ການວາງແຜນທາງການເງິນ ສຳຄັນແນວໃດຕໍ່ການກະສຽນ

36

ໃນອາທິດຜ່ານມາ ເຮົາໄດ້ສະເໜີບົດຄວາມທີ່ວ່າ ຖ້າຕ້ອງການກະສຽນໄວຕ້ອງເຮັດແນວໃດ ເຊິ່ງການກະສຽນແມ່ນສິ່ງທີ່ຫຼາຍຄົນປາດຖະໜາ ແລະ ຢາກເຮັດໃຫ້ເກີດຂຶ້ນໄວທີ່ສຸດ ໂດຍທີ່ຄຳຕອບງ່າຍໆກໍຄື ການວາງແຜນ ແລະ ລົງມືປະຕິບັດໃຫ້ໄວທີ່ສຸດ. ດັ່ງນັ້ນ, ເພື່ອຄວາມບໍ່ປະໝາດ ເພາະອະນາຄົດເປັນສິ່ງທີ່ບໍ່ມີໃຜອາດຄາດເດົາໄດ້ ເຮົາຄວນຈະເລີ່ມການວາງແຜນໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ໃນຕອນທີ່ເຮົາຍັງມີຄວາມສາມາດ, ມີເຫື່ອແຮງ ແລະ ມີສຸຂະພາບທີ່ດີ.
ການທີ່ເຮົາຈະວາງແຜນກະສຽນໄດ້ນັ້ນ ເຮົາຕ້ອງຮູ້ຈັກວາງແຜນທາງດ້ານການເງິນໃຫ້ດີ ເພື່ອທີ່ຈະເຮັດໃຫ້ເຮົາສາມາດກະສຽນໄດ້ໄວ ແລ້ວເປັນຫຍັງຈຶ່ງຕ້ອງວາງແຜນທາງການເງິນ ເພື່ອໃຫ້ເຂົ້າເພີ່ມຂຶ້ນ. ສະນັ້ນ, ໃນອາທິດນີ້ເຮົາຈະກ່າວເຖິງຄວາມສຳຄັນຂອງການວາງແຜນທາງການເງິນ ເພື່ອການກະສຽນ ເຊິ່ງການທີ່ເຮົາຈຳເປັນຕ້ອງມີການວາງແຜນທາງການເງິນ ກໍເນື່ອງຈາກວ່າ:

ໃນປັດຈຸບັນຄົນເຮົາອາຍຸຍືນຂຶ້ນ: ຄົນເຮົາມີອາຍຸຍືນສະເລ່ຍທີ່ຍາວຂຶ້ນຈາກໃນອະດີດ ທັງນີ້ເປັນຜົນມາຈາກ ຄວາມຈະເລີນກ້າວໜ້າທາງການແພດທີ່ສູງຂຶ້ນ ແລະ ຄົນເຮົາກໍຫັນມາເບິ່ງແຍງສຸຂະພາບກັນຫຼາຍຂຶ້ນອີກດ້ວຍ ຈຶ່ງເຮັດໃຫ້ອາຍຸຫຼັງການກະສຽນຍາວນານຂຶ້ນໃນຂະນະທີ່ໄລຍະເວລາໃນການເຮັດວຽກເພື່ອຫາເງິນນັ້ນຍັງເທົ່າເກົ່າ. ດັ່ງນັ້ນ, ການທີ່ຈະເຮັດໃຫ້ເຮົາສາມາດດຳລົງຊີວິດພາຍຫຼັງການກະສຽນຢ່າງມີຄວາມສຸກນັ້ນ ຈໍາເປັນຕ້ອງມີການວາງແຜນທີ່ດີ ເພື່ອໃຫ້ມີເງິນພຽງພໍສໍາລັບການດຳລົງຊີວິດ ແລະ ເພື່ອຄ່າໃຊ້ຈ່າຍໃນດ້ານສຸຂະພາບທີ່ອາດຈະຫຼາຍຂຶ້ນນໍາ.

