ຮອງປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບ້ານລະຫານ້ຳ

66

 

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 27 – 28 ສິງຫາ 2023, ໃນໂອກາດນີ້ໄດ້ລົງເຄື່ອນໄຫວ ພົບປະຢ້ຽມຢາມອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ພ້ອມທັງຕິດຕາມສະພາບການແກ້ໄຂຜົນກະທົບຈາກໄພນໍ້າຖ້ວມທີ່ເມືອງສອງຄອນ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະການນໍາຂອງແຂວງ ແລະ ເມືອງ ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ.

ທ່ານ ພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນໍ້າຖ້ວມພາຍໃນເມືອງ ໃຫ້ໄດ້ຮູ້ວ່າ: ສະພາບການນໍ້າຖ້ວມຢູ່ເມືອງສອງຄອນ ໄດ້ເກີດຂຶ້ນໃນລະຫວ່າງຕົ້ນເດືອນສິງຫາ 2023 ເຊິ່ງທາງເມືອງ ກໍໄດ້ປະຊາສໍາພັນໃຫ້ປະຊາຊົນແຕ່ລະກຸ່ມບ້ານ, ບ້ານທີ່ອາໄສຢູ່ຕາມແຄມນໍ້າເຊ ທີ່ມີຄວາມສ່ຽງໃຫ້ເຝົ້າລະວັງ ແລະ ຕິດຕາມສະພາບນ້ຳຖ້ວມຢ່າງຕໍ່ເນື່ອງ ພ້ອມທັງໃຫ້ເຄື່ອນຍ້າຍວັດຖຸເຄື່ອງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ມີ ຄວາມປອດໄພ. ກະກຽມກຳລັງພົນ ແລະ ອຸປະກອນຮັບໃຊ້, ກະກຽມຈຸດພັກເຊົາສຸກເສີນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ 4 ຈຸດ.


ພາຍໃນເມືອງມີບ້ານທີ່ມີ ຄວາມສ່ຽງສູງຕໍ່ກັບໄພພິບັດນ້ຳຖ້ວມ ຈຳນວນ 19 ບ້ານ ທີ່ຕັ້ງຢູ່ແຄມສາຍເຊບັ້ງຫຽງ, ນ້ຳຖ້ວມເນື້ອທີ່ທາງດ້ານກະສິກຳ ມີ 5 ບ້ານ ມີ 1.397 ຄອບຄົວ, ເນື້ອທີ່ຖືກຖ້ວມມີ 700 ກວ່າເຮັກຕາ, ນໍ້າຖ້ວມທາງເຂົ້າບ້ານ ຈຳນວນ 2 ເສັ້ນ ຄື: ແຕ່ບ້ານດົງສະຫວ່າງ ຫາ ດອນຍາໂນງ ເມືອງຊົນນະບູລີ ມີຄວາມຍາວ 100 ແມັດ ແລະ ແຕ່ທາງແວ່ສາມແຍກບ້ານລະຫານ້ຳ ໄປຫາ ທ່າບັກຂ້າມບ້ານສອງຄອນ ຄວາມຍາວ 100 ແມັດ, ພ້ອມນີ້ກໍຍັງມີເສັ້ນທາງຫຼັກຈຳນວນໜຶ່ງທີ່ມີການເປ່ເພ ເຮັດໃຫ້ການໄປ – ມາພົບຄວາມຫຍຸ້ງຍາກ.

