ຍີມນາສຕິກລາວ ສືບຕໍ່ສົ່ງ ແພຣວາ ໄປຫາປະສົບການກັບຊຽວຊານລະດັບໂລກກຽມໃສ່ ຊີເກມ ຄັ້ງທີ 33

52

ສະຫະພັນຍີມນາສຕິກແຫ່ງຊາດລາວ ຈະສືບຕໍ່ສົ່ງ ແພຣວາ ມິຊາໂຕະ ພິລາພັນເດຊ ສາວນັກກີລາຍີມນາສຕິກທີມຊາດລາວ ທີ່ເປັນຜູ້ຍິງຄົນລາວຄົນທຳອິດ ທີ່ເປີດປະຫວັດສາດໜ້າໃໝ່ໃຫ້ວົງການກີລາ ຍີມນາສຕິກລາວ ໃນເວທີສາກົນ ກໍຄື ຊີເກມ ຄັ້ງທີ 31 ປີ 2022 ທີ່ ສສ ຫວຽດນາມ ແລະ ລາຍການ ຊີງແຊ໋ມໂລກ ຈັດຂຶ້ນ ມາໃໝ່ໆໝາດໆ ສົ່ງໄປເກັບຕົວຝຶກຊ້ອມກັບ ບັນດາຊຽວຊານຍີມນາສຕິກ ລະດັບໂລກ ເຂດທະວີບເອີຣົບ ແລະ ອາຊີ ໃນໄວໆນີ້ ເພື່ອກຽມພ້ອມໃສ່ງານມະຫະກຳກີລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025.

ຕາມການໃຫ້ສຳພາດຂອງທ່ານ ໂພແກ້ວ ພິລາພັນເດຊ ຮອງປະທານ-ເລຂາທິການ ສະຫະພັນຍິມນາສຕິກແຫ່ງຊາດລາວ ໃຫ້ຊາບວ່າ: ພາຍຫຼັງທີ່ໄດ້ສຳເລັດການສົ່ງນັກກີລາເຂົ້າຮ່ວມແຂ່ງຂັນລາຍການ ຊີງແຊັມໂລກ 2023 ທີ່ເມືອງບາເລັນເຊຍ ປະເທດແອັດສະປາຍ ເປັນເຈົ້າພາບ ຊຶ່ງເຮັດໃຫ້ພວກເຮົາໄດ້ປະສົບການ ແລະ ບົດຮຽນຫຼາຍດ້ານ. ແນ່ນອນທາງສະຫະພັນກໍໄດ້ມີການວາງແຜນຍຸດທະສາດການພັດທະນາກີລາຍີມນາສຕິກລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເພື່ອຮັບປະກັນໃນການສ້າງຜົນງານໃຫ້ແກ່ປະເທດໃຫ້ພົ້ນເດັ່ນກວ່າເກົ່າ ໂດຍສະເພາະມີແຜນການເລີ່ມສ້າງພື້ນຖານການອອກກຳລັງກາຍ ກີລາຍິມນາສຕິກ ເພື່ອສຸຂະພາບ ຕາມໂຄງການຂອງສະຫະພັນຍີມນາສຕິກໂລກ ຫຼື ໂຄງການ Gymnastics for All ຂະຫຍາຍສ້າງໃຫ້ທຸກຄົນ ກໍຄື ຄົນລາວ ເຂົ້າເຖິງກີລາຍີມນາສຕິກໃຫ້ງ່າຍຂຶ້ນ.

ທ່ານ ໂພແກ້ວ ພິລາພັນເດຊ ໃຫ້ຮູ້ຕື່ມອີກວ່າ: ສຳລັບການເຄື່ອນໄຫວຂອງ ແພຣວາ ຈະສືບຕໍ່ເສີມສ້າງຄວາມແຂງແກ່ນໃຫ້ລາວດີຂຶ້ນກວ່າເກົ່າ ດ້ວຍການສົ່ງຝຶກຊ້ອມໃນລະດັບນາໆຊາດໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໄປຝຶກຊ້ອມທີ່ບັນດາປະເທດ ຢູ່ເຂດເອີຣົບ ທີ່ເປັນປະເທດມີນັກກີລາເກັ່ງໆໃນກີລາປະເພດນີ້ ລວມເຖິງຈະສົ່ງໄປສຶກສາຢູ່ທີ່ປະເທດຍີ່ປຸ່ນ ໃນມະຫາວິທະຍາໄລທີ່ຊຽວຊານດ້ານກີລານີ້ເຊັ່ນກັນ ຊືຶ່ງມີສະໂມສອນ ຍີມນາສຕິກລີລາ ລະດັບຕົ້ນໆຂອງປະເທດຍີ່ປຸ່ນ ແລະ ກໍມີນັກກີລາຍີມນາສຕິກທີມຊາດຍີ່ປຸ່ນຢູ່ຮ່ວມນຳອີກດ້ວຍ ຊຶ່ງຈະເປັນໂອກາດທີ່ດີທີ່ຈະສົ່ງເສີມການພັດທະນາ ແພຣວາ ໃຫ້ແຂງແກ່ນຫຼາຍຂຶ້ນກວ່າເກົ່າ ເພື່ອກຽມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນງານມະຫະກຳກີລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025 ແລະ ງານມະຫະກຳກີລາໂອແລມປີກສາກົນ ຫາກມີໂອກາດໄດ້ເຂົ້າຮ່ວມໃນປີໜ້າ ຊຶ່ງລາວເຮົາຍັງມີສິດໂອກາດໃນການຄັດເລືອກໄປໂອແລມປິກ ຈາກການໄດ້ເຂົ້າຮ່ວມ ລາຍການ ຊີງແຊ໋ມໂລກ world championship ຊຶ່ງຈະມີການຕັດສິນຈາກຄະນະກຳມະການໂອແລມປິກອີກຄັ້ງ.

ສໍາລັບ ແພຣວາ ມິຊາໂຕະ ພິລາພັນເດຊ ເປັນຜູ້ລາວຄົນທຳອິດ ທີ່ໄດ້ເປີດປະຫວັດສາດໜ້າໃໝ່ ໃຫ້ວົງການກີລາ ຍີມນາສຕິກ ອາຊຽນ, ອາຊີ ແລະ ສາກົນ ໂດຍສະເພາະໄດ້ເຂົ້າຮ່ວມແຂ່ງຂັນງານກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ເມື່ອປີ 2022 ຊຶ່ງຕິດອັນດັບທີ 10 ມີຊືຶ່ເຂົ້າຊີງຫຼຽນຄຳ ແຕ່ໜ້າເສຍດ່າຍບໍ່ສາມາດແຈ້ງເກີດ ໃນງານດັ່ງກ່າວ ແຕ່ນ້ອງ ແພຣວາ ກໍຍັງບໍ່ທັນໝົດກຳລັງໃຈ ສືບຕໍ່ພັດທະນາຕົນເອງຢ່າງຕໍ່ເນື່ອງ ໂດຍແມ່ນຄອບຄົວ ຢູ່ເບື້ອງຫຼັງສະໜັບສະໜູນງົບປະມາທນມະຫາສານ ແລະ ສາມາດສ້າງຜົນງານຄວ້າ 3 ຫຼຽນທອງ ການແຂ່ງຂັນກີລາຢິມນາສະຕິກ ສິງກະໂປ ໂອເພັນ 2022 ຫຼື Singapore Open 2022 Gymnastic 2022 ອີກດ້ວຍ.
ຂ່າວຈາກ: ສົງການ