ພຸດສະຫວັນ ກໍາມະການຍິງລາວ ໄດ້ຮັບໂອກາດລົງຕັດສິນຮອບ 4 ທີມບານເຕະຍິງ ເອຊຽນ ເກມ

25

ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ FIFA Elite ໄດ້ຮັບຄວາມໄວ້ວາງໃຈຈາກ ສະຫະພັນບານເຕະອາຊີ ( AFC ) ໃຫ້ເຂົ້າຮ່ວມຕັດສິນກີລາບານເຕະຍິງ ໃນງານມະຫະກຳກີລາເອຊຽນເກມ ຄັ້ງທີ19 ທີ່ ເມືອງຮາງໂຈ່ວ ສປ ຈີນ ລະຫວ່າງວັນທີ 19 ກັນຍາ -7 ຕຸລາ 2023.

ຫຼ້າສຸດ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ FIFA Elite ຈາກ ສປປລາວ ໄດ້ຖືກຄັດເລືອກໃຫ້ຮ່ວມລົງຕັດສິນ ການແຂ່ງຂັນກີລາບານເຕະຍິງ ງານມະຫະກໍາກີລາເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈວ່ ສປ ຈີນ ຮອບຮອງຊະນະເລີດ ລະຫວ່າງ ອຸດສະເບກິດສະຖານ ພົບ ສປປ ເກົາຫຼີ ເຊິ່ງການແຂ່ງຂັນຈະມີຂຶ້ນໃນວັນທີ 3 ຕຸລາ 2023 ທີ່ສະໜາມ Shangcheng Sports Centre Stadium ໃນເມືອງຫາງໂຈ ສປ ຈີນ ( ໄດ້ຜົນຈະລາຍງານໃຫ້ຊາບຕື່ມ ).

ການແຂ່ງຂັນບານເຕະຍິງ ໃນເອຊຽນ ທີ່ ສປ ຈີນ ຮອບ 4 ທີມແມ່ນແຂ່ງຂັນວັນທີ 3 ຕຸລາ 2023 ສປ ຈີນ ເຈົ້າພາບ ພົບ ຍີ່ປຸ່ນ ແລະ ອຸດສະເບກິດສະຖານ ພົບ ສປປ ເກົາຫຼີ, ສ່ວນ ບານເຕະຊາຍ ຮອບ 4 ທີມຈະໄປແຂ່ງຂັນໃນວັນທີ 4 ຕຸລາ 2023 ສ ເກົາຫຼີ ພົບ ອຸດສະເບກິດສະຖານ ແລະ ອີກຄູ່ໜຶ່ງ ຮົງກົງ ພົບ ຍີ່ປຸ່ນ.

ສໍາລັບ ນາງ ພຸດສະຫວັນ ເປັນ ກໍາມະການຈາກ ສປປ ລາວ ທີ່ມີຜົນງານໂດດເດັ່ນ ເລີ່ມລົງເຮັດໜ້າທີ່ໃນບານເຕະລາວ ນັບຕັ້ງແຕ່ບານເຕະຍິງ ຊີງຂັນສະຫະພັນບານເຕະແຫ່ງຊາດລາວ, ບານເຕະລາວລີກ 2, ກີລາຟຸດຊໍ ແລະ ກ້າວສູ່ການລົງເຮັດໜ້າທີ່ໃນລີກສູງສຸດຂອງ ສປປ ລາວ ເຊິ່ງເປັນຄັ້ງທໍາອິດໃນລີກສູງສຸດຂອງ ສປປ ລາວ ທີ່ໃຊ້ຜູ້ຊ່ວຍກໍາມະການຍິງເຂົ້າຮ່ວມຕັດສິນ ໃນລີກສູງສຸດຂອງ ສປປ ລາວ ຫຼື ເປບຊີ ລາວລີກ 1 ໃນປີ ກ່ອນຈະກ້າວຂຶ້ນໄປຮ່ວມໄປຕັດສິນໃນລາຍການລະດັບອາຊຽນ ແລະ ອາຊີ ຫຼາຍລາຍການທີ່ຜ່ານມາ.
ຂ່າວ: Larh Creators; ຮູບຈາກ: ສຕລ