ໝາກລີ້ນໄມ້ເຜົາຈໍ້າແຈ່ວ ກະປິ ແຊບໆເຜັດຮ້ອນ

40

ໝາກລີ້ນໄມ້ ມີລົດຊາດຂົມ – ເຜັດ – ຮ້ອນ ເວລາກິນເຮັດເມນູຕ້ອງໃສ່ໝາກເຜັດໜ້ອຍໄວ້ ແລະ ໄລຍະນີ້ໝາກລີ້ນໄມ້ລາຄາຖືກລົງ ດັ່ງນັ້ນຄວນຊື້ມາເຜົາກິນກັບຫຍັງກໍແຊບ ສຳລັບຄົນມັກກິນຂົມ ແຕ່ມື້ນີ້ຈະມາແນະນຳເມນູໝາກລີ້ນໄມ້ເຜົາຈໍ້າແຈ່ວກະປິ.
▶ວັດຖຸດິບ: ໝາກລີ້ນ ໄມ້, ໝາກເຜັດດິບ, ຫົວຜັກທຽມ, ເກືອ, ກະປິ, ນໍ້າຕານ, ແປ້ງນົວ, ນໍ້າປາ, ໝາກນາວ.

▶ວິທີເຮັດ: ດັງໄຟເອົາຖ່ານໃສ່ຫຼາຍໆ ແລ້ວເຜົາໝາກລີ້ນໄມ້ໃຫ້ໄໝ້ເປືອກດ້ານນອກ ຫຼັງຈາກນັ້ນໃຫ້ເອົາໄປແຊ່ນໍ້າແລ້ວລູບເອົາອັນໄໝ້ອອກ, ຈາກນັ້ນຈະໄດ້ທາງໃນທີ່ບໍ່ໄໝ້ ຖ້າທ່ານໃດມັກຂົມພຽງແຕ່ລ້າງນໍ້າກໍເອົາມາກິນໄດ້ ແຕ່ຖ້າທ່ານໃດບໍ່ມັກຂົມຫຼາຍກໍເອົາມາແຊ່ນໍ້າເຢັນປະໄວ້ດົນເຕີບ ລົດຊາດຂົມກໍຈະຫຼຸດລົງ ຈາກນັ້ນກໍເອົາມາຊອຍເປັນຕ່ອນພໍດີຄຳ.
ຈາກນັ້ນມາຕຳແຈ່ວກະ ປິ: ໝາກເຜັດດິບ 5 ໜ່ວຍ, ຫົວຜັກທຽມ 2 – 3 ກີບ, ເກືອ, ກະປິ 1 ບ່ວງແກງ, ນໍ້າຕານ 1 ບ່ວງແກງ, ແປ້ງນົວ 1 ສ່ວນ 4 ບ່ວງແກງ ຕຳໃຫ້ມຸ່ນລະອຽດ ຈາກນັ້ນກໍຕື່ມນໍ້າປາ, ໝາກນາວໃສ່ ຈາກນັ້ນປຸງລົດຕາມໃຈມັກ ຖ້າຈະໃຫ້ແຊບລົດຊາດຕ້ອງສົ້ມ – ຫວານ ແລະ ບໍ່ຕ້ອງຈາງເກີນໄປ. ເທົ່ານີ້ທ່ານກໍຈະໄດ້ແຈ່ວກະປິຈໍ້າໝາກລີ້ນໄມ້ແລ້ວ.
[ ໂດຍ: ນົກແຕນແວນ ]