ທ່ານ ຮອງເລຂາພັກແຂວງ ລົງກວດກາສະຖານທີ່ແຜນການກໍ່ສ້າງຊົນລະປະທານອ່າງເກັບໃນເມືອງຊົນນະບູລີ

50

ໃນວັນທີ 17-18 ຕຸລາ 2023, ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດພັກ-ພະນັກງານ ພ້ອມດ້ວຍທີມງານຂອງແຂວງ, ໄດ້ລົງເຄື່ອນໄຫວເບີ່ງສະຖານທີ່ແຜນການກໍ່ສ້າງຊົນລະປະທານອ່າງເກັບນໍ້່ຫ້ວຍຫີນລາດ ບ້ານຄໍາປ່າແໜ ແລະຝາຍນໍ້າລົ້ນແກ້ງລໍາທວາຍ ເຂດຈຸດສຸມຕັງຫວາຍ-ລໍາທວາຍ ເມືອງຊົນນະບູລີ ແຂວງສະຫວັນນະເຂດ. ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸວິໄລ ຫຼງຊະລາດ ກໍາມະການພັກແຂວງ ເລຂາພັກເມືອງເຈົ້ນເມືອງຊົນນະບູລີ ພ້ອມດ້ວຍຄະນະ.

May be an image of 10 people
ໃນການລົງເຄື່ອນໄຫວທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ກໍ່ໄດ້ຮັບຟັງການລາຍງານຜົນການອອກແບບໂຄງການຊົນລະປະທານໂຄງການອ່າງເກັບນໍ້າຫ້ວຍຫີນລາດ ແລະຝາຍນໍ້າລົ້ນແກ້ງລໍາທວາຍ ຈາກຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍໃຫ້ຮູ້ວ່າ: ດ້ານໂຄງສ້າງກິດຈະການໂຄງການອ່າງເກັບນໍ້າຫ້ວຍຫີນລາດ ມີລວງຍາວຕົວເຂື່ອນ 390 ແມັດ, ລວງກວ້າງສັນເຂື່ອນ 5 ແມັດ, ລວງສູງສະເລ່ຍເຂື່ອນ 6 ແມັດ, ຈະສາມາດສະໜອງນໍ້າຕ້ານແລ້ງນາປີ 80 ເຮັກຕາ, ນາແຊງ 33 ເຮັກຕາ, ພຶດລະດູແລ້ງ 25 ເຮັກຕາ.

May be an image of 10 people, tree and grass

ສໍາລັບຝາຍນໍ້າລົ້ນແກ້ງລໍາທວາຍ ( ເຊກົງກາມ ) ດ້ານໂຄງສ້າງກິດຈະການ, ເປັນປະເພດເບຕົງຫີນຖີ້ມ ໂຄງສ້າງເບຕົງເສີມເຫຼັກ, ລວງກວ້າງຝາຍ 68 ແມັດ, ລວງຍາວຝາຍ 17,2 ແມັດ, ລວງກວ້າງສັນຝາຍ 3,2 ແມັດ, ອ່າງນີ້ມີເນື້ອທີ່ໜ້ານໍ້າ 49,24 ເຮັກຕາ, ບໍລິມາດນໍ້າເກັບກັກ 192.000 ແມັດກ້ອນ, ເມື່ອສ້າງສຳເລັດຈະສາມາດສະໜອງນໍ້າໃນການຫົດເນື້ອທີ່ການຜະລິດໄດ້ 79 ເຮັກຕາ, ຖ້າຫາກວ່າ 2 ໂຄງການດັ່ງກ້າວນີ້ສ້າງສໍາເລັດຈະເຮັດໃຫ້ປະຊາຊົນພາຍໃນຂອບເຂດໄດ້ຮັບຜົນປະໂຫຍດສູງສຸດຊີວິດການເປັນຢູ່ກໍ່ຈະໄດ້ຮັບການພັດທະນາດີຂື້ນເລື້ອຍໆ.

May be an image of 12 people and grass
ຈາກນັ້ນທ່ານ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂອງເມືອງ ກໍ່ໄດ້ເດີນທາງໄປເບີ່ງເສັ້ນທາງແຕ່ບ້ານລໍາທວາຍຫາບ້ານນາຈານໃຫຍ່ ທີ່ມີຄວາມຍາດ 15 ກີໂລແມັດ ທີ່ເປັນເສັ້ນທາງທຽວໄດ້ລະດູດຽວ ເຮັດໃຫ້ການສັນຈອນຂອງປະຊາຊົນພົບຄວາມຫຍຸ້ງຍາກຫຼາຍ ແລະໃນຕໍ່ໜ້າເສັ້ນທາງດັ່ງກ່າວນີ້ແມ່ນຈະໄດ້ຮັບການກໍ່ສ້າງ.

May be an image of 7 people and grass