ຕຳແຈ່ວໂຕຈີ່ນາຍ ໃສ່ຂີງ ຫອມໆແຊບໆ

51

ໂຕຈີ່ນາຍ ເປັນອາຫານຊະນິດໜຶ່ງທີ່ຄົນລາວເຮົາມັກກິນ ເຊິ່ງຈະມີເປັນລະດູການ ເປັນຕົ້ນແມ່ນຈະມີຫຼາຍໃນລະດູໜ້າແລ້ງ, ຕ້ອງຂຸດເອົາຢູ່ພື້ນດິນ ເພາະໂຕຈີ່ນາຍຈະເຮັດຮູລົງໄປໃນພື້ນດິນເປັນບ່ອນອາໄສ. ດັ່ງນັ້ນຄົນລາວມັກນຳມາຈີ່ກັນ, ຈືນກິນ ຫຼື ນຳມາຕຳແຈ່ວກິນກັບເຂົ້າກໍໄດ້. ສະນັ້ນມື້ນີ້ພວກເຮົາຈະມາແນະນຳວິທີເຮັດແຈ່ວຈີ່ນາຍໃຫ້ທ່ານບ່າຍກິນກັບເຂົ້າໜຽວຮ້ອນໆແບບແຊບໆ.

▶ວັດຖຸດິບປະກອບມີ: ໂຕຈີ່ນາຍ ທີ່ລ້າງສະອາດ ແລ້ວນຳໄປເອົາໄມ້ສຽບເປັນຮວດຍາວໆຕາມຄວາມເໝາະສົມກັບແຕະປີ້ງ ຫຼື ຈະນຳໄປຈືນກໍໄດ້ງ່າຍດີ, ໝາກເຜັດດິບ, ຫົວຜັກບົ່ວ, ຫົວຂີງ, ຫົວຜັກທຽມ, ຫອມປ້ອມ, ຫອມບົ່ວ ), ເກືອ, ແປ້ງນົວ, ລ້າງປະເພດຜັກໃຫ້ສະອາດ ( ປະເພດຫອມກໍຊອຍ ໄວ້ ) ຖ້າຈືນກໍກຽມນໍ້າມັນພືດ.

▶ຂັ້ນຕອນການເຮັດ: ດັງໄຟໃຫ້ຖ່ານຕິດແລ້ວ ( ຢ່າໃສ່ຖ່ານຫຼາຍ ເພາະໄຟຈະແຮງ ອາດຈະເຮັດໃຫ້ໄໝ້ໄດ້ ), ຈາກນັ້ນກໍນຳແຕະປີ້ງໄປວາງໃສ່ແລ້ວນຳໂຕຈີ່ນາຍທີ່ກຽມໄວ້ໄປວາງປີ້ງ ຂະນະທີ່ປີ້ງຕ້ອງລະວັງບໍ່ໃຫ້ໄໝ້ ເມື່ອສຸກໝົດແລ້ວ ກໍສືບຕໍ່ຈີ່ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມໃຫ້ສຸກ ແລະ ປອກເປືອກທຸກຢ່າງໃຫ້ຮຽບຮ້ອຍ.
▶ຖ້າຈືນ: ແມ່ນຄ້າງໝໍ້ໃຫ້ຮ້ອນແລ້ວຕື່ມນໍ້າມັນລົງໄປໃຫ້ອ່າວຫຼາຍແດ່ ຈາກນັ້ນປະໃຫ້ນໍ້າມັນຮ້ອນໆ ແລ້ວຈຶ່ງນຳໂຕຈີ່ນາຍລົງໄປຈືນຈົນໃຫ້ກອບດີແລ້ວເອົາຂຶ້ນມາວາງໃຫ້ສະເດັດນໍ້າມັນ.

▶ຂັ້ນຕອນການຕຳ: ນຳຄົກກັບສາກມາແລ້ວ ນຳເກືອ, ແປ້ງນົວ, ໝາກເຜັດທີ່ຈີ່ກຽມໄວ້, ຫົວຜັກບົ່ວ, ຫົວຜັກທຽມ ທີ່ກຽມໄວ້ລົງໄປຕຳໃຫ້ລະອຽດ ແລະ ໃສ່ຂີງດິບໜ້ອຍໜຶ່ງ, ຈາກນັ້ນກໍນຳຈີ່ນາຍທີ່ກຽມໄວ້ຕຳຈົນໃຫ້ລະອຽດ ຊີມລົດຊາດຕາມໃຈມັກ ແລ້ວຕາມດ້ວຍຜັກຫອມທີ່ຊອຍກຽມໄວ້ລົງຕຳເລັກໜ້ອຍ ຖືວ່າເປັນອັນສຳເລັດ ຈາກນັ້ນກໍຕັກໃສ່ຖ້ວຍ ຫຼື ຈານພ້ອມເສີບ.

[ ໂດຍ: ນົກແຕນແວນ ]