ໂຄງສ້າງຂອງສັງຄົມທີ່ປ່ຽນໄປ: ເມື່ອສະໄໝກ່ອນ, ຄົນລາວແມ່ນດຳລົງຊີວິດນຳກັນແບບຄອບຄົວໃຫຍ່ ເມື່ອການເວລາປ່ຽນໄປ, ໂຄງສ້າງການດຳລົງຊີວິດໃນຄອບຄົວກໍປ່ຽນໄປນຳ ເພາະປັດຈຸບັນຕ່າງຄົນກໍແຍກຍ້າຍໄປຕັ້ງຄອບຄົວຂອງຕົນເອງຫຼາຍຂຶ້ນ. ສະນັ້ນ, ການຄາດຫວັງຢາກເພິ່ງລູກຫຼານໃຫ້ມາເບິ່ງແຍງໃນຊີວິດຫຼັງກະສຽນແມ່ນເປັນໄປໄດ້ໜ້ອຍລົງ ເຊິ່ງເຮົາຄວນເປັນທີ່ເພິ່ງຂອງຕົນ ແລະ ຈົ່ງກຽມຕົວວາງແຜນທາງການເງິນໄວ້ແຕ່ດຽວນີ້.
ຮູບແບບການລົງທຶນມີ ຄວາມຊັບຊ້ອນຫຼາຍຂຶ້ນສະໄໝກ່ອນ: ການຝາກເງິນໃນທະນາຄານໃຫ້ຜົນຕອບແທນທີ່ໜ້າເພິ່ງພໍໃຈ ແລະ ມີຄວາມໝັ້ນຄົງສູງ, ແຕ່ປັດຈຸບັນນີ້ ດອກເບ້ຍເງິນຝາກແມ່ນມີທ່າອ່ຽງຫຼຸດໜ້ອຍລົງ ໃນຂະນະທີ່ຊ່ອງທາງການລົງທຶນໃໝ່ໆມີໃຫ້ເລືອກຫຼາກຫຼາຍຍິ່ງຂຶ້ນ ແຕ່ກໍມີຮູບແບບ ແລະ ຄວາມສ່ຽງທີ່ແຕກຕ່າງກັນໄປ, ການສຶກສາຄວາມເຂົ້າໃຈ ແລະ ຮູ້ຈັກວາງແຜນການລົງທຶນໃຫ້ຖືກຕ້ອງເໝາະສົມກັບແຕ່ລະບຸກຄົນ ຈະເຮັດໃຫ້ບັນລຸເປົ້າໝາຍໄດ້ດີຍິ່ງຂຶ້ນ.

ດັ່ງນັ້ນ, ການທີ່ເຮົາວາງແຜນທາງການເງິນແມ່ນຈະຊ່ວຍເຮັດໃຫ້ເຮົາສາມາດກະສຽນອາຍຸໄດ້ໄວຂຶ້ນ ຫາກມີການວາງແຜນທີ່ດີ ແລະ ເລີ່ມຕົ້ນໄວ ຍ່ອມບັນລຸເປົ້າໝາຍໄດ້ໄວຂຶ້ນກວ່າເກົ່າ ບໍ່ວ່າຈະເປັນເງິນສະສົມທີ່ເກັບໄດ້ຫຼາຍຂຶ້ນ ດອກເບ້ຍທົບຕົ້ນທີ່ສູງຂຶ້ນ ຫຼື ຄວາມສາມາດຫາປະໂຫຍດຈາກໂອກາດດີໆທີ່ບັງເອີນຜ່ານເຂົ້າມາ ເພາະເຮົາມີເງິນສະສົມ ກໍຄືເງິນກ້ອນທີ່ເຮົາເກັບໄວ້ ເຊັ່ນ: ຊື້ທີ່ດິນທຳເລດີຈາກຄົນທີ່ຕ້ອງການເງິນດ່ວນ ຫຼື ຊື້ຮຸ້ນທີ່ມີປັດໄຈພື້ນຖານດີ.
ສິ່ງດັ່ງກ່າວຈະຊ່ວຍຮອງຮັບຄວາມສ່ຽງຂອງຊີວິດໄດ້ຫຼາຍຂຶ້ນ ຊີວິດທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ, ເຮົາອາດຈະໂຊກຮ້າຍ, ເຈັບປ່ວຍ ຫຼື ເກີດອຸບັດເຫດຂຶ້ນໄດ້. ແຕ່ຖ້າເຮົາມີການວາງແຜນການປະກັນໄພໄວ້ເພື່ອເປັນການໂອນຄວາມສ່ຽງ ຍ່ອມສາມາດບັນເທົາພາລະຕ່າງໆລົງມາໄດ້. ດັ່ງນັ້ນ, ການມີເງິນເກັບສຳຮອງໄວ້ ຍ່ອມຫຼີກລ່ຽງຄວາມຫຍຸ້ງຍາກທີ່ອາດຈະເກີດຂຶ້ນໃນອະນາຄົດໄດ້.
[ ໂດຍ: ຕລຊລ ]