ຕວັກກີ ຄຸມເຂັ້ມດ້ານການເງິນ ເພື່ອສະຖຽນລະພາບດ້ານລາຄາ

34

ເວັບໄຊສຳນັກຂ່າວ hurriyetdailynews.com ຂອງຕວັກກີ ລາຍງານວ່າ: ຄະນະກຳມະການເສດຖະກິດຂອງປະເທດ ໄດ້ມີຖະແຫຼງການວ່າ ການສ້າງສະຖຽນລະພາບດ້ານລາຄາ ຍັງເປັນສິ່ງສຳຄັນທີ່ສຸດສຳລັບລັດຖະບານ ເຊິ່ງສະມາຊິກຂອງຄະນະກຳມະການ ໄດ້ຫາລືລາຍລະອຽດຂອງໂຄງການໄລຍະກາງທີ່ສຳຄັນ ທີ່ກຳລັງຈະປາກົດໃຫ້ເຫັນໃນປີນີ້.

ຖະແຫຼງການນີ້, ໄດ້ມີຂຶ້ນພາຍຫຼັງກອງປະຊຸມຄະນະກຳມະການປະສານງານດ້ານເສດຖະກິດ ເຊິ່ງມີ ທ່ານ Cevdet Yılmaz ຮອງປະທານາທິບໍດີ ເປັນປະທານ; ມີລັດຖະມົນຕີກະຊວງການເງິນ, ທ່ານ ລັດຖະມົນຕີກະຊວງແຮງງານ,  ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຜູ້ວ່າການທະນາຄານກາງຂອງຕວັກກີ ເຂົ້າຮ່ວມ.

ໃນຖະແຫຼງການລະບຸວ່າ: ການເຂັ້ມງວດທາງການເງິນ ມີເປົ້າໝາຍທີ່ຈະຄວບຄຸມພຶດຕິກຳການກຳນົດລາຄາໃຫ້ຕໍ່າລົງ ເພື່ອຍືດການຄາດການກ່ຽວກັບເງິນເຟີ້, ກຳນົດແນວທາງການເຮັດໃຫ້ເງິນເຟີ້ຫຼຸດລົງໂດຍໄວທີ່ສຸດ ແລະ ຫຼຸດອັດຕາເງິນເຟີ້ໃຫ້ເຫຼືອເລກຫຼັກດຽວໃນໄລຍະກາງ ແຕ່ປີ 2024 – 2026.

ນອກຈາກມາດຕະການທີ່ກ່ຽວຂ້ອງກັບສະຖຽນລະພາບດ້ານລາຄາແລ້ວ, ຂັ້ນຕອນທີ່ກຳນົດ ແລະ ມີປະສິດທິພາບ ຈະຍັງສືບຕໍ່ດຳເນີນຕໍ່ໄປ ພາຍໃຕ້ຂອບເຂດຂອງນະໂຍບາຍທີ່ໃຫ້ ຄວາມສຳຄັນກັບການລົງທຶນ, ການຈ້າງງານ, ການຜະລິດ ແລະ ການສົ່ງອອກ.

ຄະນະກຳມະການ ຍັງໄດ້ຫາລືກ່ຽວກັບການຄາດການຂອງເສດຖະກິດມະຫາພາກ ແລະ ການປະຕິຮູບໂຄງສ້າງ ລໍາດັບ ຄວາມສຳຄັນທີ່ຈະລວມຢູ່ໃນໂຄງການໄລຍະກາງ.