ແພຣວາ ສາວຍິມນາສຕິກລາວ ຄວ້າອັນດັບທີ 77 ຍິມນາສຕິກ ຊີງແຊັມໂລກ 2023

51

ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ນັກກີລາຍິມນາສຕິກອະນານຄົດໄກຂອງ ສປປ ລາວ ສາມາດປະຫວັດສາດເປັນຄົນລາວຄົນທໍາອິດທີ່ໄດ້ເຂົ້າຮ່ວມ ຍິມນາສຕິກ ປະເພດລີລາ ຊີງແຊັມໂລກ ຄັ້ງທຳອິດ ລາຍການ Rhythmic Gymnastics World Championships ຄັ້ງທີ 40 ຈັດຂຶ້ນໃນລະຫວ່າງວັນທີ 23–28 ສິງຫາ 2023 ທີ່ເມືອງບາເລນເຊຍ ປະເທດແອັສປາຍ ສາມາດຈົບອັນດັບທີ 77ຈາກຈຳນວນ 232 ຄົນ ຈາກ 62 ປະເທດ ເຂົ້າຮ່ວມຊີງໄຊ.

ນ້ອງ ແພຣວາ ມິຊາໂຕະ ພິລາພັນເດຊ ລວມທຸກອຸປະກອນ All round result ໄດ້ 71 ຄະແນນ ຈົບອັນດັບທີ 77 ຈາກທັງໝົດ 82 ຄົນເຂົ້າຮ່ວມ, ຄະແນນສະແດງລີລາກັບໝາກບານ (Ball) ໄດ້ 24.050 ຄະແນນ ອັນດັບ 74, ສະແດງປະກອບບ້ວງ (Hoops) ໄດ້ 22.300 ຄະແນນ ອັນດັບ 80, ສະແດງປະກອບໄມ້ຫລິ້ນມາຍາກົນ (Clubs) ໄດ້ 23.950 ຄະແນນ ອັນດັບ 75 ແລະ ສະແດງປະກອບຣິບບິນ (Ribbon) ໄດ້ ຄະແນນ 23.000 ອັນດັບ 72.

ກ່ອນໜ້ານີ້ ສະຫະພັນຍິມນາສະຕິກແຫ່ງຊາດລາວ (LGF) ໄດ້ຮັບການຢືນຢັນຈາກທາງ ສະຫະພັນຍິມນາສະຕິກໂລກ (FIG) ຢ່າງເປັນທາງການ ສາມາດສົ່ງນັກກິລາຍິມນາສະຕິກທີມຊາດລາວ ກໍຄື ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສະຕິກປະເພດຍິມນາສະຕິກລີລາ (Rhythmic Gymnastics) ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນລາຍການ ຍິມນາສະຕິກ ຊີງແຊັມໂລກ ຫຼື ລາຍການ40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ລະຫວ່າງວັນທີ 23-28 ສິງຫາ 2023 ເພື່ອຄັດເລືອກນັກກີລາຮ່ວມງານກີລາໂອແລມປິກສາກົນ (Olympic Paris 2024) ທີ່ປະເທດຝຣັ່ງ.