4 ເດືອນຜ່ານມາ ສິງກະໂປ ເປັນອັນດັບ 1 ຂອງການລົງທຶນຕ່າງປະເທດໃນມຽນມາ

60

ເວັບໄຊ Gnlm.com.mm ຂອງມຽນມາ ລາຍງານວ່າ: ຕາມສະຖິຕິຂອງກົມໃຫຍ່ການລົງທຶນ ແລະ ຄຸ້ມຄອງບໍລິສັດ ( Directorate of Investment and Company Administration ) ຂອງມຽນມາ ລະບຸວ່າ: ໃນໄລຍະ 4 ເດືອນຜ່ານມາ ( ເມສາ – ກໍລະກົດ ) ຂອງປີງົບປະມານ 2023 – 2024 ຂອງມຽນມາ, ສິງກະໂປ ຈັດຢູ່ໃນອັນດັບ 1 ຂອງການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) ໃນມຽນມາ.

ລາຍງານລະບຸວ່າ: ວິສາຫະກິດທີ່ມີຊື່ສຽງຂອງສິງກະໂປ 4 ແຫ່ງ ໄດ້ທຸ່ມເງິນລົງທຶນໃນມຽນມາ ຫຼາຍກວ່າ 335 ລ້ານໂດລາ ໃນໄລຍະ 4 ເດືອນຜ່ານມາ ເຊິ່ງສ່ວນໃຫຍ່ລົງທຶນໃນການພັດທະນາຕົວເມືອງ, ອະສັງຫາລິມະຊັບ, ຂະແໜງພະລັງງານ ແລະ ການຜະລິດ.

ຂະນະທີ່ຈີນ ຢູ່ອັນດັບ 2 ດ້ວຍເງິນລົງທຶນຫຼາຍກວ່າ 124 ລ້ານໂດລາ ຈາກ 10 ວິສາຫະກິດ ແລະ ອັນດັບ 3 ໃນກຸ່ມຜະລິດຕະພັນທີ່ມີຢູ່ ດ້ວຍມູນຄ່າຫຼາຍກວ່າ 105 ລ້ານໂດລາ ຈາກທຸລະກິດ 36 ແຫ່ງ.

ນອກນີ້, ຍັງມີການລົງທຶນຈາກຮົງກົງ, ອັງກິດ ທີ່ເພີ່ມການລົງທຶນໃນປີງົບປະມານ  ນີ້. ພ້ອມກັນນີ້ ຍັງມີການລົງທຶນຈາກອິນເດຍ, ສ.ເກົາຫຼີ ແລະ ສະຫະລັດອາເມຣິກາ.

ໃນໄລຍະ 4 ເດືອນຕົ້ນປີງົບປະມານ 2023 – 2024 ມຽນມາດຶງດູດ FDI ມູນຄ່າ 467,7 ລ້ານໂດລາ ເຊິ່ງລວມເຖິງການຂະຫຍາຍທຶນໂດຍວິສາຫະກິດທີ່ມີຢູ່; ຂະນະທີ່ຄະນະກຳມະການການລົງທຶນມຽນມາ ອະນຸມັດໂຄງການຕ່າງປະເທດ 18 ໂຄງການ ຈາກ 6 ປະເທດ ໃນໄລຍະ 4 ເດືອນຜ່ານມາ.