ມີເງິນກ້ອນໜຶ່ງ ເຮົາຄວນໃຊ້ໜີ້ກ່ອນ ຫຼື ລົງທຶນກ່ອນ

156

ປັດຈຸບັນສັງຄົມມັກຖາມກັນວ່າ: ມີວຽກ, ມີລົດ ແລະ ມີເຮືອນແລ້ວບໍ ເຊິ່ງເປັນຄໍາຖາມຍອດນິຍົມຂອງສັງຄົມໃນຍຸກນີ້ ເນື່ອງຈາກວິກິດໂຄວິດ – 19 ແລະ ວິກິດເສດຖະກິດຕົກຕ່ຳ ເຮັດໃຫ້ຄົນສ່ວນຫຼາຍຕ້ອງຖືເງິນສົດໄວ້ ແລະ ຫຼີກລ່ຽງການເປັນໜີ້ ເພາະບໍ່ຮູ້ວ່າດົນປານໃດສະພາບເສດຖະກິດຈະກັບມາເປັນຄືເກົ່າ. ສະນັ້ນ, ຖ້າທຸກຄົນມີເງິນຢູ່ກ້ອນໜຶ່ງກໍຄົງຈະເຄີຍມີຄຳຖາມໃນໃຈວ່າ: “ ເຮົາຄວນໃຊ້ໜີ້ກ່ອນ ຫຼື ນໍາໄປລົງທຶນ ”. ຕໍ່ກັບບັນຫາດັ່ງກ່າວ ມື້ນີ້ເຮົາກໍມີຄຳແນະນຳດີໆມາຝາກທ່ານຜູ້ອ່ານ ເພື່ອເປັນການແລກປ່ຽນ ຫຼື ເປັນຄວາມຮູ້ນຳໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດກັບຕົວເອງ ດັ່ງລຸ່ມນີ້:

▶ ຄວນໃຊ້ໜີ້ກ່ອນ: ຫາກຄິດວ່າເງິນກ້ອນທີ່ມີນັ້ນ ສາມາດໃຊ້ໜີ້ໄດ້ໝົດບາດດຽວ ກໍຄວນຈະຊໍາລະໜີ້ໃຫ້ແລ້ວກ່ອນ ເພື່ອຈະບໍ່ໄດ້ມີພາລະໃນການຈ່າຍດອກເບ້ຍ, ແຕ່ຖ້າໃຊ້ໜີ້ພຽງບາງສ່ວນກໍຕ້ອງເບິ່ງວ່າມັນຈະກຸ້ມຄ່າ ຫຼື ບໍ່ ໂດຍສະເພາະແມ່ນໜີ້ບັດເຄຣ ດິດ ເມື່ອໄດ້ຮັບເງິນເດືອນ ຫຼື ມີເງິນເຂົ້າມາໃນບັນຊີ ກໍຄວນຊໍາລະໜີ້ກ່ອນ ເພື່ອຈະບໍ່ໄດ້ຈ່າຍດອກເບ້ຍສູງ ແລ້ວນໍາເງິນສ່ວນທີ່ເຫຼືອໄປລົງທຶນ. ສໍາລັບການບໍລິຫານໜີ້ຂອງແຕ່ລະຄົນອາດຈະແຕກຕ່າງກັນ, ແຕ່ເຮົາສາມາດຄິດໄລ່ອັດຕາດອກເບ້ຍໄດ້ດ້ວຍຕົນເອງດ້ວຍວິທີດັ່ງນີ້:
– ຄິດໄລ່ແບບລົບຕົ້ນທຶນ ແລະ ດອກເບ້ຍ: ໝາຍເຖິງການຜ່ອນຊໍາລະໃນແຕ່ລະງວດ ເຮັດໃຫ້ຕົ້ນທຶນ ແລະ ດອກເບ້ຍຫຼຸດລົງຕາມຄວາມສາມາດຈ່າຍຕົວຈິງ ເຊັ່ນ: ທີ່ຢູ່ອາໄສ, ຊໍາລະໜີ້ຈາກການກູ້ຢືມທະນາຄານ ຫຼື ສະຖາບັນການເງິນ, ໜີ້ບັດເຄຣດິດ ແລະ ອື່ນໆ.

