ກະຕໍ້ທີມຊຸດຍິງ ທີມຊາດລາວ ດັບຝັນເຈົ້າພາບ ເຂົ້າຮອບ 4 ທີມມີຫຼຽນທອງຮອງທ້ອງ ໃນເອຊຽນ ເກມ

61

ກະຕໍ້ ທີມຊຸດຍິງ ທີມຊາດລາວ ດັບຝັນເຈົ້າພາບ ສປ ຈີນ ດ້ວຍການແຊງຊະນະ 2-1 ຄູ່ ເມື່ອວັນທີ 26 ກັນຍາ 2023 ທີ່ນະຄອນຫຼວງຫາງໂຈ ສປ ຈີນ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ພົບກັບ ໄທ ໃນງານມະຫາກໍາກີລາ ເອຊຽນເກມ ຄັ້ງທີ 19.

ຫຼັງຈາກນັດທໍາອິດ ກະຕໍ້ທີມຊຸດຍິງ ທີມຊາດລາວ ກັບ ສປ ຈີນ ເສຍໃຫ້ກັບ ສ ເກົາຫຼີ ທັງຄູ່ ຫຼ້າສຸດວັນທີ 26 ກັນຍາ 2023 ທີມຊາດລາວ ລົງສະໜາມຕັດສິນເຂົ້າຮອບກັບເຈົ້າພາບ ສປ ຈີນ ເພື່ອລຸ້ນເຂົ້າຮອບ 4 ທີມສຸດທ້າຍ ໃນຖານະອັນດັບ 2 ຂອງກຸ່ມ B.

ຜ່ານການແຂ່ງຂັນປາກົດວ່າ: ຄູ່ທໍາອິດ ກະຕໍ້ ທີມຊຸດຍິງ ທີມຊາດລາວ ພາດທ່າເສຍໃຫ້ກັບເຈົ້າພາບກ່ອນ 0-2 ເຊັດ 13-21 ແລະ 8-21. ຢ່າງໃດກໍຕາມ 2 ຄູ່ທີ່ເຫຼືອ ທີມຊາດລາວ ສາມາດຊະນະໄດ້ໝົດຄື ຄູ່ທີ 2 ຊະນະໄປ 2-1 ເຊັດ 14-21, 21-14 ແລະ 21-12, ສ່ວນຄູ່ທີ 3 ທີມຊາດລາວ ເອົາຊະນະ 2-0 ເຊັດ 21-10 ແລະ 21-19 ເຮັດໃຫ້ແຊງເອົາຊະນະ ເຈົ້າພາບ ສປ ຈີນ 2-1 ຄູ່ ຜ່ານເຂົ້າຮອບ 4 ທີມສຸດທ້າຍ.

ເຮັດໃຫ້ ຮອບ 4 ທີມສຸດທ້າຍ ກະຕໍ້ທີມຊຸດຍິງລາວ ພົບກັບ ໄທ ເຕັງແຊ້ມ ແລະ ອັນດັບ 1 ຂອງກຸ່ມ A ທີ່ຊະນະ 2 ນັດລວດ ແຂ່ງຂັນໃນວັນທີ 28 ກັນຍານີ້ ເວລາ 8:00 ໂມງ ເປັນຄູ່ທຳອິດ, ສ່ວນ ສ ເກົາຫຼີ ພົບກັບ ອິນໂດເນເຊຍ ແຂ່ງຂັນເປັນຄູ່ທີສອງ ເວລາ 13:00 ໂມງ, ແນ່ນອນວ່າມາຮອດນີ້ ສປປ ລາວ ມີຫຼຽນທອງຮອງທ້ອງແລ້ວ 2 ຫຼຽນ ຫຼັງທີມກະຕໍ້ຊຸດຊາຍ ແລະ ຊຸດຍິງ ສາມາດຜ່ານເຂົ້າມາເຖິງຮອບ 4 ທີມສຸດທ້າຍ ໂດຍທີມຊຸດຊາຍ ລົງແຂ່ງຮອບ 4 ທີມໃນຕອນແລງວັນທີ 27 ກັນຍາ 2023 ( ໄດ້ຜົນການແຂ່ງຂັນຈະລາຍງານໃຫ້ຊາບຕື່ມ ).

ສໍາລັບ ເອຊຽນເກມ ຄັ້ງຫຼ້າສຸດຄັ້ງທີ 18 ປີ 2018 ທີ່ປະເທດອິນໂດເນເຊຍ ສປປ ລາວ ໄດ້ສົ່ງ 19 ປະເພດກີລາສາມາດຍາດໄດ້ 5 ຫຼຽນແບ່ງເປັນ 2 ຫຼຽນເງິນ: ຈາກກີລາ ກະຕໍ້ ແລະ ປັນຈັກສີລັດ, ສ່ວນອີກ 3 ຫຼຽນທອງໄດ້ຈາກ ປັນຈັກສີລັດ 2 ຫຼຽນ ແລະ ກະຕໍ້ 1 ຫຼຽນ. ຈັດຢູ່ອັນດັບທີ 31 ຂອງຕາຕະລາງສະຫຼຸບຫຼຽນຈາກ 45 ປະເທດເຂົ້າຮ່ວມການແຂ່ງຂັນ.
ຂ່າວ: Larh Creators; ຮູບຈາກ: ສະຫະພັນກະຕໍ້ ແຫ່ງຊາດລາວ