ເຈົ້າແຂວງໄຊຍະບູລີ ເນັ້ນໃຫ້ການນໍາເມືອງເງິນ ເອົາໃຈໃສ່ຫຼາຍບັນຫາ

44

 

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງເງິນ ໃນວັນທີ 1 ກັນຍາ 2023 ໃຫ້ການຕ້ອນຮັບໂດຍ ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງເງິນ.

ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງ ຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 6 ເດືອນຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ແລະ ລົງເລິກເຖິງສະພາບການພັດທະນາດ້ານເສດຖະກິດຂອງເມືອງ ເປັນຕົ້ນແມ່ນ: ໄດ້ສຸມໃສ່ນໍາພາ – ຊີ້ນໍາການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງທີ່ຈໍາເປັນຢູ່ພາຍໃນເມືອງ ໂດຍໄດ້ຍົກລະດັບເສັ້ນທາງຮ່ອມບ້ານບີໝີ ສໍາເລັດ 100%, ທາງຮ່ອມບ້ານຂອນ, ບ້ານແກ້ວດອນຄູນ, ບ້ານນາຍາງຄໍາ ສໍາເລັດ 43% ແລະ ກໍ່ສ້າງຂົວຂ້າມນໍ້າເງິນບ້ານນາງົວ ສໍາເລັດ 55%; ໄດ້ນໍາພາປະຊາຊົນບ້ານເພຍງາມ ກໍ່ສ້າງເສັ້ນທາງເບຕົງທາງຮ່ອມ ມີຄວາມຍາວ 380 ແມັດ ສໍາເລັດ 65%; ສາມາດເກັບລາຍຮັບເຂົ້າງົບປະມານ ມາຮອດເດືອນ 8 ໄດ້ 5,5 ຕື້ກີບ ເທົ່າກັບ 86,7%, ປະຕິບັດລາຍຈ່າຍໄດ້ 1,8 ຕື້ກີບ ເທົ່າກັບ 71,7% ຂອງແຜນປີ.


ພ້ອມນີ້, ກໍໄດ້ຄຸ້ມຄອງຫົວໜ່ວຍທຸລະກິດຫັນເຂົ້າສູ່ການປະກອບພັນທະອາກອນແບບທັນສະໄໝ ( ລະບົບ TAXRIS ) ເຊິ່ງທົ່ວເມືອງມີຫົວໜ່ວຍທຸລະກິດທັງໝົດ 355 ຫົວໜ່ວຍ; ໃນນີ້ ໄດ້ເຂົ້າສູ່ລະບົບແລ້ວ 155 ຫົວໜ່ວຍ ເທົ່າກັບ 43,66%, ໄດ້ສຸມໃສ່ຊຸກຍູ້ການປູກພືດລະດູຝົນ ແລະ ເຂົ້ານາປີສໍາເລັດ 100%; ໃນນີ້ ເຂົ້ານາປີເນື້ອທີ່ 717,76 ເຮັກຕາ; ເຂົ້າເນີນສູງເນື້ອທີ່ 1.563,94 ເຮັກຕາ; ປູກພືດອຸດສາຫະກໍາ 7.978,95 ເຮັກຕາ ປະຕິບັດໄດ້ 104,16% ຂອງແຜນການ; ປູກພືດສະບຽງອາຫານ 736,45 ເຮັກຕາ ປະຕິບັດໄດ້ 103,73% ຂອງແຜນການ.


ຈາກນັ້ນ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງ ເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນແມ່ນເອົາໃຈໃສ່ຮັບປະກັນເຮັດໃຫ້ເມືອງມີຄວາມສະຫງົບປອດໄພຮອບດ້ານ, ປະຕິບັດວາລະແຫ່ງຊາດ ວ່າດ້ວຍຢາເສບຕິດໃຫ້ໄດ້ຮັບໝາກຜົນ ແລະ ແກ້ໄຂປາກົດການຫຍໍ້ທໍ້ອື່ນໆ ເຊັ່ນ: ບັນຫາການສູບຢາໄຟຟ້າ ແລະ ນໍ້າກະທ່ອມ, ສືບຕໍ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານ ຕໍ່ສະພາບຄວາມເປັນຈິງຂອງບ້ານເມືອງ ໂດຍສະເພາະແມ່ນບັນຫາເສດຖະກິດ – ການເງິນ, ສຸມໃສ່ຊີ້ນໍາການຜະລິດລະດູຝົນດ້ວຍການບົວລະບັດຮັກສາ ເພື່ອໃຫ້ໄດ້ຮັບຜົນຜະລິດສູງ, ສືບຕໍ່ເຝົ້າລະວັງການລະບາດຂອງພະຍາດຄົນ, ສັດ ແລະ ພືດ, ສືບຕໍ່ເກັບລາຍຮັບໃຫ້ໄດ້ຕາມແຜນການ, ຄຸ້ມຄອງລາຄາສິນຄ້າໃຫ້ຢູ່ໃນເກນປົກກະຕິ, ບໍ່ໃຫ້ກຸ່ມພໍ່ຄ້າ – ແມ່ຄ້າສວຍໂອກາດຂຶ້ນລາຄາຕາມອໍາເພີໃຈ, ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ, ກວດກາຄືນຄວາມພ້ອມໃຫ້ແກ່ການເປີດການຮຽນ – ການສອນ, ສັບຊ້ອນຄູສອນໃຫ້ມີຄວາມເໝາະສົມ ພ້ອມທັງແກ້ໄຂບັນຫານັກຮຽນປະລະການຮຽນ ແລະ ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ.

ໂອກາດດັ່ງກ່າວ, ກໍໄດ້ມອບເຂົ້າສານໜຽວໃຫ້ນ້ອງນັກຮຽນທີ່ຫ່າງໄກ ແລະ ດ້ອຍໂອກາດ ຈໍານວນ 2 ໂຕນ ແລະ ໄດ້ຢ້ຽມຢາມເບິ່ງການກໍ່ສ້າງທາງເບຕົງບ້ານເພຍງາມ ແລະ ເບິ່ງການປູກເຂົ້ານາປີຂອງປະຊາຊົນຕື່ມອີກ.