ໂອກາດນີ້, ທ່ານຮອງປະທານປະເທດ ກໍໄດ້ສະແດງ ຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທັງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳພັກ ແລະ ລັດຖະບານ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນອົງການຈັດຕັ້ງສັງຄົມ ທີ່ໄດ້ເປັນເຈົ້າການເອົາໃຈໃສ່ຮ່ວມກັນແກ້ໄຂຕໍ່ສະພາບບັນຫາທີ່ເກີດຂຶ້ນດ້ວຍຄວາມຮັບຜິດຊອບ. ພ້ອມນີ້ ກໍໃຫ້ສືບຕໍ່ໃນການຊ່ວຍເຫຼືອປັບປຸງພື້ນຖານໂຄງລ່າງ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ ໂດຍອີງໃສ່ທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອໃຫ້ປະຊາຊົນໄດ້ທໍາການຜະລິດ ເຮັດໃຫ້ການຟື້ນຟູຊີວິດການເປັນຢູ່ເຂົ້າສູ່ສະພາບປົກກະຕິໂດຍໄວ, ຕະຫຼອດຮອດການກະກຽມພື້ນຖານໂຄງລ່າງທາງດ້ານການສຶກສາໃຫ້ແກ່ການໄຂສົກຮຽນໃໝ່ ແລະ ການຮັກສາສຸຂະພາບ, ຈາກນີ້ກໍຕ້ອງເພີ່ມທະວີຄວາມຮັບຜິດຊອບເປັນເຈົ້າການສືບຕໍ່ໃນການນໍາພາ – ຊີ້ນໍາປະຊາຊົນ ແລະ ເຝົ້າລະວັງຕໍ່ສະພາບບັນຫາໄພພິບັດທາງດ້ານທໍາມະຊາດທີ່ອາດເກີດຂຶ້ນໃນຕໍ່ໜ້ານຳອີກ.


ໃນການລົງພົບປະຢ້ຽມຢາມຄັ້ງນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອ ເຊິ່ງປະກອບມີທັງເຄື່ອງບໍລິໂພກ – ອຸປະໂພກ, ຢາປົວພະຍາດ, ແນວພັນເຂົ້າ 500 ກິໂລ, ເຂົ້າສານຈຳນວນ 3 ໂຕນ ແລະ ອຸປະກອນການສຶກສາ ພ້ອມທັງເງິນສົດ ລວມມູນຄ່າ 90 ລ້ານກີບ ມອບໃຫ້ແກ່ເມືອງສອງຄອນ ແລະ ພໍ່ແມ່ປະຊາຊົນຊາວບ້ານລະຫານ້ຳ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ຈາກນັ້ນ, ທາງຄະນະການນຳຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ສືບຕໍ່ເດີນທາງໄປຢ້ຽມຢາມກຸ່ມຕໍ່າແຜ່ນແພລາວບ້ານລະຫານໍ້າ ເຊິ່ງເປັນກຸ່ມທີ່ຜະລິດຜ້າຝ້າຍຍ້ອມຄາມທໍາມະຊາດ ທີ່ມີເອກະລັກສະເພາະ ແລະ ສ້າງຊື່ສຽງໃຫ້ແກ່ເມືອງ ແລະ ແຂວງ, ໃນນີ້ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ຮັບປາກມອບທຶນສົມທົບຈໍານວນ 100 ລ້ານກີບ ເພື່ອປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ກຸ່ມການຜະລິດດັ່ງກ່າວ.

ວາລະຕໍ່ມາ, ກໍໄດ້ໄປຕິດຕາມຄວາມຄືບໜ້າໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ທີ່ຫົວງານຊົນລະປະທານບ້ານລະຫານໍ້າ ເຊິ່ງເປັນໂຄງການທຶນກູ້ຢືມຈາກທະນາຄານຂາອອກ – ຂາເຂົ້າ ສ.ເກົາຫຼີ ມູນຄ່າ 46 ລ້ານໂດລາສະຫະລັດ ເຊິ່ງກິດຈະກໍາຫຼັກຂອງໂຄງການ ແມ່ນກໍ່ສ້າງລະບົບສົ່ງນໍ້າ, ກໍ່ສ້າງເສັ້ນທາງຂົນສົ່ງສິນຄ້າກະສິກໍາ, ບຸກເບີກປັບພື້ນທີ່ນາເປັນນາໄຮ່ໃຫຍ່, ປັບປຸງເສັ້ນທາງຊົນນະບົດ, ກໍ່ສ້າງສູນພັດທະນາເຕັກນິກກະສິກໍາຊຸມຊົນ ແລະ ກໍ່ສ້າງໂຮງສີເຂົ້າທັນສະໄໝ. ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນການທີ່ວາງໄວ້ ກໍຄືໃຫ້ທັນກັບການຜະລິດລະດູແລ້ງຂອງປະຊາຊົນໃນປີ 2024.