ເອຢິບ ລົງທຶນ 1,9 ຕື້ໂດລາ ຂຸດເຈາະສຳຫຼວດແກ໊ສທໍາມະຊາດ

23

ລັດຖະບານເອຢິບ ໄດ້ຖະແຫຼງການເມື່ອວັນທີ 29 ສິງຫາຜ່ານມາ ໂດຍປະກາດແຜນເຈາະຂຸມສຳຫຼວດແກ໊ສທໍາມະຊາດ 45 ຂຸມ ໃນທະເລເມດິເຕີເຣນຽນ ແລະ ສາມຫຼ່ຽມປາກແມ່ນໍ້າໄນລ໌ ດ້ວຍເງິນລົງທຶນ 1,9 ຕື້ໂດລາ ໃນໄລຍະແຕ່ນີ້ຈົນເຖິງກາງປີ 2025.

ແຜນການນີ້ ແມ່ນລວມເຖິງການຂຸດເຈາະ 10 ຂຸມ ໃນລະ ຫວ່າງເດືອນກໍລະກົດປີ 2022 ເຖິງເດືອນມິຖຸນາປີນີ້ ສົ່ງຜົນໃຫ້ມີການຄົ້ນພົບແຫຼ່ງແກ໊ສຂະໜາດໃຫຍ່ ເຊິ່ງ ທ່ານ Tarek El-Molla ລັດຖະມົນຕີກະຊວງຊັບພະຍາກອນປຣີໂຕຣຽມ ແລະ ແຮ່ທາດ ກໍໄດ້ກ່າວໃນພື້ນທີ່ສຳປະທານໃນທະເລເມດິເຕີເຣນຽນ ຢູ່ນອກຊາຍຝັ່ງ ເມືອງ Nargis ແຂວງ North Sinai ວ່າມີປະລິມານສຳຮອງແກ໊ສເພີ່ມຕື່ມອີກ 2,5 ລ້ານໆລູກບາດຟຸດ ( 1 ລູກບາດຟຸດ ເທົ່າກັບ 0,0283 ແມັດກ້ອນ ).

ທ່ານ Tarek El-Molla ຍັງເປີດເຜີຍວ່າ: ໃນສົກປີ 2023 – 2024 ແລະ 2024 – 2025 ຈະມີການຂຸດເຈາະຂຸມສຳຫຼວດທັງໝົດ 35 ຂຸມ ດ້ວຍເງິນລົງທຶນ 1,5 ຕື້ໂດລາ. ນອກນີ້, ເອຢິບ ຍັງມີແຜນທີ່ຈະເຈາະ 25 ຂຸມ ໃນເຂດພື້ນທີ່ຂຸດຄົ້ນບໍ່ແຮ່ Zohr ໃນທະເລເມດິເຕີເຣນຽນ ແນໃສ່ເພີ່ມກຳລັງການຜະລິດເປັນ 2,2 ຕື້ແມັດກ້ອນຕໍ່ວັນ.

ໃນຂະນະດຽວກັນ, British Petroleum ( BP ) ບໍລິສັດພະລັງງານຍັກໃຫຍ່ລະດັບໂລກ ກຳລັງວາງແຜນທີ່ຈະລົງທຶນ 3,5 ຕື້ໂດລາ ໃນການສຳຫຼວດ ແລະ ພັດທະນາແກ໊ສທໍາມະຊາດໃນເອຢິບ ໃນອີກ 3 ປີຕໍ່ໜ້າ.

ລາຍງານຍັງລະບຸວ່າ: ລາຍໄດ້ຈາກການສົ່ງອອກແກ໊ສຂອງເອຢິບ ເພີ່ມຂຶ້ນ 8 ເທົ່າ ນັບຕັ້ງແຕ່ປີ 2014, ເອຢິບ ຍັງຕັ້ງເປົ້າໝາຍຈະເປັນຜູ້ຈັດຫາແກ໊ສລາຍໃຫຍ່ໄປຍັງເອີຣົບ ໂດຍສະເພາະໃນທ່າມກາງວິກິດການດ້ານພະລັງງານໃນປັດຈຸບັນ.

ນອກນີ້, ກໍຍັງມີຄາດການວ່າ: ເອຢິບຈະຜະລິດແກ໊ສທໍາມະຊາດແຫຼວ “ Liquefied Natural Gas ” ( LNG ) ປະມານ 8 ລ້ານໂຕນໃນປີນີ້ ຫຼັງຈາກຄົ້ນພົບແຫຼ່ງແກ໊ສແຫ່ງໃໝ່ໃນພື້ນທີ່ Nargis ເມື່ອເດືອນມັງກອນທີ່ຜ່ານມາ. ການສົ່ງອອກ LNG ຂອງເອຢິບເຕີບໂຕ 14% ເມື່ອທຽບເປັນລາຍປີ ເປັນ 7,5 ລ້ານໂຕນ ໃນປີ 2022.