ທີມຊາດ ສ ເກົາຫຼີ ກາຍເປັນຊາດທໍາອິດທີ່ຄວ້າແຊັມບານເຕະຊາຍ ໃນເອຊຽນ ເກມ ໄດ້ 3 ສະໄໝຊ້ອນ

64

ທີມຊາດບານເຕະຊາຍຂອງ ສ ເກົາຫຼີ ສ້າງປະຫວັດເປັນຊາດທຳອິດໃນທະວີບອາຊີ ທີ່ສາມາດຄວ້າຫລຽນຄຳ ຫຼື ຄວ້າແຊັມບານເຕະຊາຍໃນ ເອຊຽນເກມ ໄດ້ 3 ຄັ້ງຕິດຕໍ່ກັນ ຫຼັງຈາກທີ່ແຊງ ເອົາຊະນະ ຍີ່ປຸ່ນ 2-1 ໃນນັດຊີງຊະນະເລີດປະຈໍາງານ ເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈວ່ ສປ ຈີນ ເມື່ອວັນທີ 7 ຕຸລາ 2023.

ສ່ວນຄູ່ຊີງຫຼຽນທອງ ທີມຊາດອຸດສະເບກິດສະຖານ ຊະນະ ຮົງກົງ 4-0 ຄວ້າຫຼຽນຄອງໄປຄອງ ສະຫຼຸບບານເຕະຊາຍ ໃນເອຊຽນ ເກມ ຄັ້ງທີ່ 19: ຫຼຽນຄໍາ ສ ເກົາຫຼີ, ຫຼຽນເງິນ ຍີ່ປຸ່ນ ແລະ ຫຼຽນທອງ ອຸດສະເບກິດສະຖານ

ສໍາລັບ ງານກີລາເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈວ່ ສປ ຈີນ ຈະປິດສາກລົງຢ່າງເປັນທາງການໃນຕອນແລງມື້ນີ້ວັນທີ 8 ຕຸລາ 2023 ປັດຈຸບັນ: ສປ ຈີນ ນໍາຫ່າງໃນຕາຕະລາງສະຫຼຸບຫຼຽນກວາດໄປ 201 ຫຼຽນຄໍາ, 111 ຫຼຽນເງິນ ແລະ 71 ຫຼຽນທອງ, ສ່ວນອັນດັບ 2 ຍີ່ປຸ່ນ ກວາດໄປ 52 ຫຼຽນຄໍາ, 67 ຫຼຽນທອງ ແລະ 69 ຫຼຽນເງິນ
ສ່ວນ ສປປ ລາວ ຍາດໄດ້ 3 ຫຼຽນທອງຈາກກີລາກະຕໍ້ທັງໝົດ ຢູ່ອັນດັບທີ 35 ຂອງຕາຕະລາງສະຫຼຸບຫຼຽນ