ເງິນເດືອນແຕ່ລະເດືອນຫາຍໄປໃສ

57

ຫຼາຍຄົນຄົງເຄີຍຕັ້ງຄຳຖາມກັບຕົວເອງ ໂດຍສະເພາະພະນັກງານຫ້ອງການ ທີ່ພາຍຫຼັງເງິນເດືອນອອກບໍ່ພຽງເທົ່າໃດມື້ ກໍຫາຍໄປໃນພິບຕາ, ຄິດແນວໃດກໍຄິດບໍ່ອອກ ໄດ້ພຽງແຕ່ບວກລົບຄູນຫານວ່າເງິນທີ່ຍັງເຫຼືອໃນບັນຊີນັ້ນຈະພຽງພໍຕໍ່ການໃຊ້ຊີວິດຈົນຮອດທ້າຍເດືອນບໍ່.
ເຖິງແມ່ນວ່າທ່ານຈະມີເງິນເດືອນຫຼັກລ້ານຫຼັກສິບລ້ານ ແຕ່ຫາກຂາດການວາງແຜນການເງິນທີ່ດີ ເງິນເດືອນທີ່ຖືກໂອນເຂົ້າບັນຊີທະນາຄານຂອງທ່ານ ກໍຈະເຂົ້າມາພັກແລ້ວກໍຈາກໄປແບບບໍ່ມີວັນກັບມາ ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານຄວນກັບມາຄິດຄືນວ່າເງິນເດືອນແຕ່ລະເດືອນນັ້ນໄປໃສ.

ກ່ອນອື່ນທ່ານຕ້ອງຕິດຕາມວ່າເງິນຂອງທ່ານແຕ່ລະເດືອນຢູ່ໃສກ່ອນ ວິທີດຽວທີ່ຈະເຮັດໄດ້ກໍຄື “ ການຈົດບັນທຶກລາຍຮັບ – ລາຍຈ່າຍ ” ຢ່າງສະໝ່ຳສະເໝີ. ແຕ່ຖ້າຄິດພາບເຖິງການຈົດບັນທຶກ ຫຼາຍຄົນອາດບອກວ່າເປັນສິ່ງທີ່ໜ້າເບື່ອໜ່າຍ, ເປັນສິ່ງທີ່ບໍ່ຈຳເປັນ ແລະ ເປັນການສ້າງ ຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດ. ແຕ່ຫາກທ່ານຄິດວ່າທ່ານເຂົ້າຂັ້ນວິກິດແລ້ວ ແລະ ກໍແມ່ນເວລາທີ່ຕ້ອງຊອກວ່າເງິນຂອງທ່ານໄປຢູ່ໃສ ວິທີຈົດບັນທຶກຄືທາງອອກທີ່ດີທີ່ສຸດ. ພຽງແຕ່ທ່ານມີປຶ້ມບັນທຶກ ແລະ ປາກກາທີ່ມີຂາຍຕາມຮ້ານທົ່ວໄປ ກໍສາມາດເລີ່ມຕິດຕາມການໃຊ້ຈ່າຍເງິນຂອງທ່ານ ດ້ວຍການຈົດລົງປຶ້ມບັນທຶກທຸກຄັ້ງທີ່ໄດ້ຮັບເງິນມາ ແລະ ໄດ້ຈ່າຍເງິນໄປ ບໍ່ວ່າຈະຫຼາຍ ຫຼື ໜ້ອຍກໍຕາມ.
ໂດຍເລີ່ມຈາກການຈົດລາຍໄດ້ທີ່ໄດ້ຮັບໃນແຕ່ລະມື້, ແຕ່ລະທິດ ຫຼື ແຕ່ລະເດືອນ ບໍ່ວ່າຈະເປັນລາຍໄດ້ທີ່ມາຈາກ ເງິນເດືອນ, ເງິນໂບນັດ, ເງິນອຸດໜູນຕ່າງໆ, ເງິນຄ່າເຊົ່າ ແລະ ເງິນທີ່ມາຈາກການລົງທຶນ. ສ່ວນດ້ານລາຍຈ່າຍເຮົາກໍຈົດເຊັ່ນກັນ ເຊິ່ງເຮົາຈະເຫັນໄດ້ວ່າ ສາມາດແບ່ງຄ່າໃຊ້ຈ່າຍອອກເປັນ 3 ສ່ວນ ຄື: ຄ່າໃຊ້ຈ່າຍເພື່ອການອອມ ຫຼື ເພື່ອການລົງທຶນ, ຄ່າໃຊ້ຈ່າຍຄົງທີ່ ແລະ ຄ່າໃຊ້ຈ່າຍປ່ຽນແປງ.

