ມອບ – ໂອນວຽກ ຄຊກລ ໄປຂຶ້ນກັບກະຊວງການຕ່າງປະເທດ

73

 

ພິທີມອບ – ໂອນ ວຽກງານຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ( ຄຊກລ ) ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄປຂຶ້ນກັບ ກະຊວງການຕ່າງປະເທດ ໄດ້ມີຂຶ້ນໃນວັນທີ 1 ກັນຍາ ທີ່ກະຊວງການຕ່າງປະເທດ.

ໂດຍແມ່ນ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ກ່າວມອບ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ເປັນຜູ້ກ່າວຮັບ ໂດຍມີການນຳຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.


ເນື້ອໃນຂອງການມອບ – ໂອນ ແມ່ນການມອບໃນເບື້ອງຕົ້ນດ້ານໂຄງປະກອບການຈັດຕັ້ງ, ການລາຍງານ ແລະ ການຄຸ້ມຄອງ – ບໍລິຫານຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ( ຄຊກລ ) ທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນ.

ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ແມ່ນໜຶ່ງໃນບຸລິມະສິດຂອງລັດຖະບານ ສປປ ລາວ ແລະ ໄດ້ຖືກກຳນົດເຂົ້າໃນວາລະແຫ່ງຊາດສະເໝີມາ. ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການແກ້ບັນຫາລະເບີດບໍ່ທັນແຕກ ( ລບຕ ) ໄດ້ລິເລີ່ມນັບແຕ່ຫຼັງປະເທດຊາດຖືກປົດປ່ອຍ. ຈົນມາຮອດປີ 2004 ລັດຖະບານຈຶ່ງໄດ້ສ້າງຕັ້ງ ຄະນະກຳມະການຄຸ້ມຄອງແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ( ຄຊກລ ) ທີ່ປະກອບມີກະຊວງຂະແໜງການກ່ຽວຂ້ອງ ເພື່ອເປັນກົນໄກສູນກາງໃນການຄຸ້ມຄອງ, ຊີ້ນຳວຽກງານດັ່ງກ່າວໃຫ້ເປັນໄປຕາມເປົ້າໝາຍ ໂດຍໄດ້ມີການປັບປຸງກົນໄກດັ່ງກ່າວຢ່າງເປັນປະຈຳຄືທີ່ຜ່ານມາ ຄຊກລ ແມ່ນເຄີຍຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການສຳນັກງານນາຍົກລັດຖະມົນຕີ ເປັນຕົ້ນ ເຊິ່ງການປັບປຸງໂຄງຮ່າງການຈັດຕັ້ງຂອງວຽກງານ ລບຕ ດັ່ງກ່າວ ແມ່ນສິ່ງທີ່ຈຳເປັນທີ່ລັດຖະບານຕ້ອງໄດ້ທົບທວນການປະຕິບັດ ແລະ ປັບປຸງພັດທະນາໃຫ້ດີຂຶ້ນເລື້ອຍໆ ເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນແຕ່ລະໄລຍະ.