ເອດີບີ ປ່ອຍເງິນກູ້ໃຫ້ກຳປູເຈຍ 140 ລ້ານໂດລາ ເພື່ອພັດທະນາແຮງງານ

40

ເວັບໄຊສຳນັກຂ່າວ phnompenhpost.com ລາຍງານວ່າ: ກຳປູເຈຍ ໄດ້ຮັບເງິນ 140 ລ້ານໂດລາ ຈາກທະນາຄານພັດທະນາອາຊີ ( ເອດີບີ ) ເພື່ອສົ່ງເສີມການພັດທະນາແຮງງານ ເພື່ອປ່ຽນປະເທດ ໃຫ້ເປັນເສດຖະກິດອຸດສາຫະກຳທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ ແລະ ອົງຄວາມຮູ້. ຂະນະດຽວກັນກໍຍົກລະດັບການໃຫ້ບໍລິການສາທາລະນະ ໂດຍໜ່ວຍງານທ້ອງຖິ່ນຜ່ານການເງິນສາທາລະນະ ແລະ ການປະຕິຮູບການກະຈາຍອໍານາດ.

ຂໍ້ຕົກລົງເງິນກູ້ດັ່ງກ່າວ, ລົງນາມ ລະຫວ່າງ ທ່ານ Aun Pornmoniroth ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນຂອງກຳປູເຈຍ ກັບ ທ່ານ ນາງ Jyotsana Varma ຜູ້ອຳນວຍການ ADB ປະຈໍາກຳປູເຈຍ ທີ່ນະຄອນຫຼວງພະນົມເປັນ ເມື່ອວັນທີ 26 ກັນຍາຜ່ານມາ.

ລາຍງານລະບຸວ່າ: ພາຍໃຕ້ໂຄງການທັກສະສຳລັບການພັດທະນາພາກເສດຖະກິດໃນອະນາຄົດ, ການໃຫ້ເງິນກູ້ແກ່ກຳປູເຈຍ ໄດ້ຖືກຈັດສັນ ຄື 100 ລ້ານໂດລາ ເພື່ອຊ່ວຍປ່ຽນແປງປະເທດໃຫ້ເປັນເສດຖະກິດອຸດສາຫະກຳທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ ແລະ ຖານຄວາມຮູ້ ໂດຍໃນນີ້ 20 ລ້ານໂດລາ ແມ່ນກູ້ຕາມນະໂຍບາຍ ແລະ 80 ລ້ານໂດລາ ເປັນໂຄງການລົງທຶນ; ສ່ວນຈໍານວນ 40 ລ້ານໂດລາ ແມ່ນສຳລັບໂຄງການພັດທະນາບໍລິການສາທາລະນະ ແລະ ການຈັດການທາງການເງິນແບບກະຈາຍອໍານາດ ເພື່ອໃຊ້ເປັນເງິນທຶນສະໜັບສະໜູນດ້ານງົບປະມານ ສົ່ງເສີມການປະຕິຮູບການກະຈາຍອໍານາດໃນປະເທດ.

ທ່ານ Aun Pornmoniroth ກ່າວເຖິງການຮ່ວມມືກັບ ເອດີບີ ຜ່ານມາວ່າ: ການຮ່ວມມືດ້ານເງິນທຶນຂອງ ເອດີບີ ມີມູນຄ່າລວມ 4,9 ຕື້ໂດລາ. ໃນນັ້ນ, ເງິນກູ້ແບບນະໂຍບາຍ 4,4 ຕື້ໂດລາ ສຳລັບການດຳເນີນງານ 137 ໂຄງການ ແລະ ເງິນສະໜັບສະໜູນ 568 ລ້ານໂດລາ ສຳລັບການດຳເນີນ 70 ໂຄງການ.