ຍິ່ງໃຫຍ່ ສປປ ລາວ ກຽມເປັນເຈົ້າພາບຈັດ ປິ່ງປ່ອງເຍົາວະຊົນໂລກ ເດືອນນີ້, ຫຼາກພາກສ່ວນຮ່ວມຊຸກຍູ້

54

ຍິ່ງໃຫຍ່ສຸດໆໄປເລີຍ ເມື່ອ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກີລາປິ່ງປ່ອງເຍົາວະຊົນຊີງແຊັມໂລກ ປະຈໍາປີ 2023 (WTT Youth Contender) ເປັນລາຍການເກັບຄະແນນສະສົມຊີງອັນດັບວາງຂອງໂລກ ໂດຍມີນັກກີລາຈາກ 16 ປະເທດເຂົ້າຮ່ວມແຂ່ງຂັນ.

ພິທີຖະແຫຼງຂ່າວການກະກຽມຄວາມພ້ອມຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 5 ກັນຍາ 2023 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນເຊິ່ງ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນປະທານກິຕິມະສັກ ສະຫະພັນປິ່ງປ່ອງແຫ່ງຊາດລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ການກະກຽມຄວາມພ້ອມຈັດງານແຂ່ງຂັນກີລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 20-23 ກັນຍາ 2023 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ແລະ ໄດ້ກຳນົດເອົາໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ເປັນບ່ອນພັກເຊົາຂອງຜູ້ເຂົ້າຮ່ວມຈາກສາກົນ ຊຶ່ງມາຮອດປັດຈຸບັນ ມີທີມງານຝ່າຍຈັດການແຂ່ງຂັນ ແລະ ກຳມະການຕັດສິນຝ່າຍເຈົ້າພາບ ຈຳນວນ 30 ທ່ານ ໂດຍມີການຈັດຝຶກອົບຮົມກຳມະການຕັດສິນ ແລະ ລາຍງານຄວາມພ້ອມເປັນໄລຍະ ມີທີມງານຄູຝຶກ ແລະ ນັກກີລາ ສປປ ລາວ ຈຳນວນ 45 ຄົນ ຮຸ່ນອາຍຸລະຫວ່າງ 9-19 ປີ ໄດ້ດຳເນີນການຝຶກແອບແຂງຂັນຢູ່ພາຍໃນ ແລະ ຕ່າງປະເທດ.

“ ນອກນັ້ນ, ໂດຍມີຜູ້ເຂົ້າຮ່ວມຈາກສາກົນນັ້ນ ແມ່ນມີທີມງານເຕັກນິກຈັດການແຂ່ງຂັນ, ກຳມະການຕັດສິນ, ຄະນະນຳ ແລະ ນັກກິລາ ທັງໝົດ 200 ກວ່າຄົນ ທີ່ມາຈາກ 16 ປະເທດທົ່ວໂລກ. ໃນນີ້ຝ່າຍເຕັກນິກຈັດການແຂ່ງຂັນມາຈາກປະເທດ ປ໊ອກຕຸຍການ, ເອຢິບ, ໂອມານ, ເຢຍລະມັນ, ໄຕ້ຫວັນ, ມາເລເຊຍ, ສິງກະໂປ ແລະ ໄທ. ຂະນະທີ່ຄະນະນຳ, ຄູຝຶກ ແລະ ນັກກີລາແມ່ນມາຈາກ ຮົງກົງ, ໄຕ້ຫວັນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສິງກະໂປ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ, ໄທ ແລະ ສປປ ລາວ ເຈົ້າພາບ ຊຶ່ງກຳນົດແຂ່ງຂັນທັງໝົດ 2 ປະເພດ ຄື: ປະເພດດ່ຽວ ແລະ ຄູ່ປະສົມ ມີ 5 ລາຍການດ່ຽວຍິງ-ດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 11 ປີ, 13, 15, 17 ແລະ 19 ປີ ແລະ 2 ລາຍການຄູ່ປະສົມ ລວມທັງໝົດມີ 32 ລາງວັນ ” ທ່ານ ນາງ ອໍລະໄທ ສັນຕິຄົງຄາ ກ່າວ.

ສຳລັບອຸປະກອນການແຂ່ງຂັນແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນເປັນຕົ້ນ ບໍລິສັດ ເຫີເປຍ ຍິນເຫີນ ຜູ້ຜະລິດອຸປະກອນກິລາປິ່ງປ່ອງ ແລະ ບໍລິສັດ ອຸປະກອນກິລາ ຫົງຊວງສີ 729 ລວມເຖິງອີກ 20 ກວ່າພາກສ່ວນ ລວມເປັນມູນຄ່າເປັນເງິນສົດ: 1.268.000.000 ກີບ ແລະ ມູນຄ່າເປັນວັດຖຸ 1.176.220.000 ກີບ ແລະ 99.789 ໂດລາ.
ຂ່າວ-ຮູບ: Larh Creators