ນະຄອນ ໄກສອນພະນັກງານ 167 ຄົນໄດ້ເຂົ້າພັກສົມບູນ

46

63ໜ່ວຍພັກ ໃນນະຄອນ ໄກສອນ ພົມວິຫານ ໄດ້ຈັດພິທີ ມອບບັດ ໃຫ້ສະມະຊິກພັກສົມບູນທີ່ໄດ້ມາດຖານ ຊຸດທີ Xll  ໃນຕອນເຊົ້າ ວັນທີ 20 ຕຸລາ 2023 ນີ້, ໂດຍການເປັນປະທານ ຂອງສະຫາຍ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ, ເລຂາຄະນະບໍລິຫານງານພັກນະຄອນ, ເຈົ້ານະຄອນ ໄກສອນ ພົມວິຫານ, ສະຫາຍ ບຸນຍໍ ວໍລະສັກສິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະຈັດຕັ້ງນະຄອນ,ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ເຂົ້າຮ່ວມ.

May be an image of 6 people and dais
ໃນພິທີ ສະຫາຍ ນາງ ພອນສິນ ວໍລະວົງ ເລຂາພັກບ້ານ-ນາຍບ້ານໄຊຍະພູມ ຕາງໜ້າໃຫ້ 63ໜ່ວຍພັກ ຂື້ນຜ່ານວຽກງານການເຄື່ອນໄຫວຽກງານພັກຂອງໜ່ວຍພັກ ໂດຍສັງເຂບ: ຈາກນັ້ນ,ສະຫາຍ ບຸນຍໍ ວໍລະສັກສິດ ຫົວໜ້າຄະນະຈັດຕັ້ງນະຄອນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ1397/ຄປພຂ, ລົງວັນທີ 10 ເມສາ 2023 ວ່າດ້ວຍການອອກບັດ ແລະ ມອບບັດ ໃຫ້ສະມາຊິກພັກສົມບູນ ທີ່ມີມາດຖານເງື່ອນໄຂໄດ້ຮັບບັດ ໃຫ້ອົງຄະນະພັກ ນະຄອນ ໄກສອນ ພົມວິຫານ ມີຈໍານວນ 167 ສະຫາຍ, ຍິງ 87 ສະຫາຍ, ໃນຈຳນວນ 63 ໜ່ວຍພັກ,ເຊິ່ງປະກອບມີໜ່ວຍຫ້ອງການມີ18 ໜ່ວຍພັກ,ໜ່ວຍພັກໂຮງຮຽນມີ 21 ໜ່ວຍພັກ ແລະ ໜ່ວຍພັກບ້ານມີ 24 ໜ່ວຍພັກ.ຈາກນັ້ນ,ສະຫາຍ ເລຂາພັກນະຄອນ ກໍ່ໄດ້ໃຫ້ກຽດຂຶ້ນມອບບັດແດງ ໃຫ້ສະມາຊິກພັກທັງໜົດ167 ສະຫາຍ ຢ່າງສົມກຽດ.

May be an image of 2 people and text
ໂອກາດດັ່ງກ່າວ, ສະຫາຍ ປະສົງສິນຈະເລີນສຸກ ຄະນະປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະໜ່ວຍ ແລະສະມາຊິກພັກທັງ63ໜ່ວຍພັກ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະຮູ້ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະເໝາະສົມກັບເງື່ອນໄຂຕົວຈິງຂອງແຕ່ລະຂະແໜງການ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ຂອງຂະແໜງການໃຫ້ມີປະສິດທິພາບກວ່າເກົ່າ, ໃຫ້ເອົາໃຈໃສ່ຍົກລະດັບວຽກງານທີ່ເປັນບູລິມະສິດຂອງແຕ່ລະຂະແໜງການ, ເອົາໃຈໃສ່ບໍາລຸງ-ຍົກລະດັບ ແລະກໍ່ສ້າງພະນັກງານໃຫ້ມີຄວາມຮູ້ທາງດ້ານເຕັກນິກວິຊາການ, ມີຄວາມຫ້າວຫັນ ແລະມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ; ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ການຄຸ້ມຄອງ ບັດໃຊ້ສະມາຊິກພັກ(ບັດແດງ) ຕະຫຼອດເຖິງການນຳໃຊ້ບັດ ໃຫ້ຖືກຕ້ອງ ສອດຄ່ອງ ກັບກົດລະບຽບຂອງພັກ ຢ່າງເຂັ້ມງວດ.

May be an image of 5 people, dais and text