ໄດ້ແລ້ວ 4 ທີມສຸດທ້າຍບານເຕະຊີງຂັນ ສຕລ ປະຈໍາປີ 2023 ຮຸ່ນອາຍຸບໍ່ເກີນ 15 ປີ

43

ໄດ້ແລ້ວ 4 ທີມສຸດທ້າຍທີ່ສາມາດຜ່ານເຂົ້າຮອບຮອງຊະນະເລີດໃນການແຂ່ງຂັນບານເຕະເຍົາວະຊົນລາຍການ ຊີງຂັນ ສຕລ ປະຈໍາປີ 2023 ຮຸ່ນອາຍຸບໍ່ເກີນ 15 ປີ ( ຊີງຂັນ ສຕລ ປະຈໍາປີ 2023 ຮຸ່ນອາຍຸບໍ່ເກີນ 15 ປີ ) ເຊິ່ງຫຼັງຈົບການແຂ່ງຂັນນັດສຸດທ້າຍຮອບທໍາອິດເມື່ອວັນທີ 26 ສິງຫາ 2023 ກໍມີການຈັບສະຫຼາກປະກົບຄູ່ການແຂ່ງຂັນດັ່ງນີ້:

+ວັນອັງຄານທີ 29 ສິງຫາ 2023:
-ເວລາ 16:00 ຊ້າງນ້ອຍ ພົບ ເອສະຣາ ແຂ່ງຂັນທີ່ສະໜາມກີລາຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1
– ເວລາ 16:00 ນໍ້າທາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະໜາມກີລາຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ສະໜາມ 2

ສໍາລັບ ລາຍການນີ້ມີ 8 ສະໂມສອນເຂົ້າຮ່ວມ ເຊິ່ງເປັນຮຸ່ນອາຍຸບໍ່ 15 ປີຂອງສະໂມສອນໃນເປບຊີ ລາວລີກ 1 ເຊິ່ງຮູບແບບການແຂ່ງຂັນແຂ່ງພົບກັນໝົດ ຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ ພ້ອມທັງຈັກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.

ສ່ວນຜົນງານຮອບທໍາອິດຂອງທັງ 4 ທີມທີ່ສາມາດຜ່ານເຂົ້າຮອບຮອງຊະນະເລີດມີດັ່ງນີ້:
1.ຊ້າງນ້ອຍ ເອັຟຊີ ລົງສະໜາມ 7 ນັດຊະ 6 ນັດ ແລະ ເສຍ 1 ນັດມີ 18 ຄະແນນຢຶດທີມນໍາ
2.ນໍ້າທາ ຢູໄນເຕັດ ລົງສະໜາມ 7 ນັດຊະນະ 5 ແລະ ສະເໝີ 2 ນັດມີ 17 ຄະແນນຢູ່ອັນດັບທີ 2
3.ຈໍາປາສັກ ເອັຟຊີ ລົງສະໜາມ 7 ນັດຊະນະ 4, ສະເໝີ 2 ແລະ ເສຍ 1 ນັດມີ 14 ຄະແນນຢູ່ທີ 3
4.ເອສະຣາ ເອັຟຊີ ລົງສະໜາມ 7 ນັດຊະນະ 4 ແລະ ເສຍ 3 ນັດມີ 12 ຄະແນນຢູ່ທີ 4
ຂ່າວ: Larh Creators; ຮູບຈາກ: ສຕລ