ປະກາດ 23 ນັກເຕະທີມຊາດລາວ ລຸຍຄັດບານໂລກ 2026, ໄມເຄິລ ວ່າງ ນັກເຕະເຊື້ອສາຍລາວ-ຕ່າງປະເທດ ນໍາທີມ

124

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດ 23 ລາຍຊື່ນັກເຕະທີມຊາດລາວ ຊຸດໃຫຍ່ ກ່ອນອອກເດີນທາງໃນວັນທີ 9 ຕຸລາ 2023 ເຂົ້າຮ່ວມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ( FIFA World Cup 2026 Preliminary Joint Qualification R1 ) ນັດທໍາອິດທີ່ປະເທດເນປານ ໃນວັນທີ 12 ຕຸລາ 2023.

ເຊິ່ງນັກເຕະທີ່ໜ້າສົນໃຈທີ່ຖືກຕັດຊື່ອອກກໍມີ ໂຣມັນ ອານຸສອນ ອັນໂກ ນັກເຕະເຊື້ອສາຍລາວ-ຝຣັ່ງ ແມ່ນຕິດພາລະກິດໃນການສຶກສາ ແລະ ມິດສະດາ ສາຍໃຕ້ຟ້າ ກອງຫຼັງປະສົບການສູງຈາກລີກໃນປະເທດໄທ ເຄາະຮ້າຍໄດ້ຮັບບາດເຈັບຈິ່ງບໍ່ສາມາດມາຮ່ວມທີມຊາດລາວ ຊຸດນີ້ໄດ້.

ສຳລັບລາຍຊື່ 23 ຄົນໄດ້ເດີນທາງໄປປະເທດ ເນປານ ໃນມື້ນີ້ວັນທີ 9 ຕຸລາ 2023 ມີລາຍຊື່ດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ
2. ອານຸລັກ ວິລະຜົນ ຈາກ ສະໂມສອນ ມາສເຕີ້ ເຊເວັ້ນ
3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ນ້ຳທາ

+ ກອງຫຼັງ
4. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນ ເອສະຣາ
6. ອາພີໄຊ ທານະຂັນຕີ ຈາກ ສະໂມສອນ ເອສະຣາ
7. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ
8. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ຫລວງພະບາງ
9. ທິບພະຈັນ ອິນທະວົງ ຈາກ ສະໂມສອນ ຊ້າງນ້ອຍ
10.ແສງດາວວີ ຫັນທະວົງ ຈາກ ສະໂມສອນ ຊ້າງນ້ອຍ
11. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ນ້ຳທາ
12. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອນ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )

+ ກອງກາງ
13. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ )
14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ເອສະຣາ
16. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ
17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນ ນ້ຳທາ
18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ຊ້າງນ້ອຍ
19. ພຸດດາວີ ພົມມະສານ ຈາກ ສະໂມສອນ ມາສເຕີ້ ເຊເວັ້ນ

+ ກອງຫນ້າ
20. ບຸນພະຈັນ ບຸນກອງ ຈາກ ສະໂມສອນ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )
21.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
22.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ມາສເຕີ້ ເຊເວັ້ນ
23.ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ

ສໍາລັບ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

ໂດຍ ທີມຊາດລາວ ຖືກຈັບຄູ່ໃຫ້ພົບກັບ ທີມຊາດເນປານ 2 ນັດໃນບ້ານນອກບ້ານ ໂດຍ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວລາ 18:45 ( ເວລາຢູ່ລາວ ) ຢູ່ທີ່ສະຫນາມ Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ 2027 ທີ່ອາຣັບບີ ຊາອຸດິດ.
ຮູບຈາກ:​ ສຕລ