ແຕ່ງຕັ້ງ ທ່ານ ເລັດ ໄຊຍະພອນ ເປັນປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານຄົນໃໝ່

463

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສກລ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສກລ ຜູ້ເກົ່າ ແລະທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານ ສກລ ຜູ້ໃໝ່ ຂຶ້ນໃນວັນທີ 9 ຕຸລາ, ທີ່ ສກລ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ.

May be an image of 12 people, dais and text
ການມອບ-ຮັບໜ້າທີ່ຄັ້ງນີ້ແມ່ນປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍເຫັນດີຍົກຍ້າຍ ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສກລ ຜູ້ເກົ່າໄປຮັບໜ້າທີ່ໃໝ່ ຢູ່ສູນກາງສະຫະພັນແມ່ຍິງລາວ; ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 349/ຄລສພ ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານພັກ ສກລ ໂດຍຕົກລົງແຕ່ງຕັ້ງທ່ານ ເລັດ ໄຊຍະພອນ ເປັນຄະນະບໍລິຫານງານພັກ ສກລ; ແລະມະຕິຕົກລົງກົມການເມືອງສູນກາງພັກ ສະບັບເລກທີ 23/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ສກລ ໂດຍຕົກລົງແຕ່ງຕັ້ງທ່ານ ເລັດ ໄຊຍະພອນ ເປັນເລຂາຄະນະບໍລິຫານງານພັກ ປະທານ ສກລ ຜູ້ໃໝ່.

May be an image of 1 person and text
ຂ່າວ: ປະຊາຊົນ