ຄ່າໃຊ້ຈ່າຍເພື່ອການອອມ ຫຼື ເພື່ອການລົງທຶນ: ໝາຍເຖິງ ຄ່າໃຊ້ຈ່າຍສ່ວນທໍາອິດທີ່ຕ້ອງເກັບໄວ້ທຸກເດືອນ ເພື່ອເອົາໄວ້ໃຊ້ຈ່າຍສຳລັບເປົ້າໝາຍທີ່ຕົນຕັ້ງໄວ້ ເຊັ່ນ: ການຊື້ລົດ, ການແຕ່ງດອງ ຫຼື ການທ່ອງທ່ຽວ. ສິ່ງທີ່ສຳຄັນຄືຕ້ອງແຍກບັນຊີອອມອອກຈາກບັນຊີໃຊ້ຈ່າຍສ່ວນຕົວ ເພື່ອບໍ່ໃຫ້ສັບສົນ ແລະ ເພື່ອຫ້າມໃຈບໍ່ໃຫ້ໄປຖອນເງິນນັ້ນມາໃຊ້.
ຄ່າໃຊ້ຈ່າຍຄົງທີ່: ແມ່ນໝາຍເຖິງຄ່າໃຊ້ຈ່າຍທີ່ຕ້ອງຈ່າຍເປັນຈຳນວນເງິນທີ່ແນ່ນອນທຸກເດືອນ ເຊັ່ນ: ຄ່າຜ່ອນລົດ, ຄ່າເຊົ່າເຮືອນ ຫຼື ຫ້ອງແຖວ ແລະ ຄ່າດອກເບ້ຍເງິນກູ້ຕ່າງໆ.
ຄ່າໃຊ້ຈ່າຍປ່ຽນແປງ: ໝາຍເຖິງຄ່າໃຊ້ຈ່າຍທີ່ມີຈຳນວນບໍ່ເທົ່າກັນໃນແຕ່ລະເດືອນ ແລະ ຈະແຕກຕ່າງກັນໄປຕາມຮູບແບບການດຳລົງຊີວິດຂອງແຕ່ລະຄົນ ເຊັ່ນ: ຄ່າອາຫານ, ຄ່ານ້ຳ, ຄ່າໄຟ, ຄ່າໂທລະສັບ ແລະ ຄ່າເສື້ອຜ້າເຫຼົ່ານີ້ເປັນຕົ້ນ.
ຫຼັງຈາກຈົດບັນທຶກ ແລະ ຕິດຕາມທີ່ມາ ແລະ ທີ່ໄປຂອງເງິນຄົບ 4 ອາທິດແລ້ວ ກໍນຳມາບວກລົບຄູນຫານ ທ່ານກໍຈະເຫັນ “ ຮູຮົ່ວ ” ກະເປົາເງິນຂອງທ່ານຢ່າງຊັດເຈນ ວ່າເງິນຂອງທ່ານໝົດໄປກັບສິ່ງໃດແດ່.
ປຶ້ມບັນທຶກຫົວນ້ອຍໆ ຈະກາຍເປັນ “ ປຶ້ມເຕືອນສະ ຕິ ” ທີ່ເຮັດໃຫ້ທ່ານເຫັນອຳນາດຂອງຄ່າໃຊ້ຈ່າຍເລັກໆໜ້ອຍໆຂອງທ່ານ ສາມາດລວມກັນກາຍເປັນເງິນຈຳນວນຫຼາຍໄດ້.
[ ໂດຍ: www.tsi-thailand.org ]