ສະຫຼຸບຜົນງານການຈັດແຂ່ງຂັນປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊັມໂລກ ຄັ້ງປະຫວັດສາດໃນລາວ

100

ກະຊວງສຶກສາທິການ ແລະ ກີລາ ເວົ້າລວມເວົ້າສະເພາະກໍຄື ສະຫະພັນກີລາປິ່ງແຫ່ງຊາດລາວ ໄດ້ຈັດງານລ້ຽງ ແລະ ພິທີສະຫຼຸບຜົນງານການເປັນເຈົ້າພາບແຂ່ງຂັນກີລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊັມໂລກ ປະຈໍາປີ 2023 (WTT Youth Contender) ເຊິ່ງເປັນຄັ້ງປະຫວັດສາດ ຂຶ້ນໃນຕອນແລງຂອງວັນທີ 13 ຕຸລາ 2023 ທີ່ໂຮງແຮມແລນມາກ ນະຄະຫຼວງວຽງຈັນ ສປປ ລາວ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຄໍາແພງ ໄຊສົມແພງ ປະທານກິຕິມະສັກ ສະຫະພັນປິ່ງປ່ອງແຫ່ງຊາດລາວ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍຕາງໜ້າຈາກຜູ້ສະໜັບສະໜູນຈາກຫຼາຍບໍລິສັດ, ຄູຝຶກ ແລະ ນັກກີລາ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ນາງ ສົມໃຈ ວົງສາ ເລຂາທິການ ສະຫະພັນປິ່ງປ່ອງແຫ່ງຊາດລາວ ໃຫ້ກຽດຂຶ້ນສະຫຼຸບຜົນງານຕະຫຼອດການແຂ່ງຂັນ ໂດຍທ່ານກ່າວຈຸດສໍາຄັນວ່າ: ການແຂ່ງຂັນກີລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊັມໂລກ ປະຈໍາປີ 2023 (WTT Youth Contender) ເຊິ່ງເປັນລາຍການເກັບຄະແນນສະສົມຊີງອັນດັບວາງຂອງໂລກ ລະຫວ່າງວັນທີ 20-23 ກັນຍາ 2023 ທີ່ໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈັບງາມ ໂດຍມີນັກເກຶອບ 200 ຄົນຈາກ 11 ປະເທດເຂົ້າຮ່ວມ.

“ ເຊິ່ງຜົນງານທີ່ພົ້ນເດັ່ນຂອງທີມຊາດລາວກໍຄື ນາງ ຈຸດຕິພອນ ສີສົມບູນ ແລະ ທ້າວ Li En Sai 2 ນັກກີລາປິ່ງປ່ອງທີມຊາດເຍົາວະຊົນລາວ ສາມາດສ້າງປະຫວັດສາດຍາດໄດ້ອັນດັບທີ 2 ໃນຮຸ່ນອາຍຸບໍ່ເກີນ 11 ປີຈັດຢູ່ອັນດັບທີ 5 ຂອງຕາຕະລາງສະຫຼຸບຫຼຽນ, ສ່ວນປະເທດທີ່ຍາດໄດ້ອັນດັບ 1 ແມ່ນ ໄຕຫວັນ ສາມາດຍາດໄດ້ຂັນຊະນະເລີດ 8 ລາຍການ; ອັນດັບ 2 ສ ເກົາຫຼີ ຍາດໄດ້ຂັນຊະນະເລີດ 2 ລາຍການ; ອັນດັບ 3 ສປ ຈີນ ຍາດໄດ້ຊະນະເລີດ 1 ລາຍການ, ຮອງຊະນະເລີດ 1 ແລະ ອັນດັບ 3 ໄດ້ 3 ລາຍການ; ອັນດັບ 4 ມາເລເຊຍ ຍາດໄດ້ຂັນຊະນະເລີດ 1 ລາຍການ ” ເລຂາທິການ ສະຫະພັນປິ່ງປ່ອງແຫ່ງຊາດລາວ ກ່າວ.

ຂະນະດຽວກັນ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໃຫ້ກຽດມີຄໍາເຫັນຕໍ່ງານດັ່ງກ່າວວ່າ: ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ທີ່ມີແຜນພັດທະນາກີລາປິ່ງປ່ອງຂອງລາວເຮົາຢ່າງມີຜົນສໍາເລັດ ເຮັດໃຫ້ບັນດາປະເທດສະມາຊິກທົ່ວໂລກ ເກັນໄດ້ເຖິງຜົນງານການເປັນເຈົ້າພາບຄັ້ງນີ້ ໂດຍຂໍມີບາງຄໍາເຫັນດັ່ງນີ້:
1.ສືບຕໍ່ເອົາໃຈໃສ່ເລື່ອງການຮັກສາຄວາມສະຫງົບ ແລະ ຄວາມປອດໄພເປັນອັນດັບຕົ້ນໆ
2.ຂໍໃຫ້ຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ກໍາມະການຝ່າຍຕ່າງໆ ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ ເພື່ອກ້າວໄປສູ່ຜົນສໍາເລັດໃໝ່ ໃນການເປັນເຈົ້າພາບ ຄັ້ງຕໍ່ໄປໃນປີ 2024
3.ຂໍໃຫ້ຄະນະນັກກີລາທີມຊາດລາວ ເອົາໃຈໃສ່ໃນການຝຶກແອບ, ມີຜົນສໍາເລັດໃນການແຂ່ງຂັນ ແລະ ເປັນແບບຢ່າງໃຫ້ນັກກີລາທີ່ມີນໍ້າໃຊ້ມິດຕະພາບ, ນໍ້າໃຈນັກີກລາຂອງທີມເຈົ້າພາບ ຕໍ່ຜູ້ເຂົ້າຮ່ວມແຂ່ງຂັນ.
4.ຂໍໃຫ້ສື່ມວນຊົນທຸກພາກສ່ວນເປັນກະບອກສຽງໃນການໂຄສະນາເຜີຍແຜ່ຄວາມໝາຍຄວາມສໍາຄັນ ແລະ ຜົນສໍາເລັດຂອງການຈັດງານໃນຄັ້ງນີ້ ແລະ ຄັ້ງຕໍ່ໄປ ອອກສູ່ພາຍໃນ ແລະ ຕ່າງປະເທດ.

ໃນທ້າຍພິທີກໍໄດ້ມີການມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍ ຂັ້ນລັດຖະບານ ແລະ ຂັ້ນກະຊວງໃຫ້ແກ່ບຸກຄົນ ແລະ ກົມກອງ ເປັນຕົ້ນແມ່ນ: ໂຮງແຮມ ແລນມາກ ແມ່ຂອງ ລີເວີໄຊ, ບໍລິສັດ ລາວເວີນ ມະຫາຊົນ, ບໍລິສັດ ສື່ໂຄສະນາເລຂາຄະນິດລາວການພິມ, ທະນາຄານ ອຸດສາຫະກໍາການຄ້າຈີນ ຈໍາກັດ, ບໍລິສັດ ພັດທະນາສູນເສດຖະກິດການຄ້າຈົບວົງຈອນໜອງຈັນຕອນເໜືອ ຈໍາກັດ, ບໍລິສັດ ທຽນຊື່ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ, ບໍລິສັດ ຫົງຖາລາວ-ຈີນ ຈໍາກັດ, ສະພາການຄ້າແຂວງກວາງຊີ ປະຈໍາລາວ ແລະ ອື່ນໆອີກຫຼາຍບໍລິສັດ.

ສໍາລັບ ການແຂ່ງຂັນປິ່ງປ່ອງຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 20-23 ກັນຍາ 2023 ມີນັກກີລາເຂົ້າຮ່ວມທັງໝົດ 170 ຄົນ ແລະ ຄະນະລວມທັງໝົດ 200 ກວ່າຄົນຈາກ 11 ປະເທດເຂົ້າຮ່ວມຄື: ຮົງກົງ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ມາເລເຊຍ, ຟິລິບປິນ, ສ ເກົາຫຼີ, ສິງກະໂປ, ໄຕຫວັນ, ໄທ ແລະ ສປປ ລາວ ສະເພາະນັກກີລາ ສປປ ລາວ ຈຳນວນ 45 ຄົນ ຮຸ່ນອາຍຸລະຫວ່າງ 9-19 ປີ ເຊິ່ງກຳນົດແຂ່ງຂັນທັງໝົດ 2 ປະເພດຄື: ປະເພດດ່ຽວ ແລະ ຄູ່ປະສົມ ນັບແຕ່ຮຸ່ນອາຍຸບໍ່ເກີນ 11 ປີ, 13 ປີ, 15, 17 ແລະ 19 ປີ ໂດຍຜົນການແຂ່ງຂັນມີດັ່ງນີ້:
-ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 11 ປີ ອັນດັບ 1 ດາເນຍ ໂລຮາມັດ ຈາກມາເລເຊຍ ແລະ ອັນດັບ 2 ໄດ້ແກ່ ນາງ ຈຸດຕິພອນ ສີສົມບູນ ຈາກລາວ
-ປະເພດດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 11 ປີ ອັນດັບ 1 ໄດ້ແກ່ wang Yu Tai ຈາກ ສປ ຈີນ ແລະ ອັນດັບ 2 ໄດ້ແກ່ ທ້າວ Li En Sai ຈາກລາວ

-ປະເພດຍິງດ່ຽວ ອາຍຸ 13 ປີ ອັນດັບ 1 ນາງ KIM Minseo ຈາກສາທາລະນະລັດເກົາຫຼີ ແລະ ຮອງຊະນະເລີດ ນາງ LU Yu-En ຈາກໄຕຫວັນ.
-ປະເພດຊາຍດ່ຽວລຸ້ນ ອາຍຸ 13 ປີ ອັນດັບ 1 ທ້າວ HSU An-Pao ຈາກໄຕ້ຫວັນ ແລະ ອັນດັບ 2 ທ້າວ CHENG Min-Hsiu ຈາກໄຕ້ຫວັນ.
-ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ອັນດັບ 1 ໄດ້ແກ່ Leo Tu Bin ຈາກສ ເກົາຫຼີ ແລະ ອັນດັບ 2 Chon Min Chin ຈາກ ສປ ຈີນ
-ປະເພດດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ອັນດັບ 1 Chang Jui Yang ຈາກ ສປ ຈີນ ແລະ ອັນດັບ 2 Shin Jia Hong ຈາກ ສປ ຈີນ
– ປະເພດດ່ຽວຍິງ ລຸ້ນ ອາຍຸບໍ່ເກີນ 19 ປີ ອັນດັບ 1 Wong hoi Tung ຈາກຮົງກົງ ແລະ ອັນດັບ 2 Wu jia En ຈາກ ສປ ຈີນ

-ປະເພດດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ອັນດັບ 1 Kuo Quan Hong ຈາກ ສປ ຈີນ ແລະ ອັນດັບ 2 Yang Hao Jen ຈາກ ສປ ຈີນ
-ປະເພດຄູ່ປະສົມ ຍິງ-ຊາຍ ອາຍຸບໍ່ເກີນ 15 ປີ ຊະນະເລີດແມ່ນ WONG Tsz Yui ແລະ WONG Wan Hei ນັກກິລາຈາກໄຕ້ຫວັນ ແລະ ຮອງຊະນະເລີດແມ່ນ OH Yujin ແລະ CHOI Ayoon ນັກກີລາຈາກໄຕ້ຫວັນ
-ປະເພດຄູ່ປະສົມ ຍິງ-ຊາຍ ອາຍຸບໍ່ເກີນ 19 ປີຊະນະເລີດ KUO Guan-Hong ແລະ CHEN Chi-Shiuan ແລະ ອັນດັບ 2 ແມ່ນ CHEN Yi-Teng ກັບ CHEN Chia-I ທັງໝົດແມ່ນມາຈາກໄຕ້ຫວັນ.
ຂ່າວ-ຮູບ: Larh Creators