ປີ້ງເຂົ້າທາໄຂ່ ໃສ່ປາແດກ ເມນູຍອດນິຍົມ ກິນງ່າຍ ແຕ່ມີຄວາມແຊບ

13

ປີ້ງເຂົ້າທາປາແດກ ເປັນເມນູທີ່ຄົນລາວເຮົານິຍົມເຮັດ ແລະ ເຫັນຂາຍຕາມແຄມທາງ ເຊິ່ງປີ້ງເຂົ້າສາມາດເຮັດໄດ້ຫຼາຍສູດ ແລ້ວແຕ່ຄວາມມັກ ແຕ່ມື້ນີ້ເຮົາຈະແນະນຳປີ້ງເຂົ້າທາໄຂ່ ໃສ່ປາແດກ ກິນໄລຍະໜ້າໜາວແບບນີ້ເຂົ້າກັນສຸດໆ.

▶ສ່ວນປະສົມມີດັ່ງນີ້:
– ເຂົ້າໜຽວໜຶ້ງສຸກ 1 ກິໂລ
– ຂຽບໝູ 1 ຖ້ວຍ
– ປາແດກ 1 ຖ້ວຍ
– ໝາກເຜັດ 15 ໜ່ວຍ
– ຫົວຜັກທຽມ 13 ກີບ
– ຫົວຜັກບົ່ວ 1 ຫົວ
– ຫອມປ້ອມ 3 ບ່ວງ
– ຮາກຫອມປ້ອມ 1 ບ່ວງ
– ຫົວສີໃຄ 2 ບ່ວງ
– ຄະນໍຜົງລົດໝູ 2 ບ່ວງ
– ນ້ຳຕານ 2 ບ່ວງ
– ໄຂ່ 5 ໜ່ວຍ
– ໄມ້ທູ່
– ຖ່ານ
– ແຕະປີ້ງ
– ນໍ້າມັນພືດ

▶ຂັ້ນຕອນການເຮັດ: ໃຫ້ປັ້ນເຂົ້າໜຽວ ເປັນເປັນຮູບມົນ – ແປໆ ຕ້ອງປັ້ນໃຫ້ແໜ້ນໆ ເອົາໄມ້ທູ່ທີ່ໃຊ້ຄັ້ງດຽວແລ້ວຖິ້ມມາສຽບ ແລ້ວເອົາໄປວາງໄວ້. ຈາກນັ້ນໃຫ້ເອົາຂຽບໝູ, ໝາກເຜັດ, ຫົວຜັກທຽມ, ຫົວຜັກບົ່ວ, ຮາກຫອມປ້ອມ, ນໍ້າຕານ, ແປງນົວ – ຄະນໍ, ຫົວສີໃຄຊອຍບາງໆ ຕຳເຂົ້າກັນໃຫ້ລະອຽດ ( ປັ່ນກໍໄດ້) ແລ້ວຕອກໄຂ່ ແລະ ເອົານໍ້າປາແດກລົງໄປຢ່າຟ້າວໃສ່ຫຼາຍ ເອົາກະພໍດີ, ຊອຍຜັກຫອມລົງ ປຸງລົດຊາດໃຫ້ພໍດີຕາມໃຈມັກ.
ຈາກນັ້ນ, ດັງໄຟໃຫ້ຖ່ານຕິດດີແລ້ວ ( ໃຫ້ເຮັດໄຟອ່ອນ – ປານກາງ ) ແລ້ວເອົາແຕະປີ້ງວາງໃສ່, ຈາກນັ້ນກໍເອົາເຂົ້າທີ່ປັ້ນໄວ້ນັ້ນມາປີ້ງ ໂດຍຄ່ອຍໆປີ້ງ ແລະ ເອົານໍ້າມັນພືດຄ່ອຍໆທາ ປີ້ງຈົນໃຫ້ເຂົ້າມີສີເຫຼືອງໆ ແລ້ວໃຫ້ເອົາໄປຈຸ່ມໃສ່ນໍ້າໄຂ່ທີ່ປະສົມປາແດກທີ່ປຸງໄວ້ນັ້ນ ແລ້ວນໍາເຂົ້ານັ້ນໄປປີ້ງອີກຄັ້ງຄົນກວ່າໄຂ່ຈະແຫ້ມ ຫຼື ສຸກ ເທົ່ານີ້ກໍຖືວ່າເປັນອັນສຳເລັດ ກິນ ໄດ້.
[ ຮູບ: ກິນໃສກະໄດ້ ]