ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວ ໃນມາຣົກ ທະລຸ 2 ພັນກວ່າຄົນ

32

ສຳນັກຂ່າວ AFP ລາຍງານເມື່ອວັນທີ 11 ກັນຍາ 2023 ວ່າ: ກະຊວງພາຍໃນຂອງມາຣົກ ລາຍງານຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວຄັ້ງຮຸນແຮງ ວັດແທກຄວາມສັ່ນສະເທືອນໄດ້ 6,8 ຣິກເຕີ ເມື່ອຄືນວັນສຸກຜ່ານມາ ໂດຍມີຈຸດສູນກາງຢູ່ບໍລິເວນຈອມພູໃກ້ກັບເມືອງມາຣາເກຊ ເຊິ່ງເປັນເມືອງທ່ອງທ່ຽວສຳຄັນຂອງມາຣົກ ເພີ່ມເປັນ 2.122 ຄົນ, ມີຜູ້ໄດ້ຮັບບາດເຈັບອີກ 2.400 ກວ່າຄົນ ແລະ ສູນຫາຍອີກ ເຮັດໃຫ້ມີຄວາມກັງວົນວ່າ ຜູ້ເສຍຊີວິດ ແລະ ຜູ້ບາດເຈັບຈະເພີ່ມຂຶ້ນອີກ.

ລັດຖະບານມາຣົກ ໄດ້ປະກາດໄວ້ອາໄລເປັນເວລາ 3 ວັນ, ສ່ວນອົງການກາແດງມາຣົກເຕືອນວ່າ: ການຟື້ນຟູພື້ນທີ່ປະສົບໄພອາດຈະໃຊ້ເວລາຫຼາຍປີ, ຂະນະທີ່ກອງທັບ ແລະ ໜ່ວຍກູ້ໄພກຳລັງເລັ່ງຄົ້ນຫາຜູ້ສູນຫາຍ ແຕ່ກໍປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກວ່າເປັນເຂດພູສູງ.

ໃນຂະນະທີ່ບັນດາປະເທດໄດ້ເຂົ້າຊ່ວຍເຫຼືອ ໂດຍແອັດສະປາຍ ໄດ້ສົ່ງເຈົ້າໜ້າທີ່ກູ້ໄພ ພ້ອມໝາດົມກິ່ນໄປຊ່ວຍເຫຼືອ, ສ່ວນອັງກິດ, ກາຕາ ແລະ UAE ກໍຈະສົ່ງເຈົ້າໜ້າທີ່ໄປຍັງມາຣົກໃນໄວໆນີ້.