ກະຕໍ້ທີມຍິງ ປະເພດ 4 ຄົນຂອງທີມຊາດລາວ ຍາດໄດ້ອີກ 1 ຫຼຽນທອງແດງໃນເອຊຽນ ເກມ ຄັ້ງທີ 19

49

ກະຕໍ້ ທີມຍິງປະເພດ 4 ຄົນ ມາໄດ້ດີທີ່ສຸດຄືຮອບ 4 ທີມສຸດທ້າຍ ຫຼັງຈາກທີ່ເສຍໃຫ້ກັບ ອິນໂດເນເຊຍ 0-2 ເຊັດ ໃນການແຂ່ງຂັນກີລາກະຕໍ້ທີມຍິງ ປະເພດ 4 ຄົນ ເມື່ອຕອນແລງຂອງວັນທີ 3 ຕຸລາ 2023 ທີ່ເມືອງຫາງໂຈ ສປ ຈີນ ເຮັດໃຫ້ໄດ້ຫຼຽນທອງໄປຄອງ ແລະ ເປັນຫຼຽນທອງທີ 3 ໃຫ້ກັບທັບນັກກີລາລາວ ໃນເອຊຽນ ເກມ ຄັ້ງນີ້.

ກະຕໍ້ທີມຍິງ ທີມຊາດລາວ ປະເພດທີມ 4 ສ້າງຜົນງານຢ່າງໂດດເດັ່ນໃນຮອບແບ່ງກຸ່ມໆ B ນັດທີ 1 ຊະນະ ອິນເດຍ 2-0 ເຊັດ 21-14 ແລະ 21-16; ນັດທີ 2 ຊະນະ ຟີລິບປິນ 2-0 ເຊັດ 22-20 ແລະ 21-13; ນັດທີ 3 ຊະນະ ສປ ຈີນ ເຈົ້າພາບ 2-0 ເຊັດ 21-15 ແລະ 21-15 ເຮັດໃຫ້ຜ່ານເຂົ້າຮອບ 4 ທີມສຸດທ້າຍໄປພົບກັບ ອິນໂດເນເຊຍ ທີມອັນດັບ 2 ຂອງກຸ່ມ A.

ຮອບ 4 ທີມສຸດທ້າຍປາກົດວ່າ: ທີມຊາດລາວ ຂຶ້ນນໍາ 5-1 ໃນເຊັດທໍາອິດ ກ່ອນຈະຖືກ ອິນໂດເນເຊຍ ແຊງເອົາຊະນະ 21-13 ແລະ ເຊັດທີ 2 ອິນໂດເນເຊຍ ຍັງຄຸມເກມໄດ້ເອົາຊະນະໄປຂາດລອຍ 21-7 ເຮັດໃຫ້ ອິນໂດເນເຊຍ ຜ່ານເຂົ້າຮອບຊີງຊະນະເລີດຈະແຂ່ງມື້ອື່ນວັນທີ 4 ຕຸລາ 2023, ສ່ວນ ທີມກະຕໍ້ຍິງລາວ ປະເພດ 4 ຄົນ ຄວ້າຫຼຽນທອງ ເຊິ່ງເປັນຫຼຽນທອງທີ 3 ຂອງທັບນັກກີລາລາວ ໃນເອຊຽນ ເກມ ຄັ້ງນີ້ ຕໍ່ຈາກ 2 ຫຼຽນທອງຈາກກີລາກະຕໍ້ໄດ້ແກ່ ປະເພດທີມຊຸດຊາຍ ແລະ ທີມຊຸດຍິງ.
ຂ່າວ: Larh Creators; ຮູບຈາກ: ສະຫະພັນກະຕໍ້ ແຫ່ງຊາດລາວ