ອີຢູ ເປີດໃຫ້ບໍລິສັດຮ່ວມກັນຈັດຊື້ແກ໊ສໃນຕະຫຼາດຕ່າງປະເທດ ເປັນຄັ້ງທີ 3

36

ເວັບໄຊ energy.ec.europa.eu ໄດ້ລາຍງານເມື່ອວັນທີ 21 ກັນຍາຜ່ານມາ ກ່ຽວກັບແຜນລະບົບບໍລິຫານຈັດການພະລັງງານຂອງສະຫະພາບເອີຣົບ ( EU ) ເຊິ່ງຄະນະກຳມາທິການເອີຣົບ ( EC ) ເປີດຕົວການລວມຄວາມຕ້ອງການສຳລັບການຊື້ແກ໊ສຮ່ວມກັນ ຮອບທີ 3 ວ່າ: ກຳລັງເປີດໂອກາດເທື່ອທີ 3 ສຳລັບບໍລິສັດໃນເອີຣົບ ໃນການລົງທະບຽນຄວາມຕ້ອງການຊື້ແກ໊ສຜ່ານກົນໄກ AggregateEU ເພື່ອຮ່ວມກັນຈັດຊື້ແກ໊ສໃນຕະຫຼາດຕ່າງປະເທດ.

ລາຍງານລະບຸວ່າ: ຮອບທີ 3 ນີ້, ຕໍ່ຍອດຈາກຜົນສຳເລັດຂອງການປະມູນ 2 ລາຍການກ່ອນໜ້ານີ້, ສ່ວນປະລິມານ ຄວາມຕ້ອງການແກ໊ສຂອງ EU ຮ່ວມກັນແມ່ນຢູ່ທີ່ 27,5 ຕື້ແມັດກ້ອນ. ນອກນີ້, ຍັງມີປະລິມານ 22,9 ຕື້ແມັດກ້ອນ ທີ່ສອດຄ່ອງກັບຂໍ້ສະເໜີຈາກຜູ້ຈັດຫາທີ່ເຊື່ອຖືໄດ້.

ບໍລິສັດໃນເອີຣົບ ມີເວລາແຕ່ນີ້ຈົນເຖິງ 27 ກັນຍາ 2023 ໃນການຕອບສະໜອງຕໍ່ຂໍ້ຮຽກຮ້ອງໃຫ້ມີການຮວບຮວມ ຄວາມຕ້ອງການແກ໊ສ. ຂະນະທີ່ຄວາມຕ້ອງການໂດຍລວມຈະຖືກນໍາສະເໜີຕໍ່ຕະຫຼາດໂລກ ຕັ້ງແຕ່ວັນທີ 3 – 4 ຕຸລາທີ່ຈະມາເຖິງນີ້ ເພື່ອໃຫ້ຜູ້ຈັດຫາລະ ຫວ່າງປະເທດ ສາມາດຍື່ນຂໍ້ສະເໜີໃນການຈັດຫາລູກຄ້າໃນເອີຣົບ. ຜູ້ຊື້ໃນອະນາຄົດ ຈະສາມາດສົ່ງຄວາມຕ້ອງການແກ໊ສທີ່ຈະສົ່ງມອບລະ ຫວ່າງເດືອນທັນວາ 2023 ເຖິງເດືອນມີນາ 2025.

ທ່ານ Maros Sefcovic ຮອງປະທານ EC ກ່າວວ່າ: ປີນີ້ພວກເຮົາກຳລັງເຂົ້າສູ່ລະດູໜາວດ້ວຍທ່າອ່ຽງຄວາມໝັ້ນຄົງໃນການຈັດຫາແກ໊ສຫຼາຍຂຶ້ນ ເຊິ່ງຄັງສຳຮອງແກ໊ສຂອງພວກເຮົາໃກ້ຈະເຕັມແລ້ວ, ການສະໜອງຂອງພວກເຮົາມີຄວາມຫຼາກຫຼາຍຂຶ້ນ ແລະ ພະລັງງານໝູນວຽນ ມີບົດບາດສຳຄັນໃນການປະສົມປະສານພະລັງງານຂອງພວກເຮົາ. ຢ່າງໃດກໍຕາມ, ສະຖານະການແກ໊ສໃນຕະຫຼາດໂລກຍັງບໍ່ແນ່ນອນ, ດັ່ງນັ້ນເຮົາຈຶ່ງຕ້ອງລະມັດລະວັງ ແລະ ຈັດຊື້ແກ໊ສ ຮ່ວມກັນຕໍ່ໄປ.