ສປປ ລາວ ສົ່ງ 16 ປະເພດກີລາຮ່ວມ ເອຊຽນເກມ ທີ່ຫາງໂຈ ສປ ຈີນ

70

ສໍາລັບ ສປປ ລາວ ກໍານົດສົ່ງ 16 ປະເພດກີລາ ເຂົ້າຮ່ວມແຂ່ງຂັນງານມະຫາກໍາກີລາ ເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ ສປ ຈີນ ລະຫວ່າງວັນທີ 23 ກັນຍາ – 8 ຕຸລາ 2023 ນໍາໂດຍກີລາກະຕໍ້ ທີ່ເຄີຍຍາດໄດ້ເຖິງຫຼຽນປະຫວັດສາດໃນລາຍການໃຫຍ່ໆແບບນີ້, ສ່ວນກີລາປັກຈັກສີລັດທີ່ເຄີຍໄດ້ຫຼຽນ ປີນີ້ເຈົ້າພາບບໍ່ບັນຈຸເຂົ້າໃນການແຂ່ງຂັນ.

ພິທີຖະແຫຼງການການກະກຽມເຂົ້າຮ່ວມ ເອຊຽນ ເກມ ຄັ້ງທີ 19 ຂອງ ທັບນັກກີລາລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2023 ທີ່ສະໂມສອນ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ( ຄອລ ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາ 100 ກວ່າຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຮອງປະທານ-ເລຂາທິການ ຄອລ ຂຶ້ນກ່າວລາຍງານວ່າ: ງານມະຫາກໍາກີລາເອຊຽນ ເກມ ແມ່ນການແຂ່ງຂັນກີລາຂອງບັນດາປະເທດອາຊີ ເຊິ່ງຈັດຂຶ້ນໃນທຸກໆ 4 ປີ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ກັບຄູຝຶກ ແລະ ນັກກີລາ ໄດ້ທົດສອບປະສົບການ ຍົກສູງຄວາມສາມາດໃຫ້ມີຄຸນນະພາບສູງທຽບເທົ່າກັບອານຸພາກພືນ, ພາກພື້ນ ແລະ ສາກົນ ໂດຍສະເພາະນັກກີລາລາວໃຫ້ສູ້ຊົນເປັນເຈົ້າພານຍາດຊີງເອົາຫຼຽນຕ່າງໆເພື່ອສ້າງກຽດຊື່ສຽງໃຫ້ກັບປະເທດຊາດ ຄືໃນເອຊຽນເກມ ຄັ້ງທີ 18 ປີ 2018 ທີ່ປະເທດອິນໂດເນເຊຍ ສປປ ລາວ ໄດ້ສົ່ງ 19 ປະເພດກີລາສາມາດຍາດໄດ້ 5 ຫຼຽນແບ່ງເປັນ 2 ຫຼຽນເງິນ: ຈາກກີລາ ກະຕໍ້ ແລະ ປັນຈັກສີລັດ, ສ່ວນອີກ 3 ຫຼຽນທອງໄດ້ຈາກ ປັນຈັກສີລັດ 2 ຫຼຽນ ແລະ ກະຕໍ້ 1 ຫຼຽນ. ຈັດຢູ່ອັນດັບທີ 31 ຂອງຕາຕະລາງສະຫຼຸບຫຼຽນຈາກ 45 ປະເທດເຂົ້າຮ່ວມການແຂ່ງຂັນ.

ສໍາລັບ ເອຊຽນ ເກມ ຄັ້ງທີ 19 ງານມະຫາກຳກິລາເອຊຽນເກມ ຄັ້ງທີ 19 ຈະໄດ້ຈັດຂື້ນທີ່ ນະຄອນຫາງໂຈ ສປ. ຈີນ ລະຫວ່າງວັນທີ 23/09 ຫາ 8/10/2023, ປະເທດເຈົ້າພາບໄດ້ບັນຈຸ 40 ປະເພດກິລາ ເຂົ້າຮ່ວມແຂ່ງຂັນໜ້ອຍກວ່າກິລາເອຊຽນເກມຄັ້ງທີ່ຜ່ານມາ ຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ສະຫະພັນ ກິລາແຫ່ງຊາດ ໄດ້ຕົກລົງເປັນເອກະພາບສົ່ງ 16 ປະເພດກິລາ ເຂົ້າຮ່ວມ, ມີຈໍານວນພົນທັງໝົດ 152 ຄົນ ດັ່ງນີ້ :
-ປະເພດກິລາທີ່ສະເໜີຂໍໃຊ້ງົບປະມານຂອງລັດ ມີ 11 ປະເພດຄື: 1. ວູຊູ, 2. ກະຕໍ້, 3. ລົດຖີບ, 4. ເທຄວັນໂດ (ຕໍ່ສູ້), 5. ມວຍສາກົນ, 6. ຢູໂດ (ຕໍ່ສູ້), 7. ແລ່ນ-ລານ, 8. ລອຍນໍ້າ, 9. ກາຣາເຕ (ຕໍ່ສູ້), 10. ມວຍປໍ້າ ແລະ 11. ຈຸຈິດຊູ;
-ປະເພດກິລາທີ່ມອບໃຫ້ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ມີ 5 ປະເພດຄື: 1. ກອ໊ຟ, 2. ອີສະປອດ, 3. ຢິມນາສະຕິກ4. ເບສະບອນ ແລະ 5. ຍິງປືນ.
ສ່ວນ ຈໍານວນນັກກິລາເຊື້ອຊາດລາວ :
ສໍາລັບນັກກິລາເຊື້ອຊາດລາວ ມີຈໍານວນ 06 ຄົນ, ໃນ 05 ປະເພດກິລາ ຄືດັ່ງນີ້ :
1) ນັກກິລາ ຈາກ ສະຫະລັດ ອາເມລິກາ ຈໍານວນ : 04 ຄົນ
– ມວຍປ້ຳ 1 ຄົນ (ເປັນຊາຍ);
– ຈູຈິດຊູ 2 ຄົນ (ເປັນຊາຍ);
– ມວຍສາກົນ 1 ຄົນ (ເປັນຊາຍ).
2) ນັກກິລາ ຈາກ ປະເທດຝຼັ່ງ ຈຳນວນ : 02 ຄົນ
– ຢູໂດ 1 ຄົນ (ເປັນຍິງ);
– ລົດຖີບໃນຮົ່ມ 1 ຄົນ (ເປັນຍິງ).

ປິດທ້າຍພິທີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນໃຫ້ຄໍາແນະນໍາ ແລະ ຍ້ອງຍໍຊົມເຊີຍ ສະຫະພັນກີລາແຕ່ລະປະເທດ, ຄູຝຶກ ແລະ ນັກກີລາ ທີ່ເອົາໃຈໃສ່ໃນການຝຶກຊ້ອມ ເພື່ອຫວັງຄວ້າຫຼຽນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດໃນເອຊຽນ ຄັ້ງນີ້.
ຂ່າວ-ຮູບຈາກ: Larh Creators