RCEP ສົ່ງຜົນໃນແງ່ບວກຕໍ່ເສດຖະກິດຂອງ ກຳປູເຈຍ

56

ເວັບໄຊສຳນັກຂ່າວ khmertimeskh.com ລາຍງານວ່າ: ທ່ານ Aaditya Mattoo ຫົວໜ້ານັກເສດຖະສາດປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກ ກ່າວວ່າ: ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ ( RCEP ) ທີ່ມີຜົນບັງຄັບໃຊ້ມາແຕ່ປີ 2022 ໄດ້ມີບົດບາດສຳຄັນໃນການກະຈາຍຄວາມຫຼາກຫຼາຍທາງເສດຖະກິດຂອງ ກຳປູເຈຍ ລວມເຖິງການສົ່ງເສີມການສົ່ງອອກ.

ຂໍ້ຕົກລົງ RCEP ແລະ ກົດໝາຍການລົງທຶນສະບັບປັບປຸງໃໝ່ຂອງກຳປູເຈຍ ໄດ້ສ້າງໂອກາດການເຂົ້າເຖິງຕະຫຼາດຫຼາຍຂຶ້ນ ແລະ ສ້າງກະແສການຄ້າ, ການລົງທຶນໃໝ່ໆໃຫ້ກັບປະເທດ ເຊິ່ງການພັດທະນານີ້ມີຄວາມສຳຄັນຢ່າງຍິ່ງຕໍ່ ກຳປູເຈຍ ເນື່ອງຈາກເພິ່ງພາການສົ່ງອອກອຸດສາຫະກຳເຄື່ອງນຸ່ງຫົ່ມ ເປັນສ່ວນ ໃຫຍ່. ທ່ານ Aaditya Mattoo ຍັງໄດ້ຢໍ້າເຖິງຄວາມຈໍາເປັນສຳລັບກຳປູເຈຍ ໃນການປັບປຸງແຮງງານທີ່ມີທັກສະ ແລະ ການເຊື່ອມໂຍງ ເພື່ອຮັກສາເສດຖະກິດ ແລະ ການສົ່ງອອກໃນໄລຍະຍາວ.

RCEP ເປັນຂໍ້ຕົກລົງການຄ້າເສລີລະຫວ່າງ 15 ປະເທດໃນອາຊີປາຊີຟິກ ລວມເຖິງ 10 ປະເທດອາຊຽນ ແລະ ຄູ່ຄ້າ 5 ປະເທດ ຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕຣາລີ ແລະ ນິວຊີແລນ ເຊິ່ງໄດ້ເພີ່ມໂອກາດໃຫ້ກັບກຳປູເຈຍ.

ຂະນະທີ່, ທ່ານ Penn Sovicheat ລັດຖະມົນຕີກະຊວງການຄ້າຂອງກຳປູເຈຍ ກ່າວວ່າ: RCEP ເປັນເຄື່ອງມືສຳຄັນໃນການຂັບເຄື່ອນການເຕີບໂຕການສົ່ງອອກຂອງກຳປູເຈຍ ແລະ ດຶງດູດການຫຼັ່ງໄຫຼຂອງການລົງທຶນຕ່າງປະເທດເຂົ້າມາຫຼາຍຂຶ້ນ; ໃນນີ້, ສະເພາະໄລຍະເດືອນ 1 – 7 ປີນີ້ ການສົ່ງອອກທັງໝົດຂອງກຳປູເຈຍ ໄປຍັງປະເທດສະມາຊິກ RCEP ມີມູນຄ່າ 4,59 ຕື້ໂດລາ ເພີ່ມຂຶ້ນ 21% ເມື່ອທຽບເປັນລາຍປີ.

ທ່ານ Penn Sovicheat ເນັ້ນຢ້ຳວ່າ: ຜົນປະໂຫຍດໄລຍະຍາວຂອງ RCEP ພ້ອມດ້ວຍເຂດການຄ້າເສລີທະວິພາຄີອື່ນໆຈະຊ່ວຍໃຫ້ ກຳປູເຈຍ ຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2027, ບັນລຸເປົ້າໝາຍໃນການມີລາຍໄດ້ປານກາງ ພາຍໃນປີ 2030 ແລະ ເປັນປະເທດມີລາຍໄດ້ສູງພາຍໃນປີ 2050.

ນອກນີ້, ອີງຕາມຂໍ້ມູນຂອງທະນາຄານໂລກ ໃຫ້ຮູ້ວ່າ: RCEP ຍັງເປັນຂໍ້ຕົກລົງທີ່ສຳຄັນ ກວມເອົາປະຊາກອນ 2,3 ຕື້ຄົນ ໂດຍມີລວມຍອດຜະລິດຕະພັນພາຍໃນຂອງໂລກ ລວມກັນຢູ່ທີ່ 25,8 ລ້ານໆໂດລາ, ການຄ້າ ແລະ ການບໍລິການ 12,7 ລ້ານໆໂດລາ ແລະ ຄິດເປັນ 31% ຂອງການລົງທຶນຕ່າງປະເທດໃນທົ່ວໂລກ.