– ຄິດໄລ່ອັດຕາດອກເບ້ຍແບບຄົງທີ່: ການຄິດໄລ່ແບບນີ້ສ່ວນໃຫຍ່ຈະເປັນປະເພດອຸປະກອນ – ເຄື່ອງຮັບໃຊ້ຕ່າງໆ ທີ່ສະຖາບັນການເງິນແຈ້ງໃຫ້ລູກຄ້າຊໍາລະໃນແຕ່ລະງວດພ້ອມກັບຕົ້ນທຶນ; ເຖິງວ່າຈະຈ່າຍໃນແຕ່ລະງວດຫຼາຍປານໃດ ດອກເບ້ຍກໍຍັງຄົງສໍ່າເກົ່າ. ດັ່ງນັ້ນ, ອາດບໍ່ຈໍາເປັນຈ່າຍໝົດບາດດຽວກໍໄດ້ ຂຶ້ນກັບສະພາບການເງິນຂອງແຕ່ລະບຸກຄົນ.
▶ ຄວນລົງທຶນກ່ອນ: ກ່ອນຈະນໍາເງິນໄປລົງທຶນ ເຮົາຕ້ອງຮູ້ຈັກປະເພດຂອງການລົງທຶນ ແລະ ຊ່ອງທາງການລົງທຶນ ເພື່ອໃຫ້ຜົນຕອບແທນສູງກວ່າອັດຕາດອກເບ້ຍທີ່ຈ່າຍຢູ່ໃນປັດຈຸບັນ ເຊັ່ນ:
– ຝາກເງິນກັບທະນາຄານ: ເປັນຊ່ອງທາງອອມເງິນທີ່ງ່າຍດາຍ, ມີຄວາມປອດໄພສູງ, ມີຄວາມສ່ຽງຕໍ່າ, ສາມາດຖອນຕາມກຳນົດເວລາ, ແຕ່ຂໍ້ເສຍຂອງມັນກໍຄືໄດ້ຜົນຕອບແທນອາດບໍ່ພຽງພໍກັບບາງທ່ານທີ່ຕ້ອງການຜົນຕອບແທນທີ່ສູງກວ່ານີ້.
– ລົງທຶນໃນຮຸ້ນ ຫຼື ຊື້ຮຸ້ນ: ຜູ້ຊື້ຮຸ້ນຈະໄດ້ມີສ່ວນຮ່ວມເປັນເຈົ້າຂອງທຸລະກິດຕາມສັດສ່ວນຂອງມູນຄ່າທີ່ເຮົາຖືຄອງ, ໄດ້ຮັບຜົນຕອບແທນສູງ ຖ້າບໍລິສັດມີຜົນການດຳເນີນງານທີ່ມີກຳໄລ ແລະ ໄດ້ຮັບຈາກເງິນປັນຜົນຕາມອັດຕາສ່ວນມີກອງປະຊຸມຜູ້ຖືຮຸ້ນອະນຸມັດຈາກກຳໄລສຸດທິ 6 ເດືອນຕົ້ນ ແລະ 6 ເດືອນທ້າຍປີ ຂຶ້ນກັບນະໂຍບາຍຂອງບໍລິສັດນັ້ນໆ ແລະ ກໍາໄລຈາກການຂາຍຮຸ້ນ ເມື່ອຜູ້ຖືຮຸ້ນຊື້ໃນລາຄາຕໍ່າ, ໄດ້ຮັບການຍົກເວັ້ນພັນທະພາສີ – ອາກອນນຳອີກ. ແຕ່ວ່າມີຄວາມສ່ຽງຫຼາຍກວ່າຊື້ພັນທະບັດລັດຖະບານ ແຕ່ຖ້າຫາກທ່ານຍັງມີໜີ້ຢູ່ແລ້ວ ຍັງມາລົງທຶນໃນຮຸ້ນ ອາດຈະໃຫ້ທ່ານເປັນໜີ້ເພີ່ມຂຶ້ນກໍເປັນໄດ້.

[ ໂດຍ: ຕະຫຼາດຫຼັກຊັບລາວ ]