ສົມແລ້ວນັກກ໊ອຟມື 1 ປະເທດລາວ! ທໍາມະສັກ ສ້າງປະຫວັດສາດເຂົ້າຮອບສຸດທ້າຍ ໃນເອຊຽນເກມ

79

ທຳມະສັກ ບົວຫອມ ນັກກິລາກ໊ອຟ ທີມຊາດລາວ ສ້າງປະຫວັດສາດ ເຂົ້າສູ່ຮອບຊິງຊະນະເລີດ ຫຼັງຜ່ານຮອບຄັດເລືອກຈາກ 82 ຄົນເຂົ້າຮອບ 40 ຄົນ ໃນການແຂ່ງຂັນກ໊ອຟປະເພດບຸກຄົນ ໃນງານເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ ສປຈີນ

ສໍາລັບ ການແຂ່ງຂັນກ໋ອຟ ກຳນົດ 4 ວັນ 28 ກັນຍາ ຫາ 1 ຕຸລາ 2023 ທີ່ ສະຫນາມ Westlake International Golf Course ຜ່ານການແຂ່ງຂັນ 2 ວັນ ທຳມະສັກ ບົວຫອມ ສາມາດສ້າງຜົນງານສົມລາຄາ ມືວາງອັນດັບ 1 ຂອງລາວ ວັນທີ 29 ກັນຍາ 20 ກັນຍາ ໂດຍມີຄະແນນ -4 ລວມ 2 ວັນເຮັດໄດ້ -3 ຜ່ານການຕັດໂຕຈາກ 82 ຄົນເຫລືອ 40 ຄົນ.

ເຊິ່ງຮອບຊີງຊະນະເລີດຈະມີ 40 ຄົນຮ່ວມລຸ້ນຕໍ່ແຂ່ງຂັນລະຫວ່າງວັນທີ ໃນວັນທີ 30 ກັນຍາ ແລະ ວັນທີ 1 ຕຸລາ 2023
ຂອບໃຈຂໍ້ມູນ-ຮູບຈາກ: Lao su su ລາວ ສູ້ ສູ້