ຣັດເຊຍ ເລີ່ມກຳນົດພາສີສົ່ງອອກແບບຍືດຍຸ່ນກັບອັດຕາແລກປ່ຽນຣຸບ ແລະ ໂດລາ

39

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ຕັ້ງແຕ່ວັນທີ 1 ຕຸລາ 2023, ຣັດເຊຍ ເລີ່ມໃຊ້ພາສີສົ່ງອອກແບບຍືດຍຸ່ນທີ່ເຊື່ອມໂຍງກັບອັດຕາແລກປ່ຽນຣູເບີ ( ຣຸບ ) ແລະ ໂດລາສະຫະຣັດເຊຍ ເຊິ່ງພາສີນີ້ໃຊ້ກັບສິນຄ້າຫຼາຍປະເພດ ຕັ້ງແຕ່ໂລຫະ, ປຸ໋ຍ ໄປຈົນເຖິງອາຫານ.

ກ່ອນໜ້ານີ້, ເວັບໄຊສຳນັກຂ່າວ vedomosti.ru ກໍໄດ້ລາຍງານວ່າ: ລັດຖະບານຣັດເຊຍ ໄດ້ກຳນົດມາດຕະການນີ້ເປັນມາດຕະການຊົ່ວຄາວ ແລະ ເນັ້ນໃສ່ການປົກປ້ອງຕະຫຼາດພາຍໃນ ເພື່ອຮັກສາອັດຕາສ່ວນທີ່ສົມດຸນລະຫວ່າງການສົ່ງອອກສິນຄ້າ ແລະ ການບໍລິໂພກພາຍໃນປະເທດ ພ້ອມນີ້ກໍຈະຊ່ວຍປົກປ້ອງຕະຫຼາດພາຍໃນປະເທດ ຈາກການເພີ່ມຂຶ້ນຂອງລາຄາສິນຄ້າທີ່ບໍ່ຍຸຕິທໍາ ເຊິ່ງມາດຕະການນີ້ເລີ່ມແຕ່ 1 ຕຸລານີ້ ຈົນເຖິງທ້າຍປີ 2024.

ລາຍງານລະບຸວ່າ: ຕາມຂໍ້ບັງຄັບຂອງມາດຕະການດ້ານພາສີນີ້, ຫາກ ຣູເບີແຂງຄ່າກວ່າ 80 ຣູເບີ ຕໍ່ 1 ໂດລາ ອັດຕາພາສີຈະເປັນ 0, ຫາກຣູເບີອ່ອນຄ່າລົງຕໍ່າກວ່າ 95 ຣູເບີ ຕໍ່ 1 ໂດລາ ອັດຕາພາສີຈະຢູ່ທີ່ 4 – 7% ຂອງມູນຄ່າສິນຄ້າສົ່ງອອກ. ສະເພາະຜະລິດຕະພັນປຸ໋ຍ, ອັດຕາພາສີທີ່ບັງຄັບໃຊ້ ອາດສູງເຖິງ 10%.

ນອກນີ້, ກໍຍັງໃຫ້ຮູ້ວ່າ: ລາຍຮັບງົບປະມານຂອງຣັດເຊຍ ອາດເພີ່ມຂຶ້ນ 6 ແສນລ້ານຣູເບີ ຫຼື ເທົ່າກັບ 6,3 ຕື້ໂດລາຕໍ່ປີ ຈາກພາສີປຸ໋ຍ, ໂລຫະບາງຊະນິດ ແລະ ສິນຄ້າອື່ນໆ.

ຕັ້ງແຕ່ຕົ້ນປີ 2023, ຄ່າເງິນໂດລາ ແລະ ເອີໂຣ ເພີ່ມຂຶ້ນເກືອບ 40% ເຊິ່ງເມື່ອວັນທີ 21 ກັນຍາຜ່ານມາ ມີການຊື້ – ຂາຍເງິນໂດລາໃນຕະຫຼາດຫຼັກຊັບມົດສະກູ ທີ່ອັດຕາ 95,97 ຣູເບີ ( -0,24 ໂກເຊກ “ ໂກເປກ ເງິນຣູເບິລ ຄ້າຍຄື ເຊັນ ເງິນໂດລາ ”), ເອີໂຣ ທີ່ອັດຕາ 101,85 ໂກເຊກ ( -1,18 ກູເຊກ ). ຕາມການລາຍງານຂອງກະຊວງເສດຖະກິດຣັດເຊຍ, ໃນປີ 2023 ອັດຕາແລກປ່ຽນສະເລ່ຍຕໍ່ປີ ເຊິ່ງຄາດວ່າຈະຢູ່ທີ່ 85,2 ຣູເບີ ຕໍ່ 1 ໂດລາ ໃນປີ 2024.