ຄວາມຮັ່ງມີທີ່ແທ້ຈິງແມ່ນຫຍັງ

44

ຖ້າຫາກເວົ້າເຖິງ ”ຄວາມຮັ່ງມີ” ທ່ານຄິດເຖິງຫຍັງ ເຊື່ອແນ່ວ່າຄຳຕອບຂອງຄົນສ່ວນຫຼາຍຈະຄິດເຖິງຄົນທີ່ມີ ລາຍໄດ້ສູງ, ມີຊັບສິນເງິນຄຳຫຼາຍ, ມີດິນດອນຕອນຫຍ້າຫຼາຍ ຫຼື ຄົນທີ່ໃຊ້ຊີວິດຢ່າງສຸກສະບາຍ ເຫຼົ່ານີ້ເປັນຕົ້ນ. ເພາະລາຍໄດ້ ແລະ ຊັບສິນເປັນເຄື່ອງໝາຍໜຶ່ງທີ່ສະແດງສະຖານະທາງສັງຄົມ ແລະ ສື່ໃຫ້ເຫັນຄວາມຮັ່ງມີລ້ຳລວຍຂອງບຸກຄົນນັ້ນ. ອີກຢ່າງໜຶ່ງ ເປົ້າໝາຍຂອງຄົນເຮົາສ່ວນຫຼາຍກໍຄືການມີເງິນຄຳໃຊ້ໄດ້ຕາມທີ່ຕ້ອງການ ຫຼື ເອີ້ນກັນວ່າ “ການສ້າງຄວາມຮັ່ງມີ” ຫຼື “Wealth Management”.

ມັນຈຶ່ງບໍ່ແມ່ນເລື່ອງແປກທີ່ທຸກມື້ນີ້ ເຮົາເຫັນຫຼາຍຄົນເຮັດວຽກໜັກເພື່ອຫາເງິນມາໃຊ້ຈ່າຍຊື້ເຄື່ອງຂອງ ເພື່ອນຳມາເຊິ່ງການສ້າງຄວາມສຸກ ແລະ ຄວາມສະບາຍໃຫ້ແກ່ຕົນເອງ ແລະ ຄອບຄົວ ລວມໄປເຖິງການສົ່ງຕໍ່ຄວາມຮັ່ງມີນັ້ນໃຫ້ກັບລູກຫຼານໃນອະນາຄົດ. ມັນກໍເປັນສິ່ງທີ່ດີ ສຳລັບບຸກຄົນຜູ້ທີ່ໃຊ້ຈ່າຍຢ່າງພຽງພໍ ຕາມຄວາມສາມາດທີ່ຫາມາໄດ້, ຫຼີກລ້ຽງການສ້າງໜີ້ ແລະ ມີເງິນອອມໄວ້ສ່ວນໜຶ່ງ. ແຕ່ສຳລັບບຸກຄົນທີ່ໃຊ້ຈ່າຍຫຼາຍກວ່າຫາມາໄດ້ ແລະ ມີໜີ້ສິນ ກໍຍັງຖືວ່າຄວາມຮັ່ງມີໃນດ້ານວັດຖຸນັ້ນບໍ່ແມ່ນຄວາມຮັ່ງມີທີ່ແທ້ຈິງ.
ສຳລັບຄວາມຮັ່ງມີທີ່ແທ້ຈິງນັ້ນໝາຍເຖິງ ເງິນທີ່ເຫຼືອຫຼັງຈາກນຳຊັບສິນທັງໝົດຂອງທ່ານ ລົບດ້ວຍໜີ້ສິນທັງໝົດ ຕາມສູດຄື: ຊັບສິນ – ໜີ້ສິນ = ຊັບສິນສຸດທິ ຫຼື ຄວາມຮັ່ງມີ.

ເພື່ອໃຫ້ເຫັນພາບໄດ້ງ່າຍ ຍົກຕົວຢ່າງວ່າ: ຖ້າມື້ນີ້ທ່ານຕ້ອງຊຳລະໜີ້ສິນທັງໝົດທີ່ທ່ານມີຢູ່ໃຫ້ແລ້ວໝົດ ໃຫ້ທ່ານກັບມາເບິ່ງຄືນວ່າທ່ານຍັງມີຫຍັງເຫຼືອຢູ່ແນ່ ຖ້າຫາກທ່ານມີຊັບສິນສຸດທິຫຼາຍເທົ່າໃດ ທ່ານກໍ່ຍິ່ງມີໂອກາດຈະນຳເງິນໄປສ້າງຄວາມຮັ່ງມີໃຫ້ຫຼາຍຂຶ້ນໄດ້. ການວັດແທກ ຄວາມຮັ່ງມີນັ້ນ, ແມ່ນໃຫ້ປະເມີນເປັນໄລຍະເຊັ່ນ ທຸກ 3 ເດືອນ, 6 ເດືອນ ຫຼື ຢ່າງໜ້ອຍປີລະຄັ້ງເປັນຕົ້ນ ເນື່ອງຈາກບາງຄັ້ງເຮົາອາດສ້າງໜີ້ຂຶ້ນມາແບບບໍ່ທັນຮູ້ໂຕ.
ສະຫຼຸບແລ້ວ ຄວາມຮັ່ງມີທີ່ແທ້ຈິງ ຫຼື ອາດເວົ້າວ່າຄວາມຮັ່ງມີທາງດ້ານວັດຖຸແມ່ນສິ່ງທີ່ຫຼາຍຄົນປາດຖະໜາ ເພາະວ່າຄົນສ່ວນຫຼາຍເມື່ອມີຄວາມຮັ່ງມີທາງດ້ານວັດຖຸແລ້ວກໍຈະນຳໄປສູ່ຄວາມຮ່ັງມີທາງດ້ານຈິດໃຈ ເຊິ່ງເຮົາອາດເວົ້າໄດ້ວ່າຄວາມຮ່ັງມີທີ່ແທ້ຈິ່ງກໍຄື ຄວາມຮ່ັງມີທາງດ້ານວັດຖຸ. ເຊິ່ງວ່າຄວາມຮັ່ງມີທາງດ້ານວັດຖຸນີ້ແມ່ນ ຜົົນລວມຂອງຊັບສິນທີ່ເຮົາມີຢູ່ ລົບກັບ ຈຳນວນໜີ້ສິນ ອອກມາເປັນຊັບສິນສຸດທິ ຖ້າເຮົາມີຊັບສິນສຸດທິຫຼາຍ ນັ້ນກໍຈະໝາຍຄວາມວ່າ ມີຄວາມຮັ່ງ. ດັ່ງນັ້ນ, ເຮົາອາດເວົ້າໄດ້ວ່າຄວາມຮັ່ງມີທີ່ແທ້ຈິ່ງແມ່ນການປາດສະຈາກໜີ້ສິນ ຫຼື ການທີ່ມີໜີ້ສິນໜ້ອຍກວ່າຊັບສິນທີ່ມີຢູ່ ດັ່ງຄຳເວົ້າທີ່ວ່າ: ການບໍ່ມີໜີ້ສິນແມ່ນລາບອັນປະເສີດ.
[ ໂດຍ: ຕລຊລ ]