ຖ້າຕ້ອງການກະສຽນໄວ ຕ້ອງເຮັດແນວໃດ

35

ການກະສຽນ ແມ່ນສິ່ງທີ່ຫຼາຍຄົນປາຖະໜາ ແລະ ຢາກເຮັດໃຫ້ເກີດຂຶ້ນໄວທີ່ສຸດ ເຊິ່ງການກະສຽນແມ່ນການຢຸດເຊົາເຮັດວຽກປະຈຳ ຫຼື ເຂົ້າບຳນານເພື່ອໃຫ້ໄດ້ພັກຜ່ອນຈາກການປະຕິບັດວຽກງານມາຫຼາຍປີ ເຊິ່ງຄຳນີ້ໃນສັງຄົມສ່ວນໃຫຍ່ໃຊ້ເພື່ອລະບຸເຖິງຄົນທີ່ມີອາຍຸລະຫວ່າງ 55 – 65 ປີ ແຕ່ວ່າຄຳວ່າກະສຽນບໍ່ໄດ້ໃຊ້ສຳລັບກຸ່ມຄົນອາຍຸນັ້ນສະເໝີໄປ ທຸກໆຄົນສາມາດກະສຽນຕົວເອງໄດ້ຈາກການຢຸດເຊົາເຮັດວຽກປະຈຳດ້ວຍຄວາມສະໝັກໃຈ ເພື່ອມາດຳລົງຊີວິດຕາມຄວາມໃຝ່ຝັນຢ່າງມີຄວາມສຸກ.
ແຕ່ຫຼາຍຄົນອາດຈະເຄີຍຕັ້ງຄໍາຖາມກັບຕົວເອງ ຫຼື ຖາມຄົນອື່ນໆວ່າ ຖ້າຕ້ອງການກະສຽນໄວ ແຕ່ຍັງມີເງິນໃຊ້ຢູ່ຈະເຮັດແນວໃດ ບາງຄົນກໍອາດຈະມີຄໍາຕອບທີ່ແຕກຕ່າງກັນ, ແຕ່ສິ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ກໍຄື “ ການວາງແຜນ ແລະ ລົງມືເຮັດຢ່າງມີວິໄນ ” ເຊິ່ງມັນເປັນຫຼັກການພື້ນຖານງ່າຍໆທີ່ຫຼາຍໆຄົນກໍຮູ້ ເພາະບໍ່ວ່າເຮົາຈະເຮັດຫຍັງກໍຕ້ອງໄດ້ມີການວາງແຜນກະກຽມລ່ວງໜ້າ ແລ້ວລົງມືເຮັດ ຈຶ່ງຈະເຮັດໃຫ້ບັນລຸເປົ້າໝາຍ.

