ ຈີນ ແລະ ທ່ານ ນາງ Ghada Fathi Waly ຜູ້ອຳນວຍການໃຫຍ່ ຫ້ອງ ການສະຫະປະຊາຊາດ ຢູ່ວຽນນາ, ຫົວໜ້າ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ.

ຕາມວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການປະກອບຄຳເຫັນໃຊ້ເວລາປະເທດລະ 3 ນາທີ, ສຳລັບອົງການກວດ ກາແຫ່ງລັດ ສປປລາວ ໃຫ້ກຽດກ່າວຄຳເຫັນໂດຍ ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ.
ໃນໂອກາດເຂົ້າກອງປະຊຸມຄັ້ງນີ້ ຄະນະຜູ້ແທນອົງການກວດກາແຫ່ງລັດ ຍັງໄດ້ຢ້ຽມຊົມການວາງສະແດງຮູບພາບ ແລະ ວິດີໂອ ກ່ຽວກັບຜົນສຳເລັດ ແລະ ການຮ່ວມມືໃນອະນາຄົດ ບັນດາໂຄງການກໍ່ສ້າງໂຄງລ່າງພື້ນຖານຂອງບັນດາປະເທດສະມາຊິກ ‘‘ໜຶ່ງແລວໜຶ່ງເສັ້ນທາງ’’ ໃນໄລຍະ10 ປີຜ່ານມາ, ໃນນັ້ນ ມີຮູບພາບການເປີດນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ເພາະວ່າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການປອດໃສຂາວສະອາດ ທີ່ການນໍາສອງປະເທດຕົກລົງຮ່ວມກັນຕິດຕາມ, ກວດກາແຕ່ຫົວທີ ແລະ ເປັນໂຄງການຕົວແບບເຮັດໃຫ້ຜູ້ແທນເຂົ້າຮ່ວມມີຄວາມສົນໃຈ ແລະ ໃຫ້ການສະໜັບສະໜູນ.


ໃນ 10 ປີກ່ອນ, ທ່ານ ສີ ຈິນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມ ‘‘ໜຶ່ງແລວໜຶ່ງເສັ້ນທາງ’’, ເປີດໂອກາດໃຫ້ບັນດາປະເທດໃນທົ່ວໂລກແບ່ງປັນກາລະໂອກາດ, ສະແຫວງຫາການພັດທະນາຮ່ວມກັນ ແລະ ຈະເລີນ ຮຸ່ງເຮືອງຮ່ວມກັນ. ໃນ 10 ປີທີ່ຜ່ານມາ ບົນຈິດໃຈເສັ້ນທາງສາຍໄໝແຫ່ງສັນຕິພາບ ແລະ ການຮ່ວມມື, ການເປີດກວ້າງ ແລະ ຄວາມເປັນເອກະພາບ, ການຮຽນຮູ້ເຊິ່ງກັນ ແລະ ກັນ,ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສປ ຈີນ ແລະ ທຸກຝ່າຍໄດ້ຍຶດໝັ້ນຫຼັກການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຮັບຜົນປະໂຫຍດຮ່ວມກັນ. ໂດຍຖື ‘‘ຂໍ້ລິເລີ່ມປັກກິ່ງ ກ່ຽວກັບເສັ້ນທາງສາຍໄໝປອດໃສຂາວສະອາດ’’, ພວກເຮົາຕ້ອງພ້ອມກັນເຮັດວຽກຮ່ວມກັນເພື່ອບັນລຸຜົນສຳຄັນໃນການສ້າງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງທີ່ປອດໃສຂາວສະອາດ, ເພື່ອໃຫ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ສາມາດສ້າງຜົນປະໂຫຍດໃຫ້ປະຊາຊົນທຸກປະເທດ.

