ແກງໝາກບວບອ່ອນ ໃສ່ດູກໝູ

627

ໝາກບວບອ່ອນ ແກງໃສ່ຫຍັງກໍແຊບ ເນື່ອງຈາກໝາກບວບມີກິ່ນຫອມເປັນເອກະລັກ ສາມາດນຳໄປຕົ້ມ, ໜຶ້ງ, ແກງ ໃສ່ຊີ້ນ, ປາ, ຜັກ, ປາແຫ້ງ, ນໍ້າປາແດກ… ກໍແຊບ. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດແກງໝາກບວບອ່ອນໃສ່ດູກໝູກິນ.
▶ ວັດຖຸດິບ: ໝາກບວບອ່ອນ, ນໍ້າສະອາດ, ຂີງ, ຫົວ ຜັກບົ່ວ, ຫົວຜັກທຽມ, ດູກໝູ, ເກືອ, ແປ້ງນົວ, ຄະນໍ ( ຖ້າບໍ່ມັກບໍ່ໃສ່ກໍໄດ້ ), ຫົວສີໃຄ ( ມີກໍໃສ່ບໍ່ມີກໍໃສ່ຂີງເອົາກໍໄດ້ ) ນໍ້າສະອິວ ຫຼື ນໍ້າປາ, ພິກໄທດຳ, ຫອມປ້ອມ – ຫອມບົ່ວ ( ຈະໃສ່ຫອມບົ່ວ – ຜັກອີຕູ່, ຫອມບົ່ວ – ບົວລະພາ ກໍແຊບໄປອີກແບບ ) ລ້າງປະເພດຜັກທຸກຊະນິດໃຫ້ສະອາດ.

▶ວິທີເຮັດ: ເອົາໝາກບວບມາຕັດເປັນຕ່ອນພໍດີຄຳ, ຈາກນັ້ນກໍມາທຸບຫົວຜັກບົ່ວ, ຫົວຜັກທຽມ, ຂີງ ແລ້ວນໍາໄປໃສ່ໝໍ້ແກງຂົ້ວໃສ່ດູກໝູ ຂົ້ວໃຫ້ຊີ້ນໝາດແລ້ວເອົານໍ້າສະອາດເທລົງໄປ ຕື່ມເກືອ, ແປ້ງນົວ ຈາກນັ້ນກໍຕົ້ມຈົນກວ່າດູກຈະສຸກ.
ເມື່ອດູກສຸກແລ້ວໃຫ້ນຳໝາກບວບລົງໄປຕົ້ມໃຫ້ໝາກບວບສຸກ, ຈາກນັ້ນກໍຊີມ ແລະ ປຸງລົດຊາດຕາມໃຈມັກ ເມື່ອລົດຊາດພໍດີແລ້ວ ໃຫ້ຊອຍຫອມລົງ ພ້ອມປິດໄຟ ແລ້ວໃສ່ພິກໄທດຳລົງໄປເລັກໜ້ອຍ ເທົ່ານີ້ທ່ານກໍໄດ້ແກງໝາກບວບອ່ອນໃສ່ດູກໝູກິນແລ້ວ.
[ ໂດຍ: ນົກແຕນແວນ ]