ຂົ້ວເຫັດລວມໃສ່ນໍ້າມັນຫອຍ ເມນູເພື່ອສຸຂະພາບ

64

ເຫັດ ເປັນພືດຜັກທີ່ມີສານທີ່ມີຄຸນປະໂຫຍດດ້ານໂພຊະນາການຫຼາຍຢ່າງຕໍ່ຮ່າງກາຍ ເຊິ່ງຄົນທີ່ຮັກສຸຂະພາບກໍສາມາດກິນໄດ້, ຄົນທີ່ກິນເຈ ກໍສາມາດກິນໄດ້, ດັ່ງນັ້ນພວກເຮົາຈະພາມາເຮັດຂົ້ວເຫັດແບບລວມໆ ໂດຍເອົາເຫັດເຟືອງ, ເຫັດຫູ ໜູ, ເຫັດຊິເມຈິ, ຫົວກະຣົດ.

▶ ວັດຖຸດິບ: ເຫັດເຟືອງ, ເຫັດຫູໜູ, ເຫັດຊິເມຈິ, ຜັກບົ່ວ, ຫົວກະຣົດ ( ແລ້ວແຕ່ມີມັກ ), ນໍ້າມັນພືດ 1 ບ່ວງແກງ, ຫົວ ຜັກທຽມ 5 – 10 ກີບ, ຊັອດຫອຍນາງໂລມ, ຄະນໍ, ຜັກບົ່ວ, ໝາກເຜັດດິບ ( ຖ້າມັກ ), ພິກໄທດຳບົດ, ສະອິວແມັກກີ້.
▶ວິທີເຮັດ: ນໍາເຫັດມາຕັດ ແລະ ລ້າງໃຫ້ສະອາດ, ປອກຫົວກະຣົດມາຜ່າຊອຍເປັນປ່ຽງບາງໆ, ຈາກນັ້ນທຸບຫົວຜັກທຽມ ພ້ອມຊອຍໝາກເຜັດດິບ.

ຈາກນັ້ນມາຄ້າງໝໍ້ຂາງຂຶ້ນ ເທນໍ້າມັນພືດລົງ ເມື່ອນໍ້າມັນຮ້ອນແລ້ວໃຫ້ເອົາຫົວຜັກທຽມ ແລະ ໝາກເຜັດລົງໄປຂົ້ວໃຫ້ຫອມ ຕາມດ້ວຍບັນດາເຫັດ ແລະ ກະຣົດ. ຄົນໃຫ້ທົ່ວເອົາຝາກໝໍ້ປິດໄວ້ກະວ່າໃຫ້ສຸກແລ້ວມາຄົນປີ້ນ ພ້ອມໃສ່ຄະນໍ ແລະ ຊັອດຫອຍ ( ຖ້າບໍ່ມັກຄະນໍ ໃສ່ແປ້ງນົວແທນກໍໄດ້ ) ຈາກນັ້ນກໍຊີມເບິ່ງລົດຊາດ ພ້ອມປຸງລົດດ້ວຍສະອິວແມັກກີ້ໃຫ້ພໍດີ ( ເຫັດຈະມີຄວາມນົວ ແລະ ຫວານໃນໂຕ ຖ້າທ່ານໃດເຮັດເປັນເມນູເພື່ອສຸຂະພາບບໍ່ໃສ່ແປ້ງນົວກໍໄດ້ ), ຈາກນັ້ນໃຫ້ຊອຍຫອມບົ່ວລົງ ພ້ອມປິດໄຟ ຈາກນັ້ນກໍເອົາພິກໄທດຳໂຮຍ ເທົ່ານີ້ກໍສຳເລັດແລ້ວ.