ກະຕໍ້ທີມຊຸດຊາຍລາວ ຜ່ານເຂົ້າຮອບ 4 ທີມໃນເອຊຽນ ເກມ ຄັ້ງທີ 19 ມີຫຼຽນທອງຮອງທ້ອງແລ້ວ

54

ກະຕໍ້ທີມຊຸດຊາຍລາວ ສາມາດບຽດເອົາຊະນະ ທີມຊາດຍີ່ປຸ່ນ 2-1 ຄູ່ໃນການແຂ່ງຂັນກີລາກະຕໍ້ປະຈໍາງານ ເອຊຽນ ເກມ ຄັ້ງທີ 19 ທີ່ນະຄອນຫາງໃຈ ສປ ຈີນ ເມື່ອວັນທີ 25 ກັນຍາ 2023 ເຮັດໃຫ້ຜ່ານເຂົ້າຮອບ 4 ທີມສຸດທ້າຍໃນຖານະອັນດັບ 2 ຂອງກຸ່ມ A ຫຼັງຈາກທີ່ນັດສຸດທ້າຍຮອບແບ່ງກຸ່ມ ໄທ ເອົາຊະນະ ຍີ່ປຸ່ນ.

ຜົນງານຂອງ ກະຕໍ້ທີມຊຸດທີມຊາດລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ໄທ 0-3 ຄູ່ ແລະ ຫຼ້າສຸດລົງແຂ່ງເປັນນັດທີສອງໃນກຸ່ມ A ສາມາດເອົາຊະນະ ຍີ່ປຸ່ນ 2-1 ຄູ່ປະກອບດ້ວຍຄູ່ທີ 1 ຊະນະ 2-1 ເຊັດ 21-18, 18-21, 21-18; ຄູ່ທີສອງ ລາວ ຊະນະ 2-0 ເຊັດ 21-17 ກັບ 21-14 ແລະ ຄູ່ທີ 3 ລາວເຮົາເສຍ 1-2 ເຊັດ 7-21, 21-16 ແລະ 6-21.

ສົ່ງຜົນໃຫ້ ທີມກະຕໍ້ທີມຊຸດທີມຊາດລາວ ລົງແຂ່ງສອງນັດ ຊະນະ 1 ແລະ ເສຍ 1 ນັດທຳອິດເສຍຜ່ານເຂົ້າຮອບ 4 ທີມສຸດທ້າຍໃນຖານະອັນດັບ 2 ຂອງກຸ່ມ ຫຼັງຈາກທີ່ ໄທ ຊະນະ ຍີ່ປຸ່ນ ໃນນັດສຸດທ້າຍຂອງຮອບແບ່ງກຸ່ມ ໂດຍ ໄທ ເຂົ້າຮອບໃນຖານະອັນດັບ 1 ຂອງກຸ່ມ ເຊິ່ງທີມກະຕໍ້ທີມຊຸດທີມຊາດລາວ ຈະໄປພົບກັບ ມາເລເຊຍ ໃນຮອບ 4 ທີມສຸດທ້າຍ ຕາມການລາຍງານຂອງນັກກີລາກະຕໍ້ລາວ ຈະແຂ່ງຂັນໃນວັນທີ 27 ກັນຍາ 2023. ນອກນັ້ນ, ທັບກະຕໍ້ລາວ ຍັງມີລາຍການແຂ່ງຂັນອີກຫຼາຍລາຍການ ຮ່ວມສົ່ງກໍາລັງໃນໃຫ້ທັບນັກກີລາລາວ.
ຂ່າວ: Larh Creators; ຮູບຈາກ: ສະຫະພັນກີລາກະຕໍ້ແຫ່ງຊາດລາວ