ການປະມົງຂອງມຽນມາ ເຈາະຕະຫຼາດໄດ້ເຖິງ 40 ກວ່າປະເທດ

23

ເວັບໄຊ gnlm.com.mm ຂອງມຽນມາ ລາຍງານວ່າ: ການສົ່ງອອກສິນຄ້າການປະມົງຂອງມຽນມາ ມີຈຸດໝາຍປາຍທາງຫຼາຍກວ່າ 40 ປະເທດ ມີມູນຄ່າ 270 ລ້ານໂດລາ ໃນໄລຍະເດືອນເມສາ – ກັນຍາ ຂອງປີງົບປະມານ 2023 – 2024 ນີ້.

ສິນຄ້າການປະມົງຂອງມຽນມາ ໄຫຼເຂົ້າສູ່ຕະຫຼາດຂອງຍີ່ປຸ່ນ, ບັນດາປະເທດໃນຕາເວັນອອກກາງ, ສະຫະພາບເອີຣົບ, ມາເລເຊຍ, ຈີນໄຕ້ຫວັນ ແລະ ອົດສະຕຣາລີ ຢ່າງຕໍ່ເນື່ອງ. ຂະນະທີ່ ສະມາຄົມການປະມົງ ແລະ ກົມການປະມົງຂອງມຽນມາ ກຳລັງຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນການສົ່ງອອກສິນຄ້າການປະມົງ.

ທ່ານ ອູ໋ ນຸ່ນ ວິນ ( U Nyunt Win ) ຫົວໜ້າກົມການປະມົງ ກ່າວວ່າ: ສິນຄ້າການປະມົງຂອງມຽນມາ ເຈາະໃນຕ່າງປະເທດຫຼາຍກວ່າ 40 ປະເທດ ໃນໄລຍະເຄິ່ງທໍາອິດຂອງປີງົບປະມານ 2023 – 2024 ມີມູນຄ່າ 270 ລ້ານໂດລາ ຈາກການສົ່ງອອກ 175.000 ໂຕນ ທີ່ສົ່ງໄປຍັງຊ່ອງທາງການຄ້າທາງທະເລ ແລະ ຊາຍແດນ.

ມຽນມາ ຢຶດຫຼັກປະຕິບັດດ້ານການຜະລິດທີ່ດີຢ່າງເຂັ້ມງວດ ເພື່ອໃຫ້ການປະມົງປາສະຈາກເຊື້ອພະຍາດທາງນໍ້າ ຕາມກົດ ແລະ ມາດຕະຖານຂອງປະເທດຜູ້ນໍາເຂົ້າທີ່ກ່ຽວຂ້ອງ ໂດຍປົກກະຕິ, ມຽນມາ ຈະສົ່ງສິນຄ້າການປະມົງ ໄປຍັງປະເທດຄູ່ຄ້າລະຫວ່າງປະເທດ ລວມທັງຍີ່ປຸ່ນ ແລະ ປະເທດໃນເອີຣົບທາງທະເລ. ຂະນະດຽວກັນ, ມຽນມາ ກໍສົ່ງອອກສິນຄ້າການປະມົງ ເຊັ່ນ: ປາ, ກຸ້ງ ແລະ ປູ ໄປຍັງປະເທດເພື່ອນບ້ານຄື ຈີນ, ໄທ ແລະ ປະເທດອື່ນໆ ຜ່ານທາງດ່ານຊາຍແດນ.

ກົມການປະມົງ ແລະ ຜູ້ສົ່ງອອກ ໄດ້ເຮັດວຽກຮ່ວມກັນ ເພື່ອຕອບສະໜອງຄວາມຕ້ອງການຂອງປະເທດຜູ້ນໍາເຂົ້າແຕ່ລະປະເທດ ໂດຍສະເພາະຈີນ ເຊິ່ງກຳກັບດູແລການນໍາເຂົ້າອາຫານທະເລຢ່າງເຂັ້ມງວດ ແລະ ມີການສົ່ງອອກທີ່ຍືນຍົງຂຶ້ນ ຢູ່ກັບສະພາວະຂອງຕະຫຼາດ.