ໃນກອງປະຊຸມຄັ້ງນີ້ ຝ່າຍເຈົ້າພາບ ແລະ ຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມ “ ເສັ້ນທາງສາຍໄໝປອດໃສຂາວສະອາດ ” ໄດ້ສຸມໃສ່ຫົວຂໍ້ “ເພີ່ມທະວີການຮ່ວມມືສາກົນຕ້ານການສໍ້ລາດບັງຫຼວງ ແລະ ຮ່ວມກັນສ້າງເສັ້ນທາງສາຍໄໝປອດໃສຂາວສະອາດ”, ພ້ອມກັນຢືນຢັນຄືນຄຳໝັ້ນສັນຍາຮ່ວມກັນການສ້າງເສັ້ນທາງສາຍໄໝປອດໃສຂາວສະອາດ, ກວດກາຄືນປະສິດທິຜົນ ແລະ ການປະກອບສ່ວນຂອງເສັ້ນທາງສາຍໄໝປອດໃສຂາວສະອາດ, ອະທິບາຍວິໄສທັດເສັ້ນທາງສາຍໄໝປອດໃສຂາວສະອາດ, ປຶກສາຫາລືກ່ຽວກັບການແກ້ໄຂສິ່ງທ້າທາຍຕໍ່ການສໍ້ລາດບັງຫຼວງ, ປຶກສາຫາລືກ່ຽວກັບມາດຕະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຂ້າມແດນ, ຊຸກຍູ້ຄວາມເປັນທຳຂອງວິສາຫະກິດ ແລະ ເພີ່ມທະວີການຮ່ວມມືສາກົນໃນການຕ້ານການສໍ້ລາດບັງຫຼວງ.
ໃນກອງປະຊຸມ ໄດ້ມີການສົນທະນາຢ່າງເລິກເຊິ່ງ ແລະ ໄດ້ຮັບໝາກຜົນຢ່າງຫຼວງຫລາຍ. ສປ ຈີນ ໄດ້ຮ່ວມກັບບັນດາປະເທດຄູ່ຮ່ວມມືປະກາດ ‘‘ ຜົນສຳເລັດ ແລະ ການຮ່ວມມືໃນອະນາຄົດ ໜຶ່ງແລວໜຶ່ງເສັ້ນທາງ’’ ແລະ ‘‘ ຫຼັກການຂັ້ນສູງການສ້າງຄວາມປອດໃສຂາວສະອາດ ໜຶ່ງແລວໜຶ່ງເສັ້ນທາງ’’ ສ້າງລະບົບການປະເມີນ “ວິສາຫະກິດປອດໃສຂາວສະອາດ ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ໄດ້ມາດຖານ, ສະຫຼຸບສັງລວມບັນດາໝາກຜົນທີ່ພົ້ນເດັ່ນໃນການສ້າງ “ຄວາມປອດໃສຂາວສະອາດໜຶ່ງແລວໜຶ່ງເສັ້ນທາງ” ໃນໄລຍະ 10 ປີຜ່ານ ມາ. ເປັນການສືບຕໍ່ອະທິບາຍຈຸດຢືນ ຫຼັກການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຮັບຜົນປະໂຫຍດ ຮ່ວມ, ເຊິ່ງໄດ້ຮັບການຊົມເຊີຍ ແລະ ການສະຫນັບສະຫນູນຈາກທຸກຝ່າຍຢ່າງເຕັມທີ່, ເຮັດໃຫ້ເສັ້ນທາງສາຍໄໝທີ່ປອດໃສຂາວສະອາດຂຶ້ນສູ່ລະດັບໃໝ່.


ການເຂົ້າຮ່ວມກອງປະຊຸມຂອງຝ່າຍລາວໃນຄັ້ງນີ້, ຝ່າຍຈີນ ຕີລາຄາສູງ ຕໍ່ເນື້ອໃນບົດຄຳເຫັນຂອງ ທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ ເຊິ່ງມີເນື້ອໃນບາງຕອນກ່າວວ່າ: ໃນປີ 2018 ສອງອົງການກວດກາລັດລາວ-ຈີນ ໄດ້ເຊັນບົດບັນທຶກການຮ່ວມມືນຳກັນ, ເຊິ່ງເປັນການຜັນຂະຫຍາຍຖະແຫຼງ ການຮ່ວມວ່າດ້ວຍການສືບຕໍ່ສ້າງຄູ່ຮ່ວມສະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ. ການຮ່ວມມືທີ່ພົ້ນເດັ່ນພາຍໃຕ້ນະໂຍບາຍດັ່ງກ່າວ ແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໃນນັ້ນສອງຝ່າຍໄດ້ຕົກລົງເອກະພາບຮ່ວມກັນ ເຮັດໃຫ້ໂຄງການດັ່ງກ່າວມີຄວາມປອດໃສຂາວສະອາດ ແລະ ເປີດນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການໃນວັນທີ 3 ທັນວາ 2021, ໄດ້ກາຍເປັນທາງເລືອກໃໝ່ໃນການພັດທະນາດ້ານການຂົນສົ່ງທາງບົກທີ່ສຳຄັນລະຫວ່າງ ລາວ-ຈີນ ແລະ ຈີນ-ອາຊຽນ ຮອງຮັບການພັດທະນາເສດຖະກິດ, ການດໍາເນີນທຸລະກິດສິນຄ້າ ແລະ ພ້ອມທັງຢືນຢັນວ່າ ຈະສືບຕໍ່ໃຫ້ຄວາມສໍາຄັນ ແລະ ສືບຕໍ່ຮ່ວມກັບ ສປ ຈີນ ໃນການຕິດຕາມ, ກວດກາໂຄງການທາງລົດໄຟລາວ-ຈີນ ໃນໄລຍະການດຳເນີນທຸລະກິດໃຫ້ມີຄວາມປອດໃສຂາວສະອາດຕະຫຼອດໄປ.