ແບນຊິກ ຈະກ້າວຂຶ້ນເປັນປະເທດສົ່ງອອກ ໝາກສາລີ້ ອັນດັບຕົ້ນຂອງເອີຣົບ

28

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ປະເທດແບນຊິກ ແຊງໜ້າອິຕາລີ ແລະ ກາຍເປັນປະເທດທີ່ສົ່ງອອກໝາກສາລີ້ອັນດັບຕົ້ນໆຂອງເອີຣົບ ເນື່ອງຈາກປີນີ້ມີການຜະລິດໝາກສາລີ້ ເປັນອັນດັບຕົ້ນໆໃນເອີຣົບ ເຊິ່ງຊາວກະສິກອນແບນຊິກ ເກັບກ່ຽວໝາກສາລີ້ ໄດ້ 412.000 ໂຕນໃນປີນີ້ ເພີ່ມຂຶ້ນ 19% ຈາກປີຜ່ານມາ.

ພື້ນທີ່ປູກໝາກສາລີ້ຫຼາຍແຫ່ງໃນເອີຣົບຕອນໃຕ້ໃນປີນີ້ ແຫ້ງແລ້ງ ແລະ ຮ້ອນເກີນໄປ ບໍ່ເໝາະສົມກັບການປູກໄມ້ໃຫ້ໝາກບາງປະເພດ; ແຕ່ໃນປະເທດຢູ່ເອີຣົບຕອນເໜືອ ມີສະພາບອາກາດເອື້ອອໍານວຍ ບວກກັບການເກັບກ່ຽວທີ່ດີ ແລະ ລາຄາທີ່ດີຖືເປັນໂຊກທີ່ບໍ່ຄ່ອຍເກີດຂຶ້ນ.

ແຕ່ໃນປີນີ້, ເກີດຂຶ້ນກັບຜູ້ປູກໝາກສາລີ້ໃນປະເທດແບນຊິກ ໂດຍໃນລະດູຮ້ອນທີ່ຫາກໍຜ່ານພົ້ນໄປ ອຸນຫະພູມສະເລ່ຍປະມານ 18 ອົງສາເຊ ເຊິ່ງເຢັນຜິດປົກກະຕິເມື່ອທຽບກັບຊຸມປີຜ່ານມາ ແຕ່ກໍເອື້ອອຳນວຍໃຫ້ແກ່ຕົ້ນໝາກສາລີ້ ທີ່ອອກໝາກຢ່າງຫຼວງຫຼາຍ. ໝາກສາລີ້ ເປັນໝາກໄມ້ທີ່ຊາວເອີຣົບນິຍົມ ແລະ ບໍລິໂພກເປັນຈໍານວນຫຼາຍ ເຊິ່ງກິນທັງໝາກໄມ້ສົດ, ນໍາໄປເຮັດນໍ້າໝາກໄມ້ດື່ມ, ປະສົມເປັນອາຫານປະເພດ ສະລັດລວມ, ເຮັດເຄັກ…

ທ່ານ Ronald Vanbier vliet ກ່າວວ່າ: ນີ້ເປັນປີທີ່ດີສຳລັບໝາກສາລີ້ ທັງໃນດ້ານປະລິມານ ແລະ ຄຸນນະພາບ ເຊິ່ງໃນແຕ່ລະເຮັກຕາຂອງການປູກ ສາມາດເກັບກ່ຽວໄດ້ເຖິງ 40 ໂຕນ.

ແຫຼ່ງຂ່າວລະບຸວ່າ: ລາຄາຂອງໝາກສາລີ້ຂາຍສົ່ງແມ່ນສູງ ເນື່ອງຈາກການຜະລິດໝາກສາລີ້ໃນທົ່ວເອີຣົບ ຫຼຸດລົງ 13% ໃນປີນີ້; ຂະນະທີ່ ຄວາມຕ້ອງການຂອງຕະຫຼາດຍັງຄົງທີ່. ພ້ອມນີ້, ຜົນຜະລິດໂດຍລວມທີ່ຫຼຸດລົງທົ່ວເອີຣົບນັ້ນ ເປັນປະໂຫຍດຕໍ່ປະເທດທາງຕອນເໜືອທີ່ເກັບກ່ຽວໄດ້ດີ.

ຂະນະທີ່ ປີນີ້ ອິຕາລີ ມີລະດູແລ້ງທີ່ຮ້ອນແຮງ, ມີທັງເກີດມີບັນຫາສັດຕູພືດ ແລະ ໄພນໍ້າຖ້ວມ ເຮັດໃຫ້ຜົນຜະລິດຫຼຸດລົງເຖິງ 3/4; ຝຣັ່ງ ໄດ້ຮັບຜົນກະທົບຈາກໄພແລ້ງໜ້ອຍ ແຕ່ກໍຍັງສູນເສຍຜົນຜະລິດເຖິງ 1/3 ອີກດ້ວຍ.