ປກສ ແຂວງອຸດົມໄຊ ທໍາລາຍອຸປະກອນການພະນັນທີ່ຕ້ອງຫ້າມຫຼາຍປະເພດ

15

ໃນວັນທີ 28 ສິງຫາ 2023 ຜ່ານມາ, ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ມີພິທີຈູດທໍາລາຍຂອງກາງຄະດີປະເພດອຸປະກອນການພະນັນທີ່ຕ້ອງຫ້າມຫຼາຍລາຍການ ເຊິ່ງອຸປະກອນການພະນັນຈໍານວນດັ່ງກ່າວ ແມ່ນເຈົ້າໜ້າທີ່ກົມຕໍາຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງມ້າງເປົ້າໝາຍ ໃນວັນທີ 28 ກໍລະກົດ 2023 ທີ່ຜ່ານມາ.

อาจเป็นรูปภาพของ 1 คน

ໂດຍໄດ້ລົງມ້າງເປົ້າໝາຍທີ່ມີການບໍລິການຫຼິ້ນການພະນັນຢູ່ 4 ຈຸດໃນຂອບເຂດເທດສະບານເມືອງໄຊ ແຂວງອຸດົມໄຊ, ໃນນັ້ນຢູ່ຫົວໜ່ວຍທຸລະກິດໂຮງແຮມ 3 ຈຸດ, ສາມາດກັກຕົວເປົ້າໝາຍທີ່ມີສ່ວນກ່ຽວຂ້ອງໃຫ້ການບໍລິການຫຼິ້ນການພະນັນ (ຕູ້ເກມໄຟຟ້າ) ໄດ້ 5 ຄົນ ພ້ອມທັງຢຶດຂອງກາງອຸປະກອນການພະນັນອີກຫຼາຍປະເພດ.

อาจเป็นรูปภาพของ ข้อความ

ເຊິ່ງອຸປະກອນການພະນັນຈຳນວນດັ່ງກ່າວທີ່ຍຶດມາໄດ້ແມ່ນປະກອບມີ: ໂຕະ 3 ໜ່ວຍ, ຕູ້ເກມ 3 ໜ່ວຍ, ໜ້າຈໍ 66 ເຄື່ອງ, ເຕົາໝູນ 2 ເຕົາ, ໄພ້ 8 ແກັດ, ຕູ້ປາ ແລະ ຕູ້ປາສະລັອດ 6 ໜ່ວຍ, ໂຕະແຈກໄພ້ 9 ໂຕະ, ໂຕະເກມຍິງປາ 3 ຊຸດ, ໂຕະເກມເສືອ-ມັງກອນ ຫຼົງຟູ 2 ໂຕະ, ໂຕະການພະນັນໝາຈຽງ ຫຼື ໄພ້ນົກກະຈອກ 2 ຊຸດ, ຕູ້ຢອດຫຼຽນ 3 ຕູ້, ໂຕະໄພ້ໝາກກະຈອກ 1 ໂຕະ ແລະ ຂອງກາງກ່ຽວຂ້ອງອື່ນໆອີກຈໍານວນໜຶ່ງ.

อาจเป็นรูปภาพของ เงิน, กล่องไม้ขีด และ ข้อความ

ໂດຍ: ວາລະສານປ້ອງກັນຄວາມສະຫງົບ