ດັ່ງນັ້ນ, ການທີ່ຈະກະສຽນໄວກໍເຊັ່ນດຽວກັນ, ເຮົາຄວນຈະສຳຫຼວດເບິ່ງຕົນເອງ ແລ້ວເລີ່ມວາງແຜນໄວ້ຕັ້ງແຕ່ຕົ້ນ ເພື່ອໃຫ້ມີເວລາກະກຽມ ຄວາມພ້ອມໃນທຸກໆດ້ານ ໂດຍສະເພາະເລື່ອງເງິນກ່ອນທີ່ມື້ນັ້ນຈະມາເຖິງ. ແຕ່ຢ່າລືມວ່າ ເຖິງຈະວາງແຜນໄດ້ດີເທົ່າໃດ, ຮອບຄອບປານໃດ ແຕ່ຖ້າບໍ່ລົງມືເຮັດຢ່າງຈິງຈັງ ແລະ ມີວິໄນ ແຜນຂອງທ່ານກໍຈະເປັນພຽງແຕ່ແຜນເທົ່ານັ້ນ, ດັ່ງຄຳສອນທີ່ວ່າ ບໍ່ຫວ່ານກ້າກໍຍ່ອມບໍ່ໄດ້ຜົນ.
ການວາງແຜນກະສຽນເປັນຂະບວນການຊອກຫາຈໍານວນເງິນ ແລະ ການບໍລິຫານການເງິນທີ່ຈໍາເປັນຕ້ອງມີ ເພື່ອຮັບປະກັນຄ່າໃຊ້ຈ່າຍຕ່າງໆໃນອະນາຄົດ ໂດຍບໍ່ເປັນພາລະແກ່ບຸກຄົນອື່ນ ໂດຍທົ່ວໄປແລ້ວຈະປະກອບມີຄ່າໃຊ້ຈ່າຍໃນການດຳລົງຊີວິດ ລວມທັງຄ່າໃຊ້ຈ່າຍທາງດ້ານສຸຂະພາບຈາກມື້ນີ້ໄປຈົນຮອດມື້ທີ່ຈະໝົດລົມຫາຍໃຈນັ້ນ. ສະນັ້ນ, ຖ້າຫາກທ່ານເລີ່ມວາງແຜນກະສຽນຕັ້ງແຕ່ມື້ນີ້ ຈະເປັນອີກຕົວຊ່ວຍໜຶ່ງທີ່ຈະນໍາພາທ່ານໄປສູ່ເປົ້າໝາຍຄວາມສຸກໄວກະສຽນ ກໍຄືການມີເງິນພຽງພໍຕໍ່ຄ່າໃຊ້ຈ່າຍຕ່າງໆຢ່າງສະບາຍໃນບັ້ນປາຍຂອງຊີວິດ.

ແຕ່ບັນຫາສຳຄັນກ່ຽວກັບການວາງແຜນກະສຽນທີ່ບໍ່ປະສົບຜົນສໍາເລັດ ທີ່ເກີດຂຶ້ນກັບຫຼາຍໆຄົນແມ່ນມີມາຈາກຫຼາຍສາເຫດ ຄື: ເງິນທີ່ທ້ອນສະສົມໄວ້ນັ້ນໜ້ອຍເກີນໄປ; ຄິດວ່າເລື່ອງການກະສຽນອາຍຸເປັນເລື່ອງທີ່ໄກຕົວ; ປະເມີນອາຍຸສັ້ນເກີນໄປ; ບໍ່ຄຳນຶງເຖິງເລື່ອງສຸຂະພາບໃນເວລາກະສຽນ; ເມື່ອໄດ້ເງິນມາເປັນກ້ອນ ຈະໃຊ້ໝົດຢ່າງໄວວາ; ບໍ່ຄຳນຶງເຖິງປັດໄຈດ້ານອັດຕາເງິນເຟີ້; ຫວັງເພິ່ງພາລູກຫຼານ ຫຼື ສະຫວັດດີການຕ່າງໆ ໂດຍສະເພາະຈາກກອງທຶນປະກັນສັງຄົມ; ຄິດວ່າຊີວິດຫຼັງການກະສຽນນັ້ນໃຊ້ເງິນຈຳນວນບໍ່ຫຼາຍ.
ໃນຄວາມເປັນຈິງແລ້ວ ການວາງແຜນກະສຽນຈຳເປັນຕ້ອງເລີ່ມໃຫ້ໄວທີ່ສຸດ ໝາຍຄວາມວ່າຄວນຈະເລີ່ມຕັ້ງແຕ່ຕອນທີ່ເລີ່ມເຮັດວຽກ ແລະ ມີລາຍໄດ້ ເພາະການທີ່ມີໄລຍະເວລາໃນການເກັບສະສົມເງິນທີ່ຍາວຂຶ້ນ ຈະເຮັດໃຫ້ພາລະໃນການທ້ອນເງິນບໍ່ຫຼາຍຈຶ່ງມີໂອກາດທີ່ແຜນການກະສຽນອາຍຸນັ້ນ ຈະສຳເລັດໄວຂຶ້ນ.
[ ໂດຍ: ຕລຊລ ]