ການຂາດດຸນງົບປະມານຂອງ ອາເມຣິກາ ເພີ່ມຂຶ້ນສູງເກືອບ 1,7 ລ້ານໆໂດລາ

8

ເວັບໄຊສຳນັກຂ່າວຣອຍເຕີ ( reuters.com ) ລາຍງານວ່າ: ລັດຖະບານສະຫະລັດອາເມຣິກາ ໄດ້ລາຍງານການຂາດດຸນງົບປະມານສູງເຖິງ 1,69 ລ້ານໆໂດລາ ໃນປີງົບປະມານ 2023 ເຊິ່ງເພີ່ມຂຶ້ນ 23% ຈາກປີກ່ອນໜ້ານີ້ ເນື່ອງຈາກລາຍຮັບຫຼຸດລົງ ແລະ ຄ່າໃຊ້ຈ່າຍສຳລັບປະກັນສັງຄົມ ແລະ ຕົ້ນທຶນດອກເບ້ຍທີ່ສູງຂຶ້ນເປັນປະຫວັດການຂອງລັດຖະບານກາງ ທີ່ມີໜີ້ເພີ່ມຂຶ້ນ.

ກະຊວງການເງິນຂອງອາເມຣິກາ ລາຍງານວ່າ: ການຂາດດຸນງົບປະມານດັ່ງກ່າວແມ່ນຫຼາຍທີ່ສຸດ ນັບແຕ່ຊ່ອງວ່າງທີ່ຂັບເຄື່ອນໄລຍະລະບາດຂອງໂຄວິດ – 19 ມູນຄ່າ 2,78 ລ້ານໆໂດລາ ໃນປີ 2021 ເຊິ່ງຖືເປັນການກັບມາຄັ້ງໃໝ່ຂອງການຂາດດຸນງົບປະມານທີ່ເພີ່ມຂຶ້ນຢ່າງວ່ອງໄວ ຫຼັງທີ່ຫຼຸດລົງຕິດຕໍ່ກັນໃນໄລຍະ 2 ປີທໍາອິດ ຂອງປະທານາທິບໍດີ ໂຈ ໄບເດັນ.

ລາຍງານລະບຸວ່າ: ການຂາດດຸນນີ້ເກີດຂຶ້ນເມື່ອ ປະທານາທິບໍດີ ໂຈ ໄບເດັນ ຮ້ອງຂໍໃຫ້ສະພາຄອງເກຣສ ຈັດສັນເງິນ 100.000 ລ້ານໂດລາ ສຳລັບຄວາມຊ່ວຍເຫຼືອຕ່າງປະເທດ ແລະ ການໃຊ້ຈ່າຍດ້ານຄວາມໝັ້ນຄົງ ເຊິ່ງລວມເຖິງ 60.000 ລ້ານໂດລາ ສຳລັບອູແກຣນ ແລະ 14.000 ລ້ານໂດລາ ສຳລັບອິດສະຣາແອນ ພ້ອມດ້ວຍເງິນທຶນສຳລັບ ຄວາມໝັ້ນຄົງຊາຍແດນຂອງສະຫະລັດອາເມຣິກາ ແລະ ພາກພື້ນອິນໂດປາຊີຟິກ.

ສຳລັບເດືອນກັນຍາ 2023, ເປັນເດືອນສຸດທ້າຍຂອງປີງົບປະມານ ເຊິ່ງການຂາດດຸນຫຼຸດລົງເຫຼືອ 171 ພັນລ້ານໂດລາ ຈາກ 430 ພັນລ້ານໂດລາ ໃນເດືອນກັນຍາ 2022.

ທ່ານ ນາງ Janet Yellen ລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ Shalanda Young ຜູ້ອຳນວຍການສຳນັກງານບໍລິຫານ ແລະ ງົບປະມານຂອງສະຫະລັດອາເມຣິກາ ຕ່າງກໍກ່າວວ່າ: ລາຍໄດ້ທີ່ຫຼຸດລົງມີສ່ວນສຳຄັນຕໍ່ການຂາດດຸນໃນປີ 2023 ໂດຍເນັ້ນຢ້ຳເຖິງຄວາມສຳຄັນຂອງນະໂຍບາຍທີ່ປະທານາທິບໍດີ ໄບເດັນ ປະກາດໃຊ້ ແລະ ສະເໜີເພື່ອການປະຕິຮູບລະບົບພາສີ.

ການຂາດດຸນງົບປະມານປີ 2023 ໜ້າຈະຫຼາຍກວ່າ 321 ພັນລ້ານໂດລາ ແຕ່ຫຼຸດລົງເນື່ອງຈາກສານສູງລົ້ມເລີກໂຄງການໃຫ້ອະໄພເງິນກູ້ນັກຮຽນຂອງ ໄບເດັນ ເນື່ອງຈາກຂັດຕໍ່ລັດຖະທໍາມະນູນ ເຊິ່ງຄໍາຕັດສິນດັ່ງກ່າວໄດ້ບັງຄັບໃຫ້ກະຊວງການເງິນ ປັບປຸງລາຍການຮຽກເກັບເງິນລ່ວງໜ້າ ກັບຜົນຮັບງົບປະມານປີ 2022 ທີ່ເຮັດໃຫ້ການຂາດດຸນໃນປີນີ້ເພີ່ມຂຶ້ນ. ການຂາດດຸນງົບປະມານປີ 2022 ຢູ່ທີ່ 1,37 ລ້ານໆໂດລາ.