ຂໍ້ແນະນໍາໃນການວາງແຜນບໍລິຫານເງິນໃນແຕ່ລະໄລຍະອາຍຸ

48

ບາງທ່ານອາດຈະສົງໄສວ່າ ເປັນຫຍັງຈຶ່ງຕ້ອງວາງແຜນການເງິນໃນແຕ່ລະໄລຍະອາຍຸ ຄຳຕອບແມ່ນຍ້ອນຄົນເຮົາມີເປົ້າໝາຍ ແລະ ການໃຊ້ຊີວິດ ລວມທັງການບໍລິຫານເງິນໃນແຕ່ລະໄລຍະທີ່ແຕກຕ່າງກັນໄປ ແລະ ລະດັບຄວາມສາມາດຍອມຮັບ ຄວາມສ່ຽງນັ້ນກໍບໍ່ຄືກັນ.
ໃນອາທິດຜ່ານມາເຮົາໄດ້ສະເໜີກ່ຽວກັບຄວາມສຳຄັນ ຂອງການວາງແຜນທາງການເງິນຕໍ່ການວາງແຜນກະສຽນອາຍຸໄປແລ້ວ. ດັ່ງນັ້ນ, ເພື່ອໃຫ້ເຂົ້າໃຈເພີ່ມຂຶ້ນກ່ຽວກັບຂັ້ນຕອນ ແລະ ວິທີການ. ມາໃນອາທິດນີ້ເຮົາຈະມາສະເໜີກ່ຽວກັບການວາງແຜນບໍລິຫານເງິນໃນແຕ່ລະໄລຍະອາຍຸ ໂດຍການວາງແຜນບໍລິຫານເງິນໃນແຕ່ລະໄລຍະອາຍຸ ແມ່ນໄດ້ແບ່ງໄລຍະອາຍຸ ໂດຍສະເລ່ຍໃນການວາງແຜນອອກເປັນ 5 ໄລຍະດັ່ງ ນີ້:

1. ໄລຍະໄວກ່ອນເຮັດວຽກ ( 0 – 21 ປີ ): ໄວນີ້ເປັນໄວທີ່ຢູ່ໃນລະຫວ່າງການສຶກສາຮ່ຳຮຽນ ເຊິ່ງໂດຍທົ່ວໄປແລ້ວ ລາຍຮັບສ່ວນໃຫຍ່ຈະເປັນລັກສະນະການເພິ່ງພາພໍ່ແມ່ເພາະຍັງບໍ່ມີລາຍໄດ້ເປັນຂອງຕົນເອງ. ໃນຂະນະດຽວກັນ ຄົນໃນໄວນີ້ສ່ວນຫຼາຍຈະຍັງບໍ່ມີພາລະໜີ້ສິນ, ເປົ້າໝາຍໃນການໃຊ້ຈ່າຍໂດຍຫຼັກໆແລ້ວແມ່ນການຊື້ຂອງໃຊ້ສ່ວນຕົວ, ທ່ຽວຫຼິ້ນກັບໝູ່ເປັນຕົ້ນ. ດັ່ງນັ້ນ, ການວາງແຜນການເງິນທີ່ສໍາຄັນຂອງຄົນໃນໄວນີ້ ກໍຄືຄວນເນັ້ນການສ້າງວິໄນໃນການສະສົມເງິນ ເພື່ອອະນາຄົດທີ່ໝັ້ນຄົງ ເພາະຖ້າຄົນໃນໄວນີ້ມີວິໄນໃນການໃຊ້ເງິນ ຮູ້ຈັກເກັບເງິນແລ້ວ ຈະເຮັດໃຫ້ສາມາດວາງແຜນການເງິນໄດ້ງ່າຍຂຶ້ນໃນໄລຍະອາຍຸຕໍ່ໆໄປ ແລະ ເປັນໄປຕາມເປົ້າໝາຍທີ່ຕ້ອງການ.
ໃນສ່ວນການວາງແຜນການລົງທຶນຂອງຄົນໃນໄລຍະນີ້ ຄວນສຶກສາຊ່ອງທາງໃນການລົງທຶນຕ່າງໆ ເຊັ່ນ: ສະສົມເງິນດ້ວຍການລົງທຶນໃນຮຸ້ນ ເພື່ອຫວັງເງິນປັນຜົນ ຫຼື ສ່ວນຕ່າງລາຄາໃນເວລາຊື້ຖືກຂາຍແພງ, ຝາກເງິນປະຢັດໃນທະນາຄານ ເພື່ອຫວັງດອກເບ້ຍ ແລະ ອື່ນໆ.

