ຂໍ້ແນະນໍາໃນການວາງແຜນບໍລິຫານເງິນໃນແຕ່ລະໄລຍະອາຍຸ ( ຕໍ່ )

31

ໃນອາທິດທີ່ຜ່ານມາ ເຮົາໄດ້ນຳສະເໜີບົດຄວາມກ່ຽວກັບຂໍ້ແນະນຳໃນການວາງແຜນບໍລິຫານເງິນໃນແຕ່ລະໄລຍະອາຍຸ ມັນເປັນຂັ້ນຕອນໜຶ່ງທີ່ສຳຄັນໃນການວາງແຜນເພື່ອການກະສຽນ ໂດຍການວາງແຜນບໍລິຫານເງິນໃນແຕ່ລະໄລຍະອາຍຸນັ້ນ ແມ່ນໄດ້ແບ່ງອອກເປັນ 5 ໄລຍະ ເຊິ່ງໃນອາທິດຜ່ານມານັ້ນເຮົາແມ່ນໄດ້ນຳສະເໜີພຽງບາງສ່ວນເທົ່ານັ້ນ. ດັ່ງນັ້ນ, ເພື່ອເຮັດໃຫ້ບົດຄວາມດັ່ງກ່າວນີ້ສົມບູນທາງດ້ານຂໍ້ມູນເນື້ອຫາ ມາໃນອາທິດນີ້ເຮົາຈະມານຳສະເໜີຕໍ່ສ່ວນທີ່ຍັງເຫຼືອຂອງການວາງແຜນບໍລິຫານເງິນໃນແຕ່ລະໄລຍະອາຍຸ ຄື:

3. ໄລຍະໄວເລີ່ມສ້າງຄອບຄົວ ( 31 – 40 ປີ ): ສຳລັບຄົນທີ່ຢູ່ໃນອາຍຸນີ້ເປັນໄວທີ່ຕ້ອງເພີ່ມພູນຄວາມຮັ່ງມີໃຫ້ກັບຕົນເອງ ແລະ ເປັນໄວສ້າງຄອບຄົວ ໂດຍມີລາຍໄດ້ ແລະ ລາຍຈ່າຍຢູ່ໃນລະດັບສູງພໍສົມຄວນ, ໜ້າທີ່ການງານກຳລັງມີຄວາມກ້າວໜ້າ. ເປົ້າໝາຍໃນການໃຊ້ຈ່າຍສ່ວນໃຫຍ່ຈະເປັນການສ້າງຄອບຄົວ ແລະ ທ້ອນເງິນໄວ້ເພື່ອອະນາຄົດ ອີກທັງກຳລັງຊອກຫາຊັບສິນທີ່ມີມູນຄ່າສູງຂຶ້ນເປັນຕົ້ນແມ່ນ: ຊັບສິນລາຄາແພງ, ເຮືອນ, ທີ່ດິນ ແລະ ອື່ນໆ.
ສະນັ້ນ, ການວາງແຜນການເງິນຈະຕ້ອງໃຫ້ຄວາມສໍາຄັນກັບຄວາມສ່ຽງທີ່ກຳລັງຈະພົບ ເຊັ່ນ: ພາລະໜີ້ສິນ, ສຸຂະພາບ, ອຸບັດເຫດ ແລະ ອື່ນໆ. ດ້ວຍເຫດນີ້, ການວາງແຜນການເງິນຈຶ່ງຄວນກະຈາຍຄວາມສ່ຽງ ເພາະມີພາລະທາງການເງິນສູງຂຶ້ນ ແລະ ຄວນເພີ່ມການລົງທຶນເພື່ອໄວກະສຽນຫຼາຍຂຶ້ນ.

4. ໄລຍະໄວການງານໝັ້ນຄົງ ( 41 – 55 ປີ ): ໃນໄວນີ້ໜ້າທີ່ການງານ ແລະ ຖານະທາງການເງິນມີຄວາມໝັ້ນຄົງແລ້ວ ແລະ ສ່ວນໃຫຍ່ຈະມີລາຍໄດ້ສູງ ໃນຂະນະທີ່ພາລະທາງການເງິນເລີ່ມຫຼຸດລົງ ສ່ວນໃຫຍ່ຂອງຄົນໄລຍະນີ້ຈະຫັນມາໃສ່ໃຈເລື່ອງສຸຂະພາບຫຼາຍຂຶ້ນ, ເປົ້າໝາຍໃນການໃຊ້ຈ່າຍສ່ວນໃຫຍ່ຈະເປັນເລື່ອງການສຶກສາຂອງລູກ – ຫຼານ ເຊິ່ງຕ້ອງຮັກສາ ຄວາມໝັ້ນຄົງທາງການເງິນ ແລະ ຍັງຕ້ອງລະວັງເລື່ອງການສ້າງໜີ້ ລວມທັງບັນຫາສຸຂະພາບ ແລະ ອຸບັດເຫດອີກດ້ວຍ. ທີ່ສໍາຄັນຄົນໃນໄວນີ້ ຈະຕ້ອງໃຫ້ຄວາມຈິງຈັງກັບການວາງແຜນກະສຽນ ເພາະເຫຼືອເວລາໃນການຫາເງິນອີກບໍ່ດົນ. ດັ່ງນັ້ນ, ການວາງແຜນການເງິນ ຄວນເນັ້ນເລື່ອງການວາງແຜນກະສຽນຢ່າງເປັນລະບົບ ເຊິ່ງຈະຕ້ອງກະຈາຍການລົງທຶນໃນສ່ວນທີ່ມີຄວາມສ່ຽງຕໍ່າ.

5. ໄລຍະໄວກະສຽນອາຍຸ ( 55 ປີຂຶ້ນໄປ ): ຄົນທີ່ຢູ່ໃນໄລຍະອາຍຸນີ້ ເປັນໄວທີ່ກໍາລັງກ້າວເຂົ້າສູ່ສັງຄົມຜູ້ອາຍຸສູງ ແລະ ກຳລັງຈະບໍ່ມີລາຍໄດ້ປະຈຳ. ໃນຂະນະດຽວກັນພາລະທາງການເງິນກໍຫຼຸດລົງ ເຊິ່ງຄ່າໃຊ້ຈ່າຍສ່ວນໃຫຍ່ຈະເປັນເລື່ອງຄ່າໃຊ້ຈ່າຍປະຈຳວັນ ແລະ ຄ່າຮັກສາສຸຂະພາບ ໂດຍເປົ້າໝາຍທາງການເງິນສ່ວນໃຫຍ່ຈະເປັນເລື່ອງການຊອກຫາລາຍຮັບເພື່ອມາໃຊ້ຈ່າຍ, ທ່ອງທ່ຽວພັກຜ່ອນ ແລະ ເກັບໄວ້ໃຫ້ລູກຫຼານ.
ດັ່ງນັ້ນ, ສຳລັບລາຍຮັບຈາກການວາງແຜນການເງິນໃນໄວນີ້ຈະມາຈາກເງິນບໍາເນັດ, ບໍານານ, ເງິນເກັບສະສົມ ແລະ ຜົນຕອບແທນຈາກການລົງທຶນຕັ້ງແຕ່ໄວທີ່ຍັງເຮັດວຽກ. ດ້ວຍເຫດຜົນນີ້, ຖ້າຫາກຕ້ອງການລົງທຶນເພື່ອເພີ່ມລາຍໄດ້, ການລົງທຶນຕ້ອງເນັ້ນຜະລິດຕະພັນທາງການເງິນ ທີ່ມີຄວາມສ່ຽງຕໍ່າ ເພື່ອຮັກສາເງິນຕົ້ນທຶນ ແຕ່ຍັງສາມາດສ້າງຜົນຕອບແທນຢ່າງສະໝ່ຳສະເໝີ.
[ ໂດຍ: ຕລຊລ]