8 ເສົາຫຼັກຍຸດທະສາດ ຖືກຍົກຂຶ້ນ ກອງປະຊຸມສໍາມະນາ ພັດທະນາບານເຕະຍິງ ສົກປີ 2023-2027

66

ຫຼາຍປະເດັ້ນຖືກຍົກຂຶ້ນໃນ ກອງປະຊຸມສໍາມະນາ ພັດທະນາບານເຕະຍິງ ສົກປີ 2023-2027 ໂດຍຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ແລະ ຫຼາຍແຂວງໄດ້ສົນທະນາ ກ່ຽວກັບການພັດທະນາບານເຕະຍິງ ໂດຍພິທີດັ່ງກ່າວຈັດຂຶ້ນທີ່ ໂຮງແຮມແລນມາກ ເມື່ອວັນທີ 24 ຕຸລາ 2023 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ Simon Toselli FIFA Consultant ແລະ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຕ່າງແຕ່ສະຫະພັນບານເຕະແຕ່ລະແຂວງ ແລະ ສື່ມວນຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກ່າວເປີດກອງປະຊຸມວ່າ: ກີລາບານເຕະເປັນກີລາຍອດນິຍົມໃນທົ່ວໂລກ ເຊິ່ງເຫັນໄດ້ໃນເວລາການແຂ່ງຂັນບານໂລກ ຄອບຄົວ, ໝູ່ເພື່ອນຈະຮ່ວມໂຕນໍາກັນ ເພື່ອເຊຍການແຂ່ງຂັນນໍາກັນ. ດັ່ງນັ້ນ ສຕລ ໄດ້ເຫັນຄວາມສໍາຄັນຂອງການພັດທະນາບານເຕະຍິງ ໂດຍການສົ່ງເສີມໃຫ້ມີການແຂ່ງຂັນພາຍໃນເຊັ່ນ: ບານເຕະລາວລີກຍິງ 2023 ລວມເຖິງການແຂ່ງຂັນບານເຕະເຍົາວະຊົນຍິງໃນແຕ່ລະແຂວງ ລວມເຖິງສົ່ງເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນຢ່າງຕໍ່ເນື່ອງ. ນອກນັ້ນ ສຕລ ຍັງໄດ້ສົ່ງເສີມການພັດທະນາບຸກຄະລາກອນເພດຍິງ ແລະ ຊຸກຍູ້ໃຫ້ເຂົາເຈົ້າກ້າວສູ່ລະດັບເວທີສາກົນເຊັ່ນ: ທ່ານ ນາງ ກັນຍາ ແກ້ວມິນີ ເລຂາທິການ ສຕລ ພ້ອມທັງເປັນຄະນະ ບໍລິຫານງານຂອງ FIFA ແລະ AFC ແລະ ທ່ານ ນາງ ພຸດສະຫວັນ ຈັນທະວົງ ກໍາມະການຕັດສິນຍິງ ລະດັບ AFC Elite ທີ່ເຂົ້າຮ່ວມຕັດສິນລະດັບສາກົນມາຫຼາຍຄັ້ງແລ້ວ.

ຂະນະດຽວກັນ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານແຫ່ງຊາດລາວ ກ່າວວ່າ: ໂຄງການພັດທະນາບານເຕະຍິງເກີດຂຶ້ນເຊິ່ງເປັນຄັ້ງທໍາອິດທີ່ ສຕລ ມີການສ້າງແຜນຍຸດທະສາດພັດທະນາກີລາບານເຕະຍິງ ໂດຍເປັນກາສືກສາຄົ້ນຄວ່າຈາກພະແນກເຕັກນິກວິທະຍາສາດຂອງ ສຕລ ຮ່ວມກັບ ຟີຟາ ໂດຍມີທີ່ປຶກສາຈາກ ຟີຟາ ຕິດຕາມຢ່າງໃກ້ຊິດໃນທຸກຂັ້ນຕອນ ເພື່ອສ້າງໃຫ້ຜນຍຸດທະສາດນີ້ສົມບູນແບບທີ່ສຸດ ແລະ ສ້າງຄວາມໝັ້ນໃຈແກ່ຜູ້ໃຫ້ທຶນກໍຄື ຟີຟາ ໃນການຮັບຮອງໂຄງການດັ່ງກ່າວ ແລະ ມອບທຶນໃຫ້ແກ່ ສຕລ ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດນີ້ໃຫ້ເກີດໝາກຜົນສູງສຸດ.

ນອກນັ້ນ, ພິທີຍັງໄດ້ມີການເປີດການສົ້ນທະນາເປັນກຸ່ມ ກ່ຽວກັບ 8 ເສົາຫຼັກຍຸດທກະສາດໂດຍມີ 7 ຂໍ້ສໍາຄັນຄື:
1.ບານເຕະຂັ້ນພື້ນຖານ ( Grassroots )
2.ການເຟັ້ນຫານັກກີລາພອນສະຫວັນ
3.ການພັດທະນາພອນສະຫວັນ
4.ພັດທະນາຄູຝຶກ

5.ລີກ / ສະໂມສອນ
6.ທີມຊາດ
7.ການບໍລິຫານ – ການປົກຄອງ
8.ການສະໜັບສະໜູນ
ທ້າຍພິທີກໍຍັງມີພິທີມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມກອງປະຊຸມສໍາມະນາ.
ຂ່າວ: Larh Creators; ຮູບຈາກ: ສຕລ