2. ໄລຍະໄວເລີ່ມເຮັດວຽກ ( 21 – 30 ປີ ): ສຳລັບໄວເລີ່ມເຮັດວຽກ ເປັນໄວເລີ່ມຕົ້ນຂອງການມີພາລະໜ້າທີ່ ແລະ ມີລາຍໄດ້ເປັນຂອງຕົນເອງ, ແນ່ນອນວ່າເມື່ອເລີ່ມຕົ້ນການເຮັດວຽກກໍຈະມີເງິນເດືອນ ຫຼື ລາຍໄດ້ຕ່າງໆເຂົ້າມາ ເຊິ່ງອາດຈະຍັງບໍ່ສູງຫຼາຍ ແຕ່ກໍເປັນການເລີ່ມຕົ້ນທີ່ດີທີ່ຈະສາມາດເກັບເງິນບາງສ່ວນເພື່ອນຳໄປລົງທຶນຕໍ່ໄດ້. ໃນສ່ວນຂອງຄ່າໃຊ້ຈ່າຍ ຫຼື ພາລະໜີ້ສິນຂອງຕົນໃນໄວນີ້ອາດຈະຍັງບໍ່ມີຫຼາຍ ເພາະເປັນໄວທີ່ພວມເລີ່ມສ້າງເນື້ອສ້າງຕົວ ໂດຍເປົ້າໝາຍໃນການໃຊ້ຈ່າຍສ່ວນໃຫຍ່ຂອງຄົນໃນໄວນີ້ ກໍຄືການຊື້ສິນຄ້າທີ່ທັນຍຸກທັນສະໄໝຕາມກະແສ, ການທ່ອງທ່ຽວຫາປະສົບການ, ຊື້ຂອງໃຊ້ສ່ວນຕົວ ຫຼື ຊື້ຊັບສິນທີ່ມີມູນຄ່າບໍ່ສູງຫຼາຍ. ດັ່ງນັ້ນ, ການວາງແຜນການເງິນຂອງຄົນໃນໄວນີ້ຈະຕ້ອງເນັ້ນຄວາມສຳຄັນກັບກົນລະຍຸດການບໍລິຫານເງິນ ໂດຍຈະຕ້ອງບໍລິຫານຄ່າໃຊ້ຈ່າຍກັບລາຍໄດ້ໃຫ້ພຽງພໍ ແລະ ສາມາດມີເງິນເກັບ ເພື່ອນຳໄປລົງທຶນສ້າງມູນຄ່າເພີ່ມໄດ້.

ໃນສ່ວນຂອງການວາງແຜນການລົງທຶນຂອງຄົນໃນອາຍຸລະຫວ່າງນີ້ ເນື່ອງຈາກຍັງມີເວລາຫາເງິນອີກດົນ ບຸກຄົນເຫຼົ່ານີ້ຈຶ່ງສາມາດລົງທຶນໃນຄວາມສ່ຽງທີ່ຂ້ອນຂ້າງສູງໄດ້ ເພາະຖ້າຫາກມີຄວາມຜິດພາດຈາກການລົງທຶນ ກໍຍັງມີເວລາຫາເງິນມາລົງທຶນໃໝ່ອີກ. ແຕ່ເຖິງຢ່າງໃດກໍຕາມ, ການລົງທຶນໃນແຕ່ລະປະເພດກໍຄວນຈະຕ້ອງມີການສຶກສາ ແລະ ສ້າງຄວາມເຂົ້າໃຈໃຫ້ດີກ່ອນ. ນອກຈາກນັ້ນ, ໃນໄລຍະອາຍຸນີ້ຄວນມີການເພີ່ມພູນຄວາມຮູ້ກ່ຽວກັບການລົງທຶນ ເພື່ອເພີ່ມປະສິດທິພາບ ໃນການລົງທຶນຂອງຕົນເອງອີກດ້ວຍ.
ມາຮອດນີ້ຫຼາຍຄົນຄົງຢາກຈະຮູ້ຕໍ່ເຖິງໄລຍະອາຍຸຖັດໄປແລ້ວແມ່ນບໍ? ແຕ່ວ່າເພື່ອບໍ່ໃຫ້ບົດຄວາມໃນອາທິດນີ້ຍາວເກີນໄປ ສຳລັບອີກ 3 ໄລຍະໄວອາຍຸທີ່ຍັງເຫຼືອ ເຮົາຈຶ່ງຈະນຳສະເໜີໃນອາທິດຖັດໄປ.

[ ໂດຍ: ຕລຊລ ]