ແລັບດອກ ຄອງຂັນແຊັມດອກປີກໄກ່ທົ່ວປະເທດ ຄັ້ງທີ 22 ຊີງຂັນທ່ານປະທານສະພາ 2023

40

ສະໂມສອນ ແລັບດອກ ຄອງຂັນແຊັມດອກປີກໄກ່ທົ່ວປະເທດ ຄັ້ງທີ 22 ຊີງຂັນທ່ານປະທານສະພາ 2023 (22nd Beer Lao Badminton Championship 2023 Presented by Lao Brewery Company) ລະຫວ່າງວັນທີ 23-16 ສິງຫາ 2023 ທີ່ສະໂມສອນ ດອກປີກໄກ່ ເສດຖາ, ເຂດບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຫຼັງກວາດແຊັມໄດ້ເຖິງ 8 ລາຍການຈາກທັງໝົດ 13 ລາຍການ.

ພິທີປິດການແຂ່ງຂັນໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ Henrik Andersen ຜູ້ອຳນວຍການ ເບຍລາວ ຈຳກັດ ແລະ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ-ເລຂາທິການ ສະຫະພັນດອກປີກໄກ່ແຫ່ງຊາດລາວ, ພ້ອມດ້ວຍແຂກຮັບເຊີນ ແລະ ນັກກິລາເຂົ້າຮ່ວມ.

ສໍາລັບ ລາຍການນີ້ມີນັກກີລາເຂົ້າຮ່ວມເຖິງ 324 ຄົນ, ຍິງ 47 ຄົນ ຈາກ 24 ພາກ ສ່ວນ, ໃນນັ້ນມີ 5 ແຂວງ ຄື: ຈໍາປາສັກ, ສະຫວັນນະເຂດ, ຄຳມ່ວນ, ຫຼວງພະບາງ ແລະ ອຸດົມໄຊ, ລວມເຖີງນັກກິລາຈາກບັນດາສະ ໂມສອນອ້ອມຂ້າງສູນກາງ ແລະ ນັກກິລາອິດສະລະທີ່ບໍ່ມີສັງກັດເຂົ້າຮ່ວມແຂ່ງຂັນ, ມີຊີງໄຊທັງໝົດ 13 ລາຍການ, ຊີງເງິນລາງວັນລວມທັງໝົດ 146 ລ້ານກວ່າກີບ ໂດຍບໍລິສັດ ເບຍລາວ ຈໍາກັດ ສະໜັບສະໜູນຫຼັກເຖິງ 362 ລ້ານກີບ.
ຜ່ານການແຂ່ງຂັນປາກົດວ່າ:
1. ລາຍການ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 18 ປີ
– ອັນດັບທີ 1: ທ້າວ ໄຊຍະສອນ ແກ້ວໄຊ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ມານະສິນ ຈິດຕະສີ (ສະໂມສອນ LGB)

2. ລາຍການ ດ່ຽວເຍົາວະຊົນຍິງ ອາຍຸບໍ່ເກີນ 18 ປີ
– ອັນດັບທີ 1: ນາງ ອັດຈິມາ ພິຈິດ (ສະໂມສອນ ເຟຣນຊິບ)
– ອັນດັບທີ 2: ນາງ ພຸດທິດາ ມະນີວັນ (ສະໂມສອນ LGB)

3. ລາຍການ ຄູ່ເຍົາວະຊົນປະສົມ 18 ປີ
– ອັນດັບທີ 1: ທ້າວ ໄຊຍະສອນ (ສະໂມສອນ ແລັບດອກ) + ນາງ ອັດຈິມາ (ສະໂມສອນ ເຟຣນຊິບ)
– ອັນດັບທີ 2: ທ້າວ ສົມໃຈ + ນາງ ສຸດທິດາ (ສະໂມສອນ ແລັບດອກ)
4. ລາຍການ ຄູ່ເຍົາວະຊົນຊາຍ ອາຍຸບໍ່ເກີນ 18 ປີ
– ອັນດັບທີ 1: ທ້າວ ພູບັນດິດ + ທ້າວ ທະວັດສິນ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ຊະນະ + ທ້າວ ມານະສິນ (ສະໂມສອນ LGB)

5. ລາຍການ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 15 ປີ
– ອັນດັບທີ 1: ທ້າວ ອາທິວັດ ອຸດົມສະຫວັດ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ສຸພະໄຊ ສິມມະວົງ (ສະໂມສອນ ກັບຕັນ-ວິນເນີ)

6. ລາຍການ ດ່ຽວເຍົາວະຊົນຊາຍ-ຍິງອາຍຸບໍ່ເກີນ 12 ປີ
– ອັນດັບທີ 1: ທ້າວ ທອງປັນຍາ ສຸວັນມະນີ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ບຸນທະວີ (ສະໂມສອນ ແລັບດອກ)

7. ລາຍການ ຄູ່ຊາຍທົ່ວໄປ
– ອັນດັບທີ 1: ທ້າວ ນາມບຸນ + ທ້າວ ດາວມີໄຊ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ອານາຈັກ + ທ້າວ ວັນມະແອນ (ສະໂມສອນ ແລັບດອກ)

8.ລາຍການ ຊາຍດ່ຽວທົ່ວໄປ
– ອັນດັບທີ 1: ທ້າວ ພອນສັກ ໂຊກທະວີ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ສາຍຟ້າ ສິຣິວົງ (ສະໂມສອນ ແລັບດອກ)

9. ລາຍການ ຄູ່ຍິງທົ່ວໄປ
– ອັນດັບທີ 1: ນາງ ວິລະກອນ (ສະໂມສອນ ກັບຕັນ-ວິນເນີ້) + ນາງ ເພັດມະນີ (ສະໂມສອນ LVB)
– ອັນດັບທີ 2: ນາງ ທິດາຈັນ + ນາງ ພຸດສະຫວັນ (ສະໂມສອນ ແລັບດອກ)

10. ລາຍການ ຄູ່ປະສົມທົ່ວໄປ
– ອັນດັບທີ 1: ທ້າວ ພອນສັກ (ສະໂມສອນ ແລັບດອກ) + ນາງ ເພັດມະນີ (ສະໂມສອນ LVB)
– ອັນດັບທີ 2: ທ້າວ ນາມບຸນ + ນາງ ທິດາຈັນ (ສະໂມສອນ ແລັບດອກ)

11. ລາຍການ ຄູ່ສະໝັກຫລິ້ນຊາຍ
– ອັນດັບທີ 1: ທ້າວ ໄຊຍະລາດ (ສະໂມສອນ ກັບຕັນ-ວິນເນີ) + ທ້າວ ທະນົງສັກ (ສະໂມສອນ ສີໄຄ)
– ອັນດັບທີ 2: ທ້າວ ໄຊປະເສີດ + ທ້າວ ສຸລິໄຊ (ສະໂມສອນ LVB)

12. ລາຍການ ຄູ່ສະໝັກຫຼິ້ນຊາຍອາຍຸລວມ 70 ປີ ຂຶ້ນໄປ
– ອັນດັບທີ 1: ທ້າວ ທະນົງສັກ + ທ້າວ ອານິລຸດ (ສະໂມສອນ ສີໄຄ)
– ອັນດັບທີ 2: ທ້າວ ເມກສະຫວ່າງ (ສະໂມສອນ NewPay) + ທ້າວ ໂຍທິນ (ສະໂມສອນ ສີໄຄ)

13. ລາຍການ ຄູ່ອາວຸໂສຊາຍອາຍຸລວມ 80 ປີ ຂຶ້ນໄປ
– ອັນດັບທີ 1: ທ່ານ ອິນແປງ + ທ່ານ ຈັນທະລາດ (ສະໂມສອນ Skyline)
– ອັນດັບທີ 2: ທ່ານ ໂກສິນ+ທ່ານ ຄໍາຜາຍ (ສະໂມສອນ ມັນທາຕຸລາດ)
ຂ່າວ-ຮູບຈາກ: Larh Creators