ເອີຣົບ ຈະມີປະຊາກອນອາຍຸເກີນ 65 ປີ ຫຼາຍກວ່າເດັກອາຍຸຕ່ຳກວ່າ 15 ປີ

30

ສຳນັກຂ່າວ AFP ລາຍງານວ່າ: ອົງການອະນາໄມໂລກ ( WHO ) ອອກມາເຕືອນວ່າ ປະຊາກອນໃນທະວີບເອີຣົບອາດຈະມີອາຍຸແຕ່ 65 ປີຂຶ້ນໄປ ຫຼາຍກວ່າເດັກນ້ອຍຕ່ຳກວ່າ 15 ປີລົງມາ ພາຍໃນປີໜ້າ ເຮັດໃຫ້ເກີດມີຄວາມທ້າທາຍໃໝ່ທາງດ້ານສັງຄົມ, ເສດຖະກິດ ແລະ ບັນຫາສຸຂະພາບ.

WHO ລະບຸວ່າ: ທ່າອ່ຽງດັ່ງກ່າວນີ້ ບົ່ງບອກເຖິງຄວາມທ້າທາຍໃໝ່ທາງດ້ານສັງຄົມ, ເສດຖະກິດ ແລະ ສຸຂະພາບ ເຊິ່ງຈຳເປັນຕ້ອງໃຫ້ຄວາມສຳຄັນຕໍ່ຜູ້ອາຍຸສູງ ເພື່ອຫຼຸດຜົນກະທົບທີ່ເກີດຈາກປະຊາກອນອາຍຸສູງ. ພ້ອມທັງຮຽກຮ້ອງໃຫ້ທະວີບເອີຣົບ ດຳເນີນມາດຕະການຕ່າງໆ ເພື່ອຊ່ວຍເຫຼືອຜູ້ອາຍຸສູງ ໂດຍສະເພາະການດູແລທັງສຸຂະພາບກາຍ ແລະ ຈິດໃຈ ຕະຫຼອດຮອດກິດຈະກຳຕ່າງໆສຳລັບຜູ້ອາຍຸສູງ.