ຂົ້ວໝູໃສ່ສະຕໍ ແລະ ກະປິ 3 ລົດຊາດໃນຈານດຽວ

81

ຂົ້ວຊີ້ນໝູໃສ່ສະຕໍ ແລະ ກະປິ ເປັນເມນູທີ່ຄົນລາວເຮົາບໍ່ຄ່ອຍນິຍົມໄດ້ເຮັດກິນ ເນື່ອງຈາກສະຕໍສ່ວນໃຫຍ່ຈະມີຫຼາຍຢູ່ພາກໃຕ້ຂອງປະເທດໄທ ແຕ່ຢູ່ລາວກໍເຫັນຂາຍຢູ່, ເຊິ່ງກິ່ນ ແລະ ລົດຊາດຈະຄ້າຍຄືກັບໝາກກະຖິນບ້ານເຮົາ ແຕ່ຖ້າເອົາສະຕໍມາຂົ້ວກັບຊີ້ນໝູກໍແຊບໄປອີກແບບ ເຊິ່ງເມນູດັ່ງກ່າວຈະມີ 3 ລົດຊາດ ຄື: ເຂັມ, ຫວານ, ເຜັດ ຈະແຊບໆ.

▶ ວັດຖຸດິບ: ສະຕໍ 5 ຝັກ, ໝູຊອຍເປັນຕ່ອນ 3 ຂີດ, ກະປິ 1 ບ່ວງແກງ, ໝາກເຜັດແດງ 5 ໜ່ວຍ ຫຼື ໃສ່ຕາມ ຄວາມມັກໄດ້, ນໍ້າຕານ 1 ບ່ວງແກງ, ເກືອ, ແປ້ງນົວ, ນໍ້າສະອາດ, ຫົວຜັກທຽມ 1 ຫົວ, ນໍ້າມັນພືດ.

▶ ວິທີເຮັດ: ນໍາໝາກສະຕໍມາແກະແລ້ວຜ່າເຄິ່ງໄວ້, ຈາກນັ້ນກໍນຳກະປິມາລະລາຍໃສ່ນໍ້າເລັກໜ້ອຍໄວ້, ຕຳໝາກເຜັດ ແລະ ຫົວຜັກທຽມໃຫ້ມຸ່ນພໍປະມານ ຫຼື ຈະເອົາມຸ່ນລະອຽດກໍໄດ້, ຈາກນັ້ນກໍຄ້າງໝໍ້ຂາງຂຶ້ນ ຕັ້ງໄຟປານກາງ ແລ້ວເອົານໍ້າມັນພືດລົງ ປະມານ 2 – 4 ບ່ວງແກງ ( ມັກໜ້ອຍໃສ່ໜ້ອຍ ມັກຫຼາຍໃສ່ຫຼາຍ ) ຈາກນັ້ນກໍເອົາໝາກເຜັດ ແລະ ຫົວຜັກທຽມທີ່ຕຳລົງໄປຂົ້ວໃຫ້ຫອມ ຈາກນັ້ນກໍເອົາໝູທີ່ຊອຍໄວ້ລົງໄປຂົ້ວໃຫ້ສຸກ ແລ້ວໃສ່ນໍ້າກະປິທີ່ລະລາຍໄວ້ລົງໄປ ພ້ອມສະຕໍ, ຂົ້ວໃຫ້ເຂົ້າກັນ ປຸງລົດຊາດຕາມໃຈມັກໄດ້. ເທົ່ານີ້ທ່ານກໍຈະໄດ້ເມນູຂົ້ວໝູໃສ່ສະຕໍກິນແລ້ວ.

[ ໂດຍ: ນົກແຕນແວນ ]