ສະໜາມກ໊ອຟ ລາວຄລັບ ທຣີ ຄລັບ ແລະ ສະໂມສອນກ໊ອຟອາວຸໂສລາວ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III

91

ສະໜາມກ໊ອຟ ລາວຄລັບ ທຣີ ຄລັບ ( Lao Country Club Golf Course ) ແລະ ສະໂມສອນກ໊ອຟ ອາວຸໂສລາວ ລວມເຖິງອີກຫຼາຍພາກສ່ວນ ໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈາກຜົນງານ 5 ປີ ( 2016-2020 ) ໃນສ້າງຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ການຜົນຂະຫຍາຍວຽກງາມສາມສ້າງເຂົ້າສູ່ລວງເລິກ ຂອງກະຊວງສຶກສາທິການ ແລະ ກີລາ (ສະຫະພັນກີລາກ໊ອຟແຫ່ງຊາດລາວ ).

ພິທີປະດັບຫຼຽນໄຊແຮງງານ-ຫຼຽນກາແຮງງານ ໃຫ້ກົມກອງລວມໝູ່, ບຸກຄົນດີເດັ່ນຂອງ ສະຫະພັນກີລາກ໊ອຟແຫ່ງາຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ສຈ.ປອ ກອງສີ ແສງມະນີ ປະທານສະຫະພັນກີລາກ໊ອຟແຫ່ງຊາດລາວ ພ້ອມດ້ວຍພາກສ່ວນທີ່ກຽ່ວຂ້ອງ, ຄູຝຶກ, ນັກກີລາກ໊ອຟທີມຊາດ ແລະ ບັນດາຕາງໜ້າສະໜາມກ໊ອຟຕ່າງໆ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສຈ.ປອ ກອງສີ ແສງມະນີ ປະທານສະຫະພັນກີລາກ໊ອຟແຫ່ງຊາດລາວ ໄດ້ກ່າວວ່າ: ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ສະຫະພັນກີລາກ໊ອຟແຫ່ງຊາດລາວ ມີຜົນງານເດັ່ນຫຼາຍດ້ານ ໂດຍສະເພາະແມ່ນສາມາດສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນລາຍການລະດັບພາກພາກພື້ນ ແລະ ສາກົນ, ໄດ້ປະກອບສ່ວນສ້າງກິດຈະກໍາຕ່າງໆເພື່ອການກຸສົນ ຮ່ວມກັບຫຼາຍໆພາກສ່ວນ ເຊິ່ງສະຫະພັນກີລາກ໊ອຟໄດ້ປະກອບສ່ວນເຄື່ອນໄຫວຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມຕິດຕາມການກໍ່ສ້າງສະໜາມກ໊ອຟຕ່າງໆໃນຂອບເຂດທົ່ວປະເທດ ແລະ ຮ່ວມກັບຈັດການແຂ່ງຂັນຢ່າງຕໍ່ເນື່ອງ ຕາມການມອບໝາຍຂອງ ກະຊວງສຶກສາທິການ ແລະ ກີລາ ແລະ ກະຊວງແຜນການ ແລະ ການລົງທຶນ ກໍຄື ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເຊັ່ນ: ການກໍ່ສ້າງຢູາສະໜາມກ໊ອຟຫຼວງພະບາງ, ສະໜາມກ໊ອຟຊີເກມ ບູຢອງລາວ, ສະໜາມກ໊ອຟ ລາວຄັນທຣີ ຄລັບ ຫຼັກ 14, ສະໜາມກ໊ອຟເລັກວິວຽງຈັນ ຫຼັກ 6, ສະໜາມກ໊ອຟແມ່ຂອງ ຄລັບ ຕາດມູນ, ສະໜາມກ໊ອຟທ່າແຕງ ແຂວງເຊກອງ ແລະ ສະໜາມກ໊ອຟພູກູດທອງຄໍາ ແຂວງຊຽງຂວາງ ເພື່ອຕໍ່ຍອດກີລາກ໊ອຟທີ່ເປັນກີລາມະຫາຊົນ ມີລັກສະນະຕິດພັນກັບວຽກງານເສດຖະກິດ, ການທູດ ແລະ ສົມເສີມການທ່ອງທ່ຽວ-ວັດທະນາທໍາ.

ຂະນະດຽວກັນຕາງໜ້າ ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນອ່ານລັດຖະດໍາລັດຂອງປະທານປະເທດ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊແຮງງານ ເລກທີ 126 /ປປທ ລົງວັນທີ 14 ກັນຍາ 2022 ຕໍ່ດ້ວຍ ດໍາລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນຫາແຮງງານຍ ເລກທີ 335-ນ.ຍ ລົງວັນທີ 24.09.2022, ຕໍ່ດ້ວຍຍ້ອງຍໍຜົນງານ 5 ປີຈາກຫົມແຂ່ງຂັນ ແລະ ຍ້ອງຍໍ ກະຊວງພາຍໃນ ເລກທີ 88/ຂຍ ລົງວັນທີ 22 ກັນຍາ 2022, ຕໍ່ດ້ວຍຂໍ້ຕົກລົງ ມອບຫຼຽນກາທີ່ລະນຶກ 65 ປີວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນໃນ ສະຫະພັນກ໊ອຟແຫ່ງຊາດລາວ ແລະ ປິດທ້າຍດ້ວຍໃບກຽດຕິຄຸນຈາກສະຫະພັນກີລາກ໊ອຟແຫ່ງຊາດລາວ ໂດຍໄດ້ມອບໃຫ້ກັບອົງກອນ ແລະ ບຸກຄົນຫຼາຍກວ່າ 30 ພາກສ່ວນ.

ໃນນັ້ນ ສະໜາມກ໊ອຟ ລາວຄລັບ ທຣີ ຄລັບ ( Lao Country Club Golf Course ) ແລະ ສະໂມສອນກ໊ອຟ ອາວຸໂສລາວ ໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈາກຜົນງານ 5 ປີ ( 2016-2020 ) ໃນສ້າງຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ການຜົນຂະຫຍາຍວຽກງາມສາມສ້າງເຂົ້າສູ່ລວງເລິກ ຂອງກະຊວງສຶກສາທິການ ແລະ ກີລາ (ສະຫະພັນກີລາກ໊ອຟແຫ່ງຊາດລາວ ) ໂດຍສະເພາະແມ່ນການຈັດການແຂ່ງຂັນຢ່າງຕໍ່ເນື່ອງໃຫ້ກັບນັກກີລາລາວທັງໄວໜຸ່ມ ແລະ ອາວຸໂສ ໄດ້ມີການເຄື່ອນໄຫວ ແລະ ພັດທນາຢ່າງຕໍ່ເນື່ອງ ຍັງບໍ່ພໍຍັງມີການລະດົມທຶນໄປຊ່ວຍຜູ້ທີ່ປະສົບໄພຕ່າງໆໃນໄລຍະທີ່ຜ່ານມາ.
ຂ່າວ-ຮູບຈາກ